ໃນຕອນບ່າຍຂອງວັນທີ 4 ກັນຍາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແຕ່ປີ 2023-2025 ຂື້ນທີ່ຫ້ອງການ ຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານການນໍາຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ໃນພິທີຄັ້ງນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຜີຍແຜ່ຄໍາສັ່ງເລກທີ 06/ຈຂ.ສວ, ລົງວັນທີ 7 ທັນວາ 2022 ເລື່ອງ: ການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ໃນທົ່ວແຂວງ ປີ 2021-2025. ຈາກນັ້ນ, ທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ເຜີຍແຜ່ຄໍາແນະນໍາ ເລກທີ 01/ຄຊຂຍ,ຂອງ ຄະນະຊີ້ນໍາການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາແຂວງ ສາລະວັນ, ລົງວັນທີ 2 ກຸມພາ 2023 ເລື່ອງ: ແນະນໍາກ່ຽວກັບ ການເປີດຂະບວນການການແຂ່ງຂັນໃນຂອບເຂດທົ່ວແຂວງ ພາຍໃຕ້ຄໍາຂວັນ ຮັກຊາດ, ສ້າງບ້ານພັດທະນາ ແລະ ຊຸກຍູ້ວຽກງານ 3 ສ້າງ ເຂົ້າສູ່ລວງເລິກ.
ຫຼັງຈາກນັ້ນ, ທ່ານ ນາງ ບຸຜາ ສຸດທິຈັກ ກໍ່ໄດ້ຜ່ານຂໍ້ຕົກລົງຂອງຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 246/ຄອຂ,ສວ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍ: ການແຕ່ງຕັ້ງຄະນະຊີ້ນໍາແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ປະກາດເນື້ອໃນຂໍ້ແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ແລະ ແຜນການແຂ່ງຂັນ ຂອງຄະນະໂຄສະນາອົບຮົມແຂວງ ໃນພິທີບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ພ້ອມກັນມີການແລກປ່ຽນຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ພິທີ ຍັງໄດ້ຕົບມືຮັບຮອງເອົາຂໍ້ແຂ່ງຂັນດັ່ງກ່າວ ພ້ອມທັງຈັບມືແຂ່ງຂັນກັນ ເພື່ອຢັ້ງຢືນ ໃນການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນປີ 2023-2025.
ວັນທີ 4 ກັນຍາ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງສາລະວັນເປີດກວ້າງ ຄັ້ງທີ 11 ສະໄຫມທີ IX ຕິດພັນກັບການສ່ອງແສງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ປະຈໍາເດືອນສິງຫາ 2023 ແລະ ທິດທາງແຜນການເດືອນ ກັນຍາ 2023 ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາຄະນະໂຄສະນາອົບຮົມແຂວງ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມແບບເຊິ່ງໜ້າ. ສໍາລັບບັນດາເມືອງ ມີ ທ່ານ ຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມ 8 ເມືອງ ເຂົ້າຮ່ວມ ໂດຍຜ່ານລະບົບກອງປະຊຸມທາງໄກ(Vedio conferance ).
ໃນກອງປະຊຸມຄັ້ງນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດກ່າວເປີດ. ຫຼັງຈາກນັ້ນ, ທ່ານ ໄດ້ໃຫ້ກຽດເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງສາລະວັນເປີດກວ້າງ ຄັ້ງທີ 11 ສະໄຫມທີ IX
ຫຼັງຈາກນັ້ນ, ທ່ານ ນາງບຸຜາ ສຸດທິຈັກ ຫົວໜ້າຫ້ອງການບໍລິຫານ ໄດ້ຂຶ້ນຜ່ານບົດສະຫຼຸບປະຈໍາເດືອນ ສິງຫາ ແລະ ທິດທາງແຜນການເດືອນ ກັນຍາ 2023; ຈາກນັ້ນ, ຄະນະໂຄສະນາອົບຮົມເມືອງ ກໍໄດ້ລາຍງານການເຄື່ອນໄຫວ ວຽກງານໂຄສະນາອົບຮົມເມືອງ ຂອງຕົນ. ແລະ ມີຄໍາເຫັນ ແລກປ່ຽນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງມີເນື້ອໃນດັ່ງນີ້:
1. ໃຫ້ແຕ່ລະເມືອງ ສືບຕໍ່ເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ໂດຍສົມທົບກັບ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ຂອງຕົນ ໃນການຈັດຕັ້ງການເຜີຍແຜ່ມະຕິການເມືອງ-ແນວຄິດ ຄັ້ງທີ V ຂອງສູນກາງພັກ ຕິດພັນກັບການເຜີຍແຜ່ມະຕິ ການເມືອງ-ແນວຄິດ ຄັ້ງທີ I ຂອງແຂວງ.
2. ແຕ່ລະເມືອງຕ້ອງເອົາໃຈໃສ່ປັບປຸງດ້ານບຸກຄະລາກອນຂອງຕົນ ໃຫ້ພຽງພໍ.
