• ແຂວງສາລະວັນ ອົບຮົມ ການເມືອງ-ແນວຄິດ ໃ
  • ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຂະ
  • ຄະນະໂຄສະນາອົບຮົມແຂວງສາລະວັນ ເຊື່ອມ
  • ສາລະວັນ ຝຶກອົບຮົມນັກໂຄສະນາ-ປາຖະກະຖ
  • ສາລະວັນ-ກວາງຈິ ຍົກສູງເລິກເຊີ່ງສາຍພ
  • ສະຫະພັນກໍາມະບານແຂວງ ສາລະວັນ ສະຫລຸບ
ແຂວງສາລະວັນ ອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ

ແຂວງສາລະວັນ ອົບຮົມ ການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ

ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະບໍລິຫານງານຊາວຫນຸ່ມແຂວງສາລະວັນ ຈັດພິທີອົບຮົມການເມືອງ-ແນວຄິດ...
ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025

ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025

ໃນຕອນບ່າຍຂອງວັນທີ 4 ກັນຍາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນຮ...
ສາລະວັນ ຝຶກອົບຮົມນັກໂຄສະນາ-ປາຖະກະຖາ ດ້ວຍປາກ ໃຫ້ແກ່ພະນັກງານຫຼັກແຫຼ່ງ.

ສາລະວັນ ຝຶກອົບຮົມນັກໂຄສະນາ-ປາຖະກະຖາ ດ້ວຍປາກ ໃຫ້ແກ່ພະນັກງານຫຼັກແຫຼ່ງ.

ໃນລະຫວ່າງວັນທີ 11-13 ກັນຍາ 2023; ຄະນະໂຄສະ ນາອົບຮົມແຂວງສາລະວັນ,ຄະນະໂຄສະນາອົບຮົມເມືອງສາລະວັນ...
ສາລະວັນ-ກວາງຈິ ຍົກສູງເລິກເຊີ່ງສາຍພົວພັນມິດຕະພາບຂົງເຂດວຽກໂຄສະນາ

ສາລະວັນ-ກວາງຈິ ຍົກສູງເລິກເຊີ່ງສາຍພົວພັນມິດຕະພາບຂົງເຂດວຽກໂຄສະນາ

  ວັນທີ 21 ສິງຫາ 2023 ຢູ່ທີ່ແຂວງສາລະວັນ, ຄະນະໂຄສະນາອົບຮົມແຂວງສາລະວັນ ສປປ ລາວ ຮ່...
ສະຫະພັນກໍາມະບານແຂວງ ສາລະວັນ ສະຫລຸບວຽກງານຮອບດ້ານ ປະຈໍາເດືອນ 6 ຕົ້ນປີ 2023.

ສະຫະພັນກໍາມະບານແຂວງ ສາລະວັນ ສະຫລຸບວຽກງານຮອບດ້ານ ປະຈໍາເດືອນ 6 ຕົ້ນປີ 2023.

ມາໃນວັນທີ 16 ສິງຫາ 2023 ນີ້, ສະຫະພັນກໍາມະບານແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານຮອບດ້ານ...
Previous
Next

ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຢູ່ແຂວງສາລະວັນ

ມາໃນວັນທີ 6 ຕຸລາ 2020 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຂອງທ່ານ ປອ ຄຳພັນ ພົມມະທັດ ກຳ ມະການກົມການເມືອງສູນກາງພັກ,ຄະນະເລຂາທິການ ສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ ຢູ່ແຂວງສາລະວັນ .ພິທີຄັ້ງນີ້,ໄດ້ໄຂຂື້ນທີ່ຫ້ອງປະ ຊຸມVIPຂອງສະໂມສອນໃຫຍ່ໂດຍການໃຫ້ກຽດຕ້ອນ ຮັບ ຂອງທ່ານ ສີເຮັງ ຫອມສົມບັດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.  ໃນນີ້, ມີບັນດາທ່ານ ຫົວໜ້າພະແນກ, ຮອງພະແນກ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ທ່ານ ຮອງເລຂາ ພັກເມືອງ,ຄະນະປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ,ຫົວໜ້າຄະນະໂຄສະນາອົບຮົມ8 ເມືອງ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຈໍານວນທັງໝົດ 78 ທ່ານ, ຍິງ 12 ທ່ານ. ໃນພິທີທ່ານ ສີເຮັງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຜົນການຈັດຕັ້ງ

