ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2021 ນີ້, ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະໂຄສະນາອົບຮົມ 8 ເມືອງ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ຜ່ານແອັບກອງປະຊຸມທາງໄກ ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມມີບັນດາທ່ານ ຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມ 8 ເມືອງ, ຫົວໜ້າ ແລະຮອງຂະແໜງພາຍໃນຄະນະໂຄສະນາອົບຮົມແຂວງ. ໃນພິທີ ໄດ້ຮັບຟັງລາຍການງານວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ຈາກຄະນະໂຄສະນາອົບຮົມເມືອງ. ຫຼັງຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ທ່ານ ໄດ້ມີຄໍາເຫັນຊີ້ນໍາຕື່ມ ດັ່ງນີ້:
1. ໃຫ້ບັນດາເມືອງເອົາໃຈໃສ່ຢ່າງເຂັ້ມງວດໃນການຕ້ານ, ສະກັດກັ້ນ, ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19;
2. ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມເອກະສານ ສະບັບເລກທີ 67/ຄອຂ,ສວ, ລົງວັນທີ 25 ພຶດສະພາ 2021 ເລື່ອງ: ໃຫ້ເພີ່ມທະວີການຊີ້ນໍາວຽກງານການເມືອງ-ແນວຄິດ ໃນການສະກັດກັ້ນ, ປ້ອງກັນ, ຄວບຄຸມ ເເລະ ແກ້ໄຂພະຍາດໂຄວິດ-19;
3. ເອົາໃຈໃສ່ຈັດຕັ້ງປະຕິບັດວິຊາສະເພາະຂອງຕົນ ຢ່າງເປັນປົກກະຕິ ເປັນຕົ້ນແມ່ນ: ວຽກອົບຮົມ, ວຽກໂຄສະນາປາຖະກະຖາ, ວຽກສັງລວມເກັບກໍາຫາງສຽງ-ສັງຄົມ ແລະ ວຽກຂໍ້ມູນຂ່າວສານ ໃນນີ້, ທ່ານ ໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມເມືອງ ຕ້ອງຮີບຮ້ອນໃນການໄປຂຶ້ນທະບຽນເຟສບຸກເມືອງຂອງຕົນ ເພື່ອຮັບໃຊ້ການໃນໂຄສະນາວຽກງານການເມືອງ-ແນວຄິດຂອງຕົນ ນໍາພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໃຫ້ສໍາເລັດ;
4. ພາຍຫຼັງມີການຜ່ອນຜັນບາງມາດຕະການໃນການຕ້ານ, ສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ໃຫ້ແຕ່ລະເມືອງ ຈັດຕັ້ງການປາຖະກະຖາ, ຈັດອົບຮົມ ຕາມວຽກງານວິຊາສະເພາະຂອງຕົນ ແລະ ໃຫ້ແຕ່ລະເມືອງຈັດຕັ້ງປະຕິບັດຂຽນແຜນງານ, ໂຄງການ ແລ້ວສະເໜີຫາພາກສ່ວນທີ່ກ່ຽວຂ້ອງ.
5. ຮຽກຮ້ອງໃຫ້ຄະນະໂຄສະນາອົບຮົມແຕ່ລະເມືອງ ສືບຕໍ່ພົວພັນກັບຄະນະໂຄສະນາອົບຮົມແຂວງ ເປັນປົກກະຕິ ເພື່ອຈັດຕັ້ງປະຕິບັດຕາມຄໍາສັ່ງ 04/ຄລສພ, ລົງວັນທີ 10/7/2017 ແລະ ຄໍາແນະນໍາ 08/ຄອສພ, ລົງວັນທີ 31/7/2017.
ກອງປະຊຸມສ່ອງແສງລາຍງານວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ປະຈໍາທິດ ຜ່ານແອັບກອງປະຊຸມທາງໄກ ໄດ້ດໍາເນີນໄປເປັນເວລາ 1 ຄາບ ຈິ່ງປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 36 |
![]() | ມື້ວານນີ້ | 115 |
![]() | ອາທິດນີ້ | 239 |
![]() | ເດືອນນີ້ | 1705 |
![]() | ທັງໝົດ | 149772 |