ຄະນະໂຄສະນາຮົບຮົມເມືອງຕຸ້ມລານ ເປີດຮຽນກົດລະບຽບພັກປະຊາຊົນ ປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າພັກປະຊາຊົນ ປະຕິວັດລາວ ງວດທີ I ປີ 2021 ມາໃນຕອນແລງ ຂອງວັນທີ 30 ມີນາ 2021 ຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມເມືອງ ໄດ້ເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ໃຫ້ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໂດຍພາຍໃຕ້ການເປັນປະ ທານ ແລະ ບັນຍາຍເອກະສານຂອງສະຫາຍ ນາງ ແກ່ນຈັນ ຈັນທະສອນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ມີບັນດາໜ່ວຍພັກຫ້ອງ ການອ້ອມຂ້າງເມືອງ ແລະ ຮາກຖານບ້ານ ແລະ ມະຫາ ຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນທັງ ຮຽນສະໜັບ ສະໜູນ 14 ສະຫາຍ, ຍິງ 2 ສະຫາຍ. ໃນພິທີ ສະຫາຍ ນາງ ແກ່ນຈັນ ຈັນທະສອນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງໄດ້ເຊື່ອມຊຶມເອກະສານກົດລະບຽບພັກປະຊາຊົນ ປະຕິວັດລາວ ໃນຈໍານວນ ມີ XIV ໝວດ, 58 ມາດຕາ.
ໃນນັ້ນ, ສະຫາຍໄດ້ຍົກໃຫ້ເຫັນເຖິງບັນດາເນື້ອໃນພື້ນຖານກ່ຽວກັບການກໍ່ສ້າງພັກ ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນອົງການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຂອງລະ ບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົ່ງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນລາວ,ຊາວລາວຜູ້ອອກແຮງງານ ແລະ ຂອງຊາດລາວທັງໝົດ. ພັກປະຊາຊົນປະຕິວັດລາວ ສ້າງຕັ້ງຂື້ນໃນວັນທີ 22 ມີນາປີ 1955 ໂດຍການສືບທອດພາລະກິດຂອງພັກກອມມູນິດອິນດູຈີນເຊີ່ງ ແມ່ນ ປະທານ ໄກສອນ ພົມ ວິຫານ ເປັນຫຼັກແຫຼ່ງໃນການນຳພາກໍ່ຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ ແລະ ກໍ່ສ້າງ. ພັກປະຊາຊົນປະຕິວັດລາວກໍ່ສ້າງ ແລະ ປັບປຸງຕົນເອງຕາມ 5 ຫຼັກການ: 1.ພັກປະຊາຊົນປະຕິວັດລາວ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ, ທິດສະດີຂອງພັກ, ເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ຂອງຊົນຊັ້ນກຳ ມະກອນ; ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. 2. ພັກປະຊາຊົນປະຕິວັດລາວ ຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກ ຄົນຮັບຜິດຊອບ; ພັກມີລະບຽບວິໄນເຂັ້ມງວດ, ເຄົາ ລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ; ສະມາຊິກພັກ ສະເໝີພາບກັນ ບົນພື້ນຖານກົດລະ ບຽບພັກ ແລະ ກົດໝາຍຂອງລັດ. 3.ພັກປະຊາຊົນປະຕິວັດລາວ ຖືເອົາຄວາມສາ ມັກຄີເປັນປຶກແຜ່ນ ເປັນຫຼັກການພຶ້ນຖານຂອງພັກ ບົນພື້ນຖານແນວທາງ, ນະໂຍບາຍ ແລະ ກົດລະບຽບພັກ, ຮັບປະກັນຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການກະທຳຂອງພັກ. 4. ພັກປະຊາຊົນປະຕິວັດລາວ ຖືເອົາປະຊາ ຊົນເປັນກົກ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງມະຫາ ຊົນຂອງພັກ, ອີງໃສ່ມະຫາຊົນ ແລະຜ່ານຂະບວນການປະ ຕິວັດ ຂອງມະຫາຊົນເພື່ອກໍ່ສ້າງ ແລະ ຂະ ຫຍາຍພັກ. 5.ພັກປະຊາຊົນປະຕິວັດລາວ ຖືເອົາການຕິຊົມຕົນເອງ ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ. ຈາກນັ້ນ, ສະຫາຍ ຍັງໄດ້ເນັ້ນໜັກໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າຕ້ອງປະຕິບັດຕາມ 9 ຂໍ້ຫ້າມຂອງສະມາຊິກພັກຢ່າງເຂັ້ມງວດ. ໃນພິທີຍັງໄດ້ມອບ-ຮັບໃບຢັ້ງຢືນໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໂດຍໃຫ້ກຽດມອບຂອງສະຫາຍ ສະຫາຍ ນາງ ແກ່ນຈັນ ຈັນທະສອນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 41 |
![]() | ອາທິດນີ້ | 51 |
![]() | ເດືອນນີ້ | 886 |
![]() | ທັງໝົດ | 129197 |