• ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເ
  • ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເ
  • ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສ
  • ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ
  • ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະ
  • ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກ
ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເກີດ ປະທານ ຄໍາໄຕ ສີພັນດອນ

ແຂວງສາລະວັນ ກະກຽມຄວາມພ້ອມປາຖະກະຖາເກີດ ປະທານ ຄໍາໄຕ ສີພັນດອນ

ມາໃນວັນທີ 20 ພະຈິກ 2023 ນີ້, ຄະນະຮັບຜິດຊອບກະກຽມ ຈັດຕັ້ງໂຄສະນາປາຖະກະຖາ ວັນເກີດ ປະທານ ຄໍາໄຕ ...
ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ 1945 ຕິດພັນກັບການເລົ່າມູນເຊື້ອ ວັນການ ທູດລາວ.

ສາລະວັນ ເລົ່າຄືນມູນເຊື້ອ ວັນປະກາດເອກະລາດ 12 ຕຸລາ 1945 ຕິດພັນກັບການເລົ່າມູນເຊື້ອ ວັນການ ທູດລາວ.

ມາໃນຕອນເຊົ້າຂອງວັນທີ 24 ຕຸລາ 2023 ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ພິທີໂຄສະນາ-ປາຖະກະຖາ ວັນປະກາ...
ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ສາລະວັນ ເຊື່ອມຊຶມ ແລະ ຜັນຂະຫຍາຍ ຜົນສຳເລັດ ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI

ເພື່ອເຮັດໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກຕ່າງໆ ຢູ່ອ້ອມຂ້າງແຂວງແລະ ເມືອງ ໄດ້ເຊື່ອມຊຶມ, ຮັບ...
ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ.

ສາມຄະນະພັກຮາກຖານ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ.

ມາໃນວັນທີ 26 ຕຸລາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດສະຫນັບສະຫນູນ ໃຫ້ມະມາຊົນກ້າວ ຊຸດ...
ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະນະນໍາ, ສະມາຊິກກຳມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ.

ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະນະນໍາ, ສະມາຊິກກຳມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ.

ຊຸດອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະນໍາ, ສະມາຊິກກຳມະບານ ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2023 ທີ່ສ...
ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ

ສາລະວັນ ຈັດກອງປະຊຸມຊຸກຍູ້, ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ

ກອງປະຊຸມຊຸກຍູ້ ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ , ໄດ້ໄຂຂຶ້ນໃນບ່າຍວັນທີ 28 ກັນຍາ 202...
Previous
Next

ສາລະວັນ ອົບຮົມການເມືອງ-ແນວຄິດ ໃຫ້ຄະນະນໍາ, ສະມາຊິກກຳມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ.

ຊຸດອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະນໍາ, ສະມາຊິກກຳມະບານ ໄດ້ຈັດຂື້ນໃນວັນທີ 12 ຕຸລາ 2023 ທີ່ສະໂມສອນໃຫຍ່ ຂອງແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະຫມອນ ພົມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າໂຄສະນາອົບຮົມແຂວງສາລະວັນ, ມີທ່ານ ຄະນະນໍາ ຈາກຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຄະນະນໍາຈາກພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ ມີບັນດາທ່ານ ກຳມະການ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ສະມາຊິກກໍາມະບານ ທີ່ສັງກັດຢູ່ຮາກຖານພະແນກການ, ອົງການທຽບເທົ່າ ອ້ອມຂ້າງແຂວງ, ເຂົ້າຮ່ວມ.