3. ຕ້ອງສືບຕໍ່ຈັດຕັ້ງການໂຄສະນາປາຖະກະຖາ ໃຫ້ເປັນປົກກະຕິ ຕິດພັນກັບການກະກຽມສົມທົບກັບກອງໂຄສະນາເຄື່ອນທີ່ຂັ້ນແຂວງ ເຄື່ອນໄຫວໂຄສະນາປາຖະກະຖາ ວັນຄ້າຍວັນເກີດ ປະທານ ຄໍາໄຕສີພັນດອນ ຄົບຮອບ 100ປີ ດ້ວຍຮູບແບບສາຍບັນດາຊີວິດ ແລະ ການເຄື່ອນໄຫວຂອງເພີ່ນ.
4.ຕ້ອງເອົາໃຈໃສ່ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງບັ້ນຝຶກອົບຮົມຕ່າງໆ ໃນຫົວຂໍ້ຕ່າງໆ.
5. ຕ້ອງເອົາໃຈໃສ່ເກັບກໍາ, ຕິດຕາມຫາງສຽງສັງຄົມ ແລ້ວລາຍງານໃຫ້ຂັ້ນເທິງຮັບຊາບ ເປັນປົກກະຕິ ຕິດພັນກັບການເອົາໃຈຕິດຕາມ, ກວດກາ, ຄຸ້ມຄອງເຟສບຸກຂອງເມືອງຕົນ ໃຫ້ເປັນປົກກະຕິ.
ໃນຕອນເຊົ້າ ວັນທີ16/3/2021 ຄະນະໂຄສະນາອົບຮົມເມືອງ ຮ່ວມກັບໂຮງຮຽນການເມືອງການປົກຄອງແຂວງ ໄດ້ຈັດຊຸດຝຶກອົບຮົບທິດສະດີການເມືອງ-ການປົກຄອງ ໃຫ້ແກ່ເລຂາຄະນະພັກ-ນາຍບ້ານທົ່ວເມືອງຂື້ນ ທີ່ສະໂມສອນໃຫຍ່ ເມືອງລະຄອນເພັັງ, ແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ກ່າວເປີດພິທີຂອງ ທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ, ເລຂາພັກ-ເຈົ້າເມືອງລະຄອນເພັງ. ໃນພີທີມີທ່ານ ນາງ ໄກ່ສອນ ຝ້າຍພົມມະວົງໄຊ ເລຂາຫນ່ວຍພັກ ຮັກສາການອຳນວຍການໂຮງຮງນການເມືອງ-ການປົກຄອງແຂວງ, ທ່ານ ນາງ ສຸວັນນີ ລາຊະວົງເມືອງ ກຳມະການພັກເມືອງ, ຫົວຫນ້າຄະນະໂຄສະນາອົບຮົມເມືອງ, ນອກຈາກນັ້ນ ຍັງມີຄະນະປະຈຳພັກ, ກຳມະການພັກ, ຫົວຫນ້າຫ້ອງການ, ອົງການທຽບເທົ່າອອ້ມຂ້າງເມືອງ ເຂົ້າຮ່ວມ. ໃນນັ້ນມີບັນດານັກສຳມະນາກອນ ທັງຫມົດ 85 ທ່ານ, ຍິງ 5 ທ່ານ. ລວມຜູ້ເຂົ້າຮ່ວມທັງໝົດ 101 ທ່ານ, ຍິງ 7 ທ່ານ. ຈຸດປະສົງໃນການເປີດບັ້ນເຝິກອົບຮົມຄັ້ງນີ້ ກໍ່
ມາໃນວັນທີ 9 ມີຖຸນາ 2021 ນີ້, ແຂວງສາລະວັນ ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງຂື້ນທີ່ສະໂມສອນແຂວງ, ໂດຍພາຍໃຕ້ການເປັນປະທານສະຫາຍ ປອ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ມີຄະນະປະຈຳພັກແຂວງ, ກຳມະ ການພັກແຂວງ, ເຈົ້າເມືອງໃນ 8 ຕົວເມືອງ, ອົງການທຽບເທົ່າ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຂົ້າຮ່ວມ.ສະຫາຍ ໂພໄຊ ໄຊຍະສອນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມຂຶ້ນຢ່າງເປັນທາງການ ແລະ ມີບາງຄໍາເຫັນ ດັ່ງນີ້: ການເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະມະຕິກອງປະຊຸມໃຫ່ຍຄັ້ງທີ IX ຂອງອົງຄະນະພັກແຂວງໃນເທື່ອນີ້ ແມ່ນມີຄວາມໝາຍຄວາມສຳຄັນຍິ່ງ ເພື່ອພ້ອມກັນສ້າງຄວາມເປັນເອກະພາບ, ຄວາມຮັບຮູ້ເຂົ້າໃຈຕໍ່ເນື້ອໃນຂອງມະຕິດັ່ງກ່າວໃຫ້ມີທັດສະນະຖືກຕ້ອງ, ມີມານະຈິດ, ມີຄວາມຕັດສິນໃຈເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ມີຜົນ
