ພິທີປະກາດພະນັກງານການນໍາ ເມືອງລະຄອນເພັງ ອອກພັກການ-ຮັບອຸດຫນູນຜ່ານານ ໂດຍປະຕິບັດຕາມກົດຫມາຍວ່າດ້ວຍ: ພະນັກງານ-ລັດຖະກອນເລກທີ 74 ຂອງສະພາແຫ່ງຊາດ ສະນັ້ນເຈົ້າແຂວງສາລະວັນ ໄດ້ຕົກລົງອະນຸມັດໃຫ້ທ່ານ ແກ້ວຜາ ສີລາດວງໃຈ ອາດີດຮອງເລຂາພັກເມືອງ ເຂົ້າຮັບອຸຫນູນບໍານານ ປະຈໍາງວດ 3 ປີ 2023. ການປະກາດພະນັກງານງານ ຮັບອຸຫນູນບໍານານ ໃນຄັ້ງນີ້ ແມ່ນໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 3 ຂອງເດືອນກໍລະກົດ ປີ 2023 ທີ່ສະໂມສອນໃຫຍ່ ຂອງເມືອງລະຄອນເພັງ ໂດຍການເຂົ້າຮ່ວມຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງລະຄອນເພັງ, ທ່ານ ທອງດີ ຈັນທະວົງ ກຳມະການພັກແຂວງ, ເຈົ້າເມືອງໆລະຄອນເພັງ, ມີບັນດາທ່ານຄະນະນໍາຂັ້ນເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ມີພະແນກການການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຫົວຫນ້າຫ້ອງການພາຍໃນເມືອງ ເຂົ້າຮ່ວມ.
ຈາກນັ້ນຕາງຫນ້າໃຫ້ຄະນະຈັດຕັ້ງແຂວງ ກໍ່ໄດ້ຂື້ນຜ່ານມາດຖານເງື່ອນໄຂລວມ ໃນການທາບທາມບຸກຄະລາກອນ ຂອງພະນັກງານຄຸ້ມຄອງນໍາພາ ຕ້ອງມີດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິບັດ ແລະດ້ານແບບແຜນດໍາລົງຊີວິດ, ດ້ານຄວາມຮູ້ຄວາມສາມາດ, ດ້ານແບບແຜນການນໍາພາ, ວິທີເຮັດວຽກ ດ້ານສຸຂະພາບ, ຕ້ອງມີທັດສະນະຫຼັກຫມັ້ນ, ມີຄວາມບໍລິສຸດສັດຊື່ຕໍ່ພັກຕໍ່ການຈັດຕັ້ງຕໍ່ປະຊາຊົນ ພ້ອມດຽວກັນນີ້ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ຮຽກຮ້ອງຜູ້ແທນກອງປະຊຸມຕ້ອງໄດ້ຄົ້ນຄວ້າສຶກສາ ໃຫ້ລະອຽດທີ່ຖ້ວນ ເລືອກບຸກຄົນທີ່ມີຄວາມຮູ້ຄວາມສາມາດ ມີຄຸນສົມບັດສິນທໍາປະຕິວັດ ຈາກນັ້ນມັນທ່ານຜູ້ແທນ ກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເພື່ອປ່ອນນັດທາບທາມ ບຸກຄະລາກອນຜູ້ຮັບສະຫມັກເລືອກຕັ້ງເຂົ້າເປັນຄະນະປະຈໍາພັກເມືອງ ແລະກໍາມະການພັກເມືອງ ເພື່ອຈະສັບຊ້ອນແຕ່ງຕັ້ງບົ່ງໂຕທົດແທນຄືນໃຫ້ແກ່ຕໍ່າແຫນ່ງທີ່ວາງຢ່າງເປັນທາງການ.
ມາໃນວັນທີ 19 ກໍລະກົດ 2023 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດຮຽນສະຫນັບສະຫນູນ ໃຫ້ແກ່ມະຫາຊົນ ຜູ້ທີ່ມີຄວາມກ້າວຫນ້າ ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນ ປະຕິວັດລາວ ຊຸດທີ v ປະຈໍາປີ 2023 ຂື້ນທີ່ຫ້ອງການ ຄະນະໂຄສະນາອົບຮົມແຂວງ ໂດຍການເຂົ້າຮ່ວມບັນຍາຍເອກະສານ ຂອງ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ ມີບັນດາມະຫາຊົນ ຜູ້ທີ່ມີຄວາມກ້າວຫນ້າ ເຂົ້າຮ່ວມຮຽນ ທັງໝົດ 9 ສະຫາຍ, ຍິງ 6 ສະຫາຍ; ໃນນັ້ນ ມາຈາກ ໜ່ວຍພັກ ພະແນກຍຸຕິທໍາແຂວງ, ໜ່ວຍພັກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໜ່ວຍພັກ ຄັງເງິນແຫ່ງຊາດ ແລະ ໜ່ວຍພັກ ອາກອນ ປະຈໍາແຂວງ ທີ່ຂື້ນກັບ ຄະນະພັກຮາກຖານ ພະແນກການເງິນແຂວງ.