ໃນຊຸດອົບຮົມ ທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າໂຄສະນາອົບຮົມແຂວງສາລະວັນ ກໍ່ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານ ໃຫ້ຮູ້ວ່າ: ຈຸດປະສົງໃນການອົບຮົມຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ ກໍຄືມະຕິ 9 ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະ ທັງນີ້ກໍເພື່ອ ເປັນການສຶກສາອົບຮົມໃຫ້ແກ່ເຝົ້າຫມາຍຕ່າງໆ ເວົ້າລວມ, ເວົ້າສະເພາະ ແມ່ນສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ; ເພື່ອເຮັດໃຫ້ສະມາຊິກກຳມະບານ ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອຂອງຊາດລາວ, ມູນເຊື້ອຂອງສະຫະພັນກໍາມະບານລາວ; ຮັບຮູ້ເຂົ້າໃຈກ່ຽວກັບລັກສະນະ, ຖານະ ແລະ ທາດແທ້ ຂອງຊົນຊັ້ນກຳມະກອນ; ຮັບຮູ້ກົດໝາຍ ວ່າດ້ວຍ ແຮງງານ ເພື່ອເປັນການປັບປຸງທັດສະນະຫຼັກໝັ້ນ ຂອງສະມາຊິກກຳມະບານ ໃຫ້ມີຄວາມໜັກ ແໜ້ນ, ເຂັ້ມແຂງ ສາມາດເຮັດຫຼ້ອນໜ້າທີ່ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເພື່ອຍົກລະດັບ, ຄວາມຮູ້, ຄວາມສາມາດ ໃຫ້ແກ່ສະມາຊິກກຳມະບານ ຢູ່ບັນດາພະແນກການຂອງແຂວງ ກໍາແໜ້ນດ້ານທິດສະດີ, ມີຄຸນທາດຫລັກໝັ້ນການເມືອງໜັກແໜ້ນ. ຫົວຂໍ້ທີ່ຈະນໍາມາອົມຮົມໃນຄັ້ງນີ້ມີຄື: 1. ເສີມຂະຫຍາຍມູນເຊື້ອຂອງຊາດລາວ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ຄວາມສາມາດຂອງກຳມະກອນລາວ ໃນໄລຍະ ໃໝ່; ລັກສະນະ, ຖານະ ແລະ ທາດແທ້ ຂອງຊົນຊັ້ນກຳມະກອນ; ການພັດທະນາສືມືແຮງງານ ແລະ ຄວາມຮູ້ພື້ນຖານກ່ຽວກັບກົດໝາຍວ່າດ້ວຍແຮງງານ ແລະ ແຈ້ງການ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນດໍາເນີນໄປເປັນເວລາ 1 ຄາບ ມີຄູຝຶກທັງໝົດ 4 ທ່ານ, ຍິງ 1 ທ່ານ; ມາຈາກ ຄະນະໂຄສະນາອົບຮົມແຂວງ 1 ທ່ານ ແລະ ຈາກຄະນະບໍລິຫານງານສະຫະພັນກຳມະບານແຂວງ 2 ທ່ານ ແລະ ມາຈາກພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງ 1 ທ່ານ. ເຊິງມີຜູ້ເຂົ້າຮ່ວມທັງຫມົດ 186 ຄົນ, ຍິງ 66 ຄົນ.

ໃນຕອນທ້າຍ ທ່ານ ຈັນສະຫມອນ ພົມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າໂຄສະນາອົບຮົມແຂວງສາລະວັນ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານ ໄດ້ກ່າວວ່າ:

1. ຕ້ອງເພີ່ມທະວີການຊີ້ນໍາ-ນໍາພາໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຄະນະບໍລິຫານງານສະຫະພັນກຳມະບານໃນແຕ່ລະຂັ້ນ, ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວທົ່ວແຂວງສາລະວັນ ດ້ວຍຫຼາຍຮູບການ, ຫຼາຍວິທີ ແລະ ຫຼາຍລະດັບ.

2. ຕ້ອງຄະນະບໍລິຫານງານສະຫະພັນກໍາມະບານແຕ່ລຂັ້ນ ຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ; ຍົກລະດັບການສຶກສາ, ວິຊາສະເພາະ, ວິທະຍາສາດ-ເຕັກນິກ ແລະ ພາສາຕ່າງປະເທດ.

3. ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ຕ້ອງຕັ້ງໜ້າປະຕິບັດັ້ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ.

4. ເອົາໃຈໃສ່ໃນການອະນຸລັກຮັກສາຂະນົບທຳນຽມ ຮີດຄອງປະເພນີອັນດີງາມ ຂອງຊາດ ແລະ ອະນຸລັກສົ່ງເສີມວັດທະນະທຳທີ່ເປັນມູນເຊື້ອເປັນຕົ້ນແມ່ນວັດທະນະທຳການນຸ່ງຖື ແລະ ອື່ນໆ.

5. ສະມາຊິກກໍາມະບານ, ກໍຄືກໍາມະກອນ, ຊາວຜູ້ອອກແຮງງານລາວ ຕ້ອງພ້ອມກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ໃຫ້ເປັນຂະບວນຟົດຟື້ນ.

ສາຍພົວພັນລາວ-ຫວຽດນາມ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

204899
ມື້ນີ້ມື້ນີ້53
ມື້ວານນີ້ມື້ວານນີ້445
ອາທິດນີ້ອາທິດນີ້736
ເດືອນນີ້ເດືອນນີ້5162
ທັງໝົດທັງໝົດ204899