ມາໃນວັນທີ 16 ສິງຫາ 2023 ນີ້, ສະຫະພັນກໍາມະບານແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບ ວຽກງານຮອບດ້ານ ຕິດພັນກັບວຽກງານກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ (ກຊກ) ປະຈໍາເດືອນ 6 ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຕົນ ຂຶ້ນທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານ ຂອງທ່ານ ບຸນທະວີ ພິມມະສານ ກຳມະການ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານ ສະຫະພັນກໍາມະບານແຂວງ, ໃຫ້ກຽດເຂົ້າຮ່ວມມີຄໍາເຫັນໂອ້ລົມ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ຄະນະບໍລິຫານງານ ສະຫະພັນກໍາມະບານແຂວງ, ປະທານ ສະຫະພັນກໍາມະບານ 8 ເມືອງ, ປະທານ ແລະ ຮອງປະທານ ກໍາມະບານຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນກອງປະຊຸມ ໃຫ້ກຽດກ່າວເປີດ ຂອງທ່ານ ບຸນທະວີ ພິມມະສານ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ປະທານສະຫະພັນກຳມະບານແຂວງ ໃນນັ້ນທ່ານ ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນສຸດທີ່ມີຄວາມຫມາຍຄວາມສໍາຄັນ ໃນນັ້ນ ພວກເຮົາຈະໄດ້ພ້ອມກັນຕີລາຄາຄືນວຽກງານຮອບດ້ານ ເປັນຕົ້ນແມ່ນ ຈະໄດ້ຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຄະນະບໍລິຫານງານ ສະຫະພັນກຳມະບານແຂວງ, ຜ່ານບົດສະຫຼຸບວຽກງານກອງທຶນຊ່ວຍເຫຼືອເຊ່ງກັນ ແລະ ກັນ (ກຊກ) ແລະ ຜ່ານບົດສະຫຼຸບວຽກງານເງິນບໍາລຸງ ປະຈໍາ 6 ເດືອນ ຕົ້ນປີ ແລະ ເອກະສານອື່ນໆ ທີ່ສໍາຄັນ. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ຈະ ໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດສະຫຼຸບ ຢ່າງມີຈຸດສຸມ ເພື່ອເປັນທິດທາງໃນການປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງ ໃຫ້ນັບມື້ດີຂື້ນເປັນກ້າວໆ ສາມາດຮັບປະກັນ ຕາມສິດ, ພາລະບົດບາດ ຂອງຕົນ.
ໃນຕອນທ້າຍຍັງໄດ້ຮັບຟັງການມີຄໍາເຫັນໂອລົມ ຈາກທ່ານ ຈັນສະໝອນພົມ ຄະນະປະຈໍາພັກແຂວງ, ຄະນະປະຈໍາພັກແຂວງ ໃນນາມຕ່າງໜ້າຄະນະນໍາຂັ້ນແຂວງ, ຊື່ງກ່ອນອື່ນໝົດ ທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ຂອງຄະນະບໍລິຫານງານ ສະຫະພັນກໍາມະບານແຂວງ ທີ່ຍາດມາໄດ້ ໃນໄລຍະ 6 ເດືອນຜ່ານ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງ ໃຫ້ຄະນະບໍລິຫານງານ ສະຫະພັນກໍາມະບານແຂວງ ຕ້ອງສືບຕໍ່ແກ້ໄຂບາງບັນຫາ ທີ່ຍັງຄົງຄ້າງ ເປັນຕົ້ນແມ່ນ:
1. ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຕ້ອງເພີ່ມທະວີ ສຸມໃສ່ໃນການຄົ້ນຄວ້າຮູບແບບເນື້ອໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງານ ໃຫ້ແທດເຫມາະ ກັບຈຸດພິເສດຂອງແຕ່ລະບ່ອນ ແລະ ສອດຄ່ອງກັບແຕ່ລະກຸ່ມເປົ້າຫມາຍ.
2. ຕ້ອງເອົາໃຈໃສ່ປັບປຸງ, ຂະຫຍາຍການຈັດຕັ້ງກໍາມະບານໃຫ້ເຕີບໃຫຍ່ເຂັ້ມແຂງ ຕິດພັນກັບກະກຽມດ້ານບຸກຄະລາກອນ ເພື່ອປະກອບໃສ່ໂຄງປະກອບ ໃນກອງປະຊຸມໃຫຍ່ 3 ຂັ້ນຂອງກໍາມະບານ.
3. ສະຫາຍ ຕ້ອງເພີ່ມທະວີໃນຄຸ້ມຄອງວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ (ກຊກ) ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກອງທຶນ ວາງອອກ.
ມີ 18 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 726 |
![]() | ເດືອນນີ້ | 5152 |
![]() | ທັງໝົດ | 204889 |