ແຂວງສາລະວັນ ຈັດກອງປະຊຸມ ທາບທາມລົງຄະແນນສຽງຄວາມໄວ້ວາງໃຈການນຳພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກແຂວງສາລະວັນ ກາງສະໄໝທີ IX, ພິທີໄດ້ຈັດຂື້ນໃນວັນທີ 16 ພຶດສະພາ 2023 ທີ່ສະໂມສອນໃຫຍ່ຂອງແຂວງ , ໂດຍການເຂົ້າຮ່ວມເປັນ
ປະທານຂອງ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີສະຫາຍຮອງປະທານຄະນະກວດກາສູນກາງພັກ, ມີຄະນະບໍລິຫານງານພັກແຂວງ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ 2 ກຳລັງປະກອບອາວຸດກອງບັນຊາການ ປກຊ - ປກສ ແຂວງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ປອ ດາວວົງ ພອນແກ້ວ ໄດ້ກ່າວເປີດກອງປະຊຸມທາບທາມລົງຄະແນນສຽງຄວາມໄວ້ວາງໃຈການນຳພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກແຂວງສາລະວັນ ກາງສະໄໝທີ IX. ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຮັບຟັງການເຜີຍແຜ່ຄໍາສັ່ງຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ມາດຖານຄະນະບໍລິຫານງານພັກແຂວງ/ນະຄອນຫຼວງ ສິດ ແລະ ໜ້າທີ່ຂອງຄະນະພັກ, ຂໍ້ຫ້າມສໍາລັບສະມາຊິກພັກ.
ມາໃນວັນທີ 25 ພຶດສະພາ 2023 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດຕັ້ງພິທີໂຄສະນາປາຖະ ກະຖາ 2 ວັນປະຫວັດສາດຂອງຊາດ ຂອງພັກ ຄື: ວັນກອງພັນທີ 2 ວິລະຊົນ ຜ່າວົງປິດລ້ອມ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 64 ປີ (18 ພຶດສະພາ 1959-18 ພຶດສະ ພາ 2023) ແລະ ລະນຶກມູນເຊື້ອວິລະກໍາໂຕນຄຸກ ຢ່າງມະ ຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 63 ປີ ( 24/5/1960-24/5/2023 ) ມີບັນດາທ່ານ ຄະນະນໍາຂັ້ນແຂວງ, ຫົວໜ້າ ແລະ ຮອງພະແນກການ, ນາຍແລະ ພົນທະຫານ, ນາຍແລະ ພົນຕໍາຫຼວດ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ໃນພິທີຄັ້ງນີ້, ໃຫ້ກຽດຂື້ນປາຖະກະຖາ 2 ວັນດັ່ງກ່າວຂອງທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າຄະນະໂຄສະ ນາອົບຮົມແຂວງ, ທ່ານ ໄດ້ຍົກໃຫ້ຮູ້ວ່າ: ປະຫວັດຄວາມເປັນມາຂອງມູນເຊື້ອວິລະກໍາລໍ້າເລີດ ຂອງກອງພັນທີ 2 ວິລະຊົນ ທີ່ສາມາດຜ່ານວົງປິດລ້ອມ. ກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ພາຍໃຕ້ການ ນຳພາຂອງພັກປະຊາຊົນປະຕິວັດລາວ. ໃນໄລຍະຜ່ານມາ ບັນດາວີລະກໍາໃນພາລະກິດຕໍ່ສູ້ບໍ່ຍອມຈໍານົນຕ້ານກັບຈັກກະພັດຜູ້ຮຸກ ຮານ ຈົນສາມາດຜ່ານວົງປິດລ້ອມຂອງສັດຕູໄດ້. ເຊິ່ງເປັນເຫດການ ອັນສໍາຄັນທາງປະຫວັດສາດ ຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວເຮົາ.
ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງວິລະກໍາອັນລໍ້າເລີດຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ພວກເພີນມີໄຫວພິບປະຕິພານ, ສະຫຼາດສ່ອງໃສ່ ຈົນສາມາດໂຕນຄຸກໂພນເຄັງ ຢ່າງມະຫັດສະຈັນ. ເຊິງເປັນເຫດການທີ່ພວກເພີນໄດ້ພະຍາຍາມປຸກລະດົມຂົນ ຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວ ເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກໂພນເຄັງ, ໂດຍໄດ້ມີການວາງແຜນລະອຽດ ຈຶ່ງສາມາດໂຕນ ອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ.
ກອງປະຊຸມປະກາດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຄັ້ງທີ IV ຕໍ່ເນື່ອງ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 8 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຄະນະພັກຂັ້ນເທີງ ແລະ ສະຫາຍ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາແຂວງ, ໃຫ້ກຽດເຂົ້າຮ່ວມມີບັນດາສະມາຊິກພັກ ພາຍໃນຄະນະໂຄສະນາອົບຮົມແຂວງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຄະນະໂຄສະນາອົບຮົມແຂວງ ໄດ້ຂື້ນຜ່ານບົດສະຫຼຸບຕິລາຄາການຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນ ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ ປະຈຳປີ 2022.
ຫຼັງຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຕາງໜ້າຄະນະນໍາຂັ້ນແຂວງ ກໍໄດ້ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ຄັ້ງທີ IV ຕໍ່ເນື່ອງ ພ້ອມທັງໃຫ້ກຽດໂອ້ລົມ ຊີ້ທິດເຍືອງທາງ.
ມາໃນຕອນຄໍ່າຂອງວັນທີ 30 ພຶດສະພາ 2023 ນີ້ ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ລົງເຄື່ອນໄຫວໂຄສະນາເຄື່ອນທີ່ສາຍສາລະຄະດີວັນຜ່ານວົງປິດລ້ອມຂອງກອງພັນທີ2 ທີ່ທົ່ງໄຫຫີນຊຽງຂວາງ, ສາລະຄະດີການໂຕນຄຸກໂພນເຄັງ ຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຢ່າງມະຫັດສະຈັນ ຕິດພັນການສາຍສາລະຄະດີຄອບຄົວຕົວແບບການປູກ-ການລ້ຽງ ໃຫ້ຫລາຍກາຍເປັນສິນຄ້າ ຢູ່ທີ່ບ້ານຫນອງບົວນ້ອຍ,ເມືອງແລະແຂວງສາລະວັນ. ເຊິ່ງນໍາພາທິມງານກອງໂຄສະນາເຄື່ອນແຂວງ ລົງເຄື່ອນໄຫວນໍາ ໂດຍທ່ານ ເປັງ ລາດຄໍາພູມີ ຮອງເລຂາຫນ່ວຍພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ, ພະນັກງານລົງກໍ່ສ້າງຮາກຖານການເມືອງປະຈໍາບ້ານຫນອງບອນນ້ອຍ, ພິທີໃນຄັ້ງນີ້ ມີບັນດາທ່ານຄະນະນໍາຂອງບ້ານ, ອົງການຈັດຕັ້ງບ້ານ ແລະ ປະຊາຊົນຍິງ-ຊາຍ ນ້ອຍໃຫຍ່ ພາຍໃນບ້ານເຂົ້າຮ່ວມຮັບຊົມທັງຫມົດ 125 ຄົນ,ຍິງ 45 ຄົນ.
ຈຸດປະສົງໃນການຂອງການເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນພາຍໃນບ້ານ ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ຮັບຮູ້ມູນເຊື້ອວິລະກໍາອັນລໍ້າເລີດຂອງກອງພັນທີ 2 ວິລະຊົນ ທີ່ສາມາດຜ່ານວົງປິດລ້ອມຂອງສັດຕູທີ່ທົ່ງໄຫຫີນຊຽງຂວາງໄດ້ ແລະ ຮັບຮູ້ມູນເຊື້ອຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ສາມາດໂຕນຄຸກ ຢ່າງມະຫັດສະຈັນ ໄດ້ຢ່າງປອດໄພ. ນອກຈາກນັ້ນ ກໍ່ເພື່ອໃຫ້ປະຊາຊົນພາຍໃນບ້ານ ມີສະຕິຕື່ນຕົວໃນການປູກ-ການລ້ຽງ ໃຫ້ຫຼາຍກາຍເປັນສິນຄ້າ ເພື່ອພັດທະນາເສດຖະກິດຄອບຄົວ ໃຫ້ມີການພັດທະນາດີຂຶ້ນ.
ວັນທີ 20 ມັງກອນ ເປັນວັນໜຶ່ງທີ່ມີຄວາມໝາຍສຳຄັນທາງປະຫວັດສາດ ຂອງຊາດລາວເຮົາເຊິ່ງແມ່ນວັນກຳເນີດກອງທັບປະຊາຊົນລາວແລະ ໃນແຕ່ລະປີ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ພ້ອມກັນສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວຢ່າງຄຶກຄື້ນ ເພື່ອເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ ຂອງກອງທັບປະຊາຊົນລາວ. ກ່ອນໜ້ານີ້ 74 ປີ ຄືນຫຼັງ ຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງລະບອບເກົ່າ ແລະ ໃໝ່ ໄດ້ດຳເນີນໄປຢ່າງດຸເດືອດຂ້ຽວຂາດ; ໂດຍປະຕິບັດຕາມຄຳສັ່ງ ຂອງພັກກອມມູນິດອິນດູຈີນ ໃນວັນທີ 20 ມັງກອນ 1949 ຢູ່ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້, ແຂວງຫົວພັນ ກອງທັບລາວອິດສະຫຼະ (ກອງ ທັບປະຊາຊົນລາວ ໃນ
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 44 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 727 |
![]() | ເດືອນນີ້ | 5153 |
![]() | ທັງໝົດ | 204890 |