ປະຕິບັດວຽກງານໂຄສະນາ-ອົບຮົມ ຢູ່ແຂວງສາລະວັນ ໃນໄລຍະຜ່ານມາ: ທ່ານ ໄດ້ໃຫ້ຮູ້ວ່າ ແຂວງສາລະວັນ ພວກເຮົາ ກໍ່ເປັນແຂວງໜື່ງ ທີ່ມີຄວາມສະຫງົບໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ກໍມີທ່ວງທ່າກ້າວຂື້ນ. ແຂວງສາລະວັນ ມີເນື້ອທີ່ 10.691 ກິໂລຕາແມັດ, ມີປະຊາກອນ 4 ແສນກວ່າຄົນ, ປະກອບດ້ວຍ 8 ເມືອງ, 579ບ້ານ, 72 ພັນກວ່າຄອບຄົວ. ມີອັດຕາການຂະຫຍາຍຕົວທາງເສດຖະກິດ 7% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນຕໍ່ປີ 9,7 ລ້ານກີບ ເທົ່າກັບ 1.147 ໂດລາສະຫະລັດ. ບ້ານທຸກຍາກຍັງເຫລືອ 40 ກວ່າບ້ານກວມ 6,9% ຂອງບ້ານທັງໝົດ, ຄອບຄົວທຸກຍາກຍັງເຫລືອ 2.197 ຄອບຄົວ ກວມ 3,05% ຂອງຄອບຄົວທັງໝົດ. ນອກນັ້ນ, ທ່ານ ຍັງໄດ້ລາຍງານດ້ານຕັ້ງໜ້າໃນຍົກລະດັບທາງດ້ານການເມືອງ-ແນວຄິດ. ໂດຍການຈັດຕັ້ງຄົນຄວ້າເຊື່ອມຊຶມ ແລະ ເຜີຍແຜ່ແນະນໍາມະຕິ X ຂອງສູນກາງພັກ ແລະມະຕິ VIII ຂອງອົງຄະນະພັກແຂວງ, ຄົ້ນຄວ້າເຊື່ອມຊຶມມະຕິຂອງພັກ, ເອກະສານມູນເຊື້ອຂອງພັກ, ຂອງຊາດ ແລະ ຂອງສາກົນໃຫ້ແກ່ພະນັກງານຫລັກແຫຼ່ງແຕ່ຂັ້ນແຂວງລົງຮອດຮາກຖານ ເພື່ອສ້າງຄວາມຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ, ຄົ້ນຄວ້າວິເຄາະບັນຫາຕ່າງໆແລ້ວ ວາງມາດຕະການແກ້ໄຂຢ່າງທັນການ ແລະ ຈັດຕັ້ງຜັນຂະຫຍາຍເຊື່ອມຊືມບັນດາມະຕິ, ຄໍາສັ່ງໂດຍສະເພາະແມ່ນມະຕິກອງປະຊຸມໃຫ່ຍຄັ້ງທີ X  ຂອງພັກ, ມະຕິ 12 ສະໄໝທີ VIII ຂອງອົງຄະນະພັກແຂວງ, ເອກະສານການເມືອງ-ແນວຄິດ ເພື່ອກະກຽມດໍາເນີນກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ສໍາລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ຄໍາສັ່ງ 06/ນຍ, ລົງວັນທີ 29/3/2020  ການຕ້ານ ແລະ ສະກັດກັ້ນການລະບາດພະຍາດ ໂຄວິດ-19, ເອົາໃຈໃສ່ໃນການໂຄສະນາປຸກລະດົມປາຖະກະຖາ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ ຂອງພັກ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ເຊິ່ງມັນສະແດງອອກໃນດ້ານຈໍານວນພົນ ມີຜູ້ເຂົ້າຮ່ວມທັງໝົດ: 