• ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເ
  • ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເ
  • ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສ
  • ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ
  • ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະ
  • ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກ
ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເກີດ ປະທານ ຄໍາໄຕ ສີພັນດອນ

ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເກີດ ປະທານ ຄໍາໄຕ ສີພັນດອນ

ມາໃນວັນທີ 20 ພະຈິກ 2023 ນີ້, ຄະນະຮັບຜິດຊອບກະກຽມ ຈັດຕັ້ງໂຄສະນາປາຖະກະຖາ ວັນເກີດ ປະທານ ຄໍາໄຕ ...
ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ 1945 ຕິດພັນກັບການເລົ່າມູນເຊື້ອ ວັນການ ທູດລາວ.

ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ 1945 ຕິດພັນກັບການເລົ່າມູນເຊື້ອ ວັນການ ທູດລາວ.

ມາໃນຕອນເຊົ້າຂອງວັນທີ 24 ຕຸລາ 2023 ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ພິທີໂຄສະນາ-ປາຖະກະຖາ ວັນປະກາ...
ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ເພື່ອເຮັດໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກຕ່າງໆ ຢູ່ອ້ອມຂ້າງແຂວງແລະ ເມືອງ ໄດ້ເຊື່ອມຊຶມ, ຮັບ...
ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ.

ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ.

ມາໃນວັນທີ 26 ຕຸລາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດສະຫນັບສະຫນູນ ໃຫ້ມະມາຊົນກ້າວ ຊຸດ...
ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະນະນໍາ, ສະມາຊິກກຳມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ.

ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະນະນໍາ, ສະມາຊິກກຳມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ.

ຊຸດອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະນໍາ, ສະມາຊິກກຳມະບານ ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2023 ທີ່ສ...
ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ

ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ

ກອງປະຊຸມຊຸກຍູ້ ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ , ໄດ້ໄຂຂຶ້ນໃນບ່າຍວັນທີ 28 ກັນຍາ 202...
Previous
Next

ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025

ໃນຕອນບ່າຍຂອງວັນທີ 4 ກັນຍາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025 ຂື້ນທີ່ຫ້ອງການ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານການນໍາຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໃນພິທີຄັ້ງນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຜີຍແຜ່ຄໍາສັ່ງເລກທີ 06/ຈຂ.ສວ, ລົງວັນທີ 7 ທັນວາ 2022 ເລື່ອງ: ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນທົ່ວແຂວງ ປີ 2021-2025. ຈາກນັ້ນ, ທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ເຜີຍແຜ່ຄໍາແນະນໍາ ເລກທີ 01/ຄຊຂຍ,ຂອງ ຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາແຂວງ ສາລະວັນ, ລົງວັນທີ 2 ກຸມພາ 2023 ເລື່ອງ: ແນະນໍາກ່ຽວກັບ ການເປີດຂະບວນການການແຂ່ງຂັນໃນຂອບເຂດທົ່ວແຂວງ ພາຍໃຕ້ຄໍາຂວັນ ຮັກຊາດ, ສ້າງບ້ານພັດທະນາ ແລະ ຊຸກຍູ້ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ.

ຫຼັງຈາກນັ້ນ, ທ່ານ ນາງ ບຸຜາ ສຸດທິຈັກ ກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 246/ຄອຂ,ສວ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍ: ການແຕ່ງຕັ້ງຄະນະຊີ້ນໍາແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ປະກາດເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ແຜນການແຂ່ງຂັນ ຂອງຄະນະໂຄສະນາອົບຮົມແຂວງ ໃນພິທີບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນມີການແລກປ່ຽນຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.

ໃນຕອນທ້າຍ ພິທີ ຍັງໄດ້ຕົບມືຮັບຮອງເອົາຂໍ້ແຂ່ງຂັນດັ່ງກ່າວ ພ້ອມທັງຈັບມືແຂ່ງຂັນກັນ ເພື່ອຢັ້ງຢືນ ໃນການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2023-2025.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

204887
ມື້ນີ້ມື້ນີ້41
ມື້ວານນີ້ມື້ວານນີ້445
ອາທິດນີ້ອາທິດນີ້724
ເດືອນນີ້ເດືອນນີ້5150
ທັງໝົດທັງໝົດ204887