ໃນຕອນເຊົ້າຂອງວັນທີ 31 ມັງກອນ 2023 ຢູ່ທີ່ສະໂມສອນໃຫຍ່ຂອງວິທະຍາໄລຄູແຂວງ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20/01/1949-20/01/2023 ), ໃຫ້ກຽດຂຶ້ນປາຖະກະຖາ ໃນຄັ້ງ ນີ້ໂດຍ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ອາດີດຄະນະນໍາແຂວງ, ອາດີດຫົວໜ້າ ກອງບັນຊາການທະຫານແຂວງ, ມີຫົວໜ້າ, ຮອງພະແນກການ, ນາຍແລະ ພົນທະຫານ, ນາຍແລະ ພົນຕໍາຫຼວດ, ນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 185 ທ່ານ, ຍິງ 40 ທ່ານ; ສະມາຊິກພັກ160 ສະຫາຍ, ຍິງ 50 ສະຫາຍ.
ຕອນທ້າຍ ທ່ານ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ອາດີດຄະນະນໍາຂອງແຂວງ, ອາດີດຫົວໜ້າກອງບັນຊາການທະຫານແຂວງ ໄດ້ຮຽກຮ້ອງໃຫ້ບັນດາພະນັກງານ-ນັກຮົບ, ນາຍ ແລະພົນທະຫານໃນທົ່ວກອງທັບເຮົາ ຈົ່ງອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ ແລະຂອງກອງທັບ, ເດັດດ່ຽວປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດເປັນກຳລັງຫຼັກແຫຼ່ງແກ່ນສານ ໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນໄລຍະໃໝ່ ຄື ປົກປັກຮັກສາ ແລະສ້າງສາພັດທະນາປະເທດ.
#ພາບແລະ ເນື້ອໃນຂ່າວຈາກ: ຖິ່ນສຽງແຄນແດນດອກຮັງ
ມາໃນວັນທີ 4 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບຄະນະໂຄສະນາອົບຮົມເມືອງເລົ່າງາມ ໄດ້ເຄື່ອນໄຫວສໍາພາດຄອບຄົວຕົວແບບ ການປູກພຶດແບບປະສົມປະສານ ເປັນສິນຄ້າ ຢູ່ບ້ານດົງບັງ, ເມືອງເລົ່າງາມ ແຂວງສາລະວັນ. ເຊິ່ງການລົງໃນຄັ້ງນີ້ ໄດ້ສໍາພາດຄອບຄົວທ່ານ ພົງສະຫວັນ ໄຊຍະວົງ ອາຍຸ 50 ປີ, ປະຊາຊົນບ້ານດົງບັງ ເມືອງເລົ່າງາມ ແຂວງສາລະວັນ. ເຊິ່ງລາວໃຫ້ສໍາພາດວ່າ: ຂ້າພະເຈົ້າ ໄດ້ພ້ອມກັບຄອບຄົວ ຫັນມາເຮັດອາຊີບພືດກະສີກຳ, ເປັນຕົ້ນ: ໜາກກ້ວຍ, ມັນຕົ້ນ, ໝາກອຶ, ໝາກຖົ່ວ, ຜັກຫອມບົວ, ລ້ຽງງົວ, ໝູ ແລະ ອື່ນໆ.
ຂ້າພະເຈົ້າຈຶ່ງ ຫັນປ່ຽນອາຊີບໃໝ່ຈາກການຊື້ - ຂາຍພຶດກະສີກຳ ຫັນມາປູກພືດກະສີກໍາ ແບບປະສົມປະສານ ເປັນອາຊີບຕົ້ນຕໍ. ມາຮອດປະຈຸ ໄດ້ຂະຫຍາຍເນື້ອທີ່ 23 ເຮັກຕາ. ສາມາດສ້າງລາຍຮັບຈາກການປູກພຶດແບບປະສົມປະສານ ໄດ້ປະມານ 450 ລ້ານກີບ ຕໍ່ປີ. ການປູກພືດແບບປະສົມປະສານ ເຮັດໃຫ້ຄອບຄົວຂອງຂ້າພະເຈົ້າ ມີຊີວິດການເປັນຢູ່ດີຂື້ນ ກາຍເປັນຄອບຄົວພັດທະນາຂອງບ້ານ ເຊີ່ງມີກ້ອນທຶນນໍາໃຊ້ເປັນທືນໝູນວຽນຈໍານວນໜຶ່ງ ເຂົ້າໃສ່