137,285 ເທື່ອຄົນ, ຍິງ 53,077 ເທື່ອຄົນ, ສະມາຊິກພັກ 23,704 ເທື່ອສະຫາຍ, ຍິງ 6,204 ເທື່ອສະຫາຍ. ໃນຕອນທ້າຍ, ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມ ທ່ານ ໄດ້ເນັ້ນໜັກວ່າ:ຢາກໃຫ້ວຽກງານໂຄສະນາອົບຮົມ ມີການຫັນປ່ຽນ ທີ່ຖືກທິດ ຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຂົ້າໃຈມະຕິຄໍາສັ່ງ, ລະບຽບກົດໝາຍ ແລະ ຮູ້ຈັດຕັ້ງຜັນຂະຫຍາຍຢ່າງປະດິດສ້າງ, ຕ້ອງປັບປຸງກົງຈັກການຈັດຕັ້ງ ແລະ ປັບປຸງແບບແຜນວິທີເຮັດວຽກ ຂອງຂົງເຂດວຽກງານການເມືອງແນວຄິດເວົ້າລວມ, ເວົ້າສະເພາະວຽກງານໂຄສະນາອົບຮົມໃຫ້ຖືກທິດ. ກ່ອນອື່ນຕ້ອງເລືອກເຟັ້ນ, ບໍາລຸງສ້າງພະນັກງານ ໃຫ້ມີມາດຕະຖານຄົບຖ້ວນສົມຄູ່ກັບໜ້າທີ່ການເມືອງ ທີ່ໄດ້ຮັບການມອບໝາຍ, ປັບປຸງພາລະບົດບາດ ແລະ ກົນໄກຕ່າງໆ ໃຫ້ຖືກຕ້ອງໃນນັ້ນໃຫ້ຖືເອົາການສ້າງຄົນຮັບຜິດຊອບວຽກນີ້ໃຫ້ໄດ້ ( ເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີບົດບາດອິດທິພົນ, ຜູ້ເວົ້າດີ, ເວົ້້າເກັ່ງ, ນໍາພາເຮັດໄດ້, ຂຽນເປັນມີພອນສະຫວັນ ແລະ ມີຄວາມເສຍສະຫລະຢ່າງແທ້ຈິງ), ຕ້ອງປັບປຸງເນື້ອໃນ, ປ່ຽນແປງຮູບການ ແລະ ວິທີການໂຄສະນາໃຫ້ທັນຍຸກທັນສະໄໝ, ສາມາດດຶງດູດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມະຫາຊົນ, ຕ້ອງມີລະບອບການປະສານງານຢ່າງກົມກຽວກັບສາຍຕັ້ງ, ສາຍຂວາງ, ກັບພາຍໃນ ແລະ ຕ່າງປະເທດຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຂອງຕົນເພື່ອຍາດແຍງການຊ່ວຍເຫລືອ ແລະ ຄວາມຮ່ວມມືໃນການປະຕິບັດໜ້າທີ່ການເມືອງໃຫ້ເກີດຜົນ, ຕ້ອງສຸມທຸກກໍາລັງແຮງເຂົ້າໃສ່ວຽກງານການເມືອງແນວຄິດ ເປັນຕົ້ນແມ່ນກໍາລັງຊັບສິນ, ພະຫະນະ,  ງົບປະມານ, ການສ້າງສິ່ງເອື້ອອໍານວຍດ້ານຕ່າງ ໃຫ້ສົມຄູ່ກັບຖານະນາມ ເເລະ  ໜ້າທີ່ການເມືອງໃນໄລຍະໃໝ່.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

193735
ມື້ນີ້ມື້ນີ້2
ມື້ວານນີ້ມື້ວານນີ້137
ອາທິດນີ້ອາທິດນີ້594
ເດືອນນີ້ເດືອນນີ້3820
ທັງໝົດທັງໝົດ193735