ໃນພິທີຄັ້ງນີ້ ໄດ້ນໍາໃຊ້ເອກະສານ ອົບຮົມມະຫາຊົນ ຜູ້ທີ່ຈະຂະຫຍາຍ ເຂົ້າພັກປະຊາຊົນ ປະຕິວັດລາວ ປີ 2021 ໃນນັ້ນ, ປະກອບມີ 13 ຄໍາຖາມ-ຄໍາຕອບ. ເຊິ່ງໃນພິທີ ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ ໄດ້ເນັ້ນໜັກ ບາງບັນຫາສໍາຄັນ ດັ່ງນີ້: ບັນດາມະຫາຊົນຜູ້ທີ່ມີຄວາມກ້າວຫນ້າ ຕ້ອງຮັບຮູ້ເຂົ້າໃຈ ເລີກເຊີ່ງ ແລະ ກໍາໃຫ້ໄດ້ ເນື້ອໃນດັ່ງກ່າວ ເປັນຕົ້ນ: ຄວາມຮູ້ພື້ນຖານກ່ຽວກັບການກໍາເນີດ ແລະ ການຂະຫຍາຍຕົວຂອງພັກ ປະຊາຊົນປະຕິວັດລາວ, ຮັບຮູ້ເຖິງລະບົບສາຍໄຍການຈັດຕັ້ງ, ພັກປະຊາຊົນ ປະຕິວັດລາວ ປະກອບດ້ວຍບຸກຄົນຄືແນວໃດ?, ວັດຖຸປະສົງ, ອຸດົມການ, ທາດແທ້, ຫຼັກການ ຂອງພັກປະຊາຊົນ ປະຕິວັດລາວ.
ນອກຈາກນັ້ນ, ກໍ່ໄດ້ຄົ້ນຄວ້າເຊື່ອມຊຶມ ເຖີງບັນດາມາດຖານ, ເງື່ອນໄຂຂອງມະຫາຊົນ ຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ, ໜ້າທີ່, ພັນທະ ແລະ ຜົນປະໂຫຍດຂອງສະມາຊິກພັກ,. ໃນນັ້ນ ມະຫາຊົນ ຕ້ອງເປັນນັກຮົບປະຕິວັດ ໃນກອງນໍາຫນ້າ ຂອງຊົນຊັ້ນກໍາມະກອນ, ມີນໍ້າໃຈເສຍຫຼະອັນສູງສົ່ງ ຕໍ່ຜົນປະໂຫຍດສ່ວນລວມ, ຕໍ່ຫນ້າທີ່ວຽກງານ ແລະ ເປັນຄົນທີ່ດຸຫມັ່ນ, ຊື່ສັດ, ອົດທົນ, ຮັບໃຊ້ປະຊາຊົນ, ຈົນຮັກພັກດີ ຕໍ່ອຸດົມການ ຂອງພັກປະຊາຊົນ ປະຕິວັດລາວ. ຈາກນັ້ນ, ທ່ານ ຍັງໄດ້ເນັ້ນໜັກໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕ້ອງປະຕິບັດ ໃຫ້ໄດ້ 11 ຂໍ້ຫ້າມຂອງສະມາຊິກພັກ.
ໃນຕອນທ້າຍ ພິທີ ຍັງໄດ້ມີພິທີມອບ-ຮັບໃບຢັ້ງຢືນ ໃນການຮຽນສະໜັບສະໜູນ ຕື່ມອີກ.
ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ IV ປະຈຳປີ 2023 ຂຶ້ນ ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ໃນຄັ້ງນີ້ ໂດຍແມ່ນສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາມະຫາຊົນກ້າວໜ້າມາຈາກຄະນະພັກຮາກຖານວິທະຍາໄລຄູສາລະວັນ, ຄະນະພັກຮາກຖານຫ້ອງວ່າການແຂວງ ເຂົ້າຮ່ວມ ລວມທັງໝົດ 9 ສະຫາຍ, ຍິງ 03 ສະຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດ ທີ່ສະມາຊິກພັກ ຈະໄດ້ຮັບ.
ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ. ໃນຂອງຊຸດອົບຮົມ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນ ໃນທຸກຂະບວນການຂອງວຽກງານ, ເພື່ອໃຫ້ມີມາດຖານງື່ອນໄຂຄົບຖ້ວນ ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ.
ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ III ປະຈຳປີ 2023 ຂຶ້ນ ໃນຕອນເຊົ້າຂອງວັນທີ 19 ພຶດສະພາ 2023 ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ໃນຄັ້ງນີ້ໂດຍສະຫາຍ ຄຳພູນ ຈັນທະລາດ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນກ້າວໜ້າ ມາຈາກຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ຄະນະພັກຮາກຖານພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເຂົ້າຮ່ວມທັງໝົດ 05 ສະຫາຍ, ຍິງ 02 ສະຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ.
ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ. ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນໃນທຸກຂະບວນການຂອງວຽກງານ, ມີມາດຖານງື່ອນໄຂຄົບຖ້ວນ ເພື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ. ໃນຕອນທ້າຍ ຍັງໄດ້ມອບ-ຮັບໃບຢັ້ງຢືນໃນການຜ່ານການຮໍ່າຮຽນສະໜັບສະໜູນ ຕື່ມອີກ.
ມາໃນຕອນບ່າຍຂອງວັນທີ 13/2/2023 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດກອງປະຊຸມ ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານສູນກາງພັກ ຄັ້ງທີ 5 ສະໄຫມທີ XI ຕິດພັນກັບການເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ9 ສະໄໝທີ IX ຂື້ນທີ່ຫ້ອງການຂອງຄະນະໂຄສະນາອົບຮົມແຂວງ ເຊິ່ງມີບັນດາພະນັກງານ-ລັດຖະກອນ, ພະນັກງານ-ສະມາຊິກພັກ, ພະນັກງານ-ຫຼັກແຫຼ່ງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຊື່ອມຊຶມມະຕິກອງປະຊຸມ ຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄຫມທີ XI.
ຈາກນັ້ນ, ທ່ານ ເປັງ ລາດຄໍາພູມີ ຮອງເລຂາຫນ່ວຍພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ IX ຕື່ມອີກ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 45 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 728 |
![]() | ເດືອນນີ້ | 5154 |
![]() | ທັງໝົດ | 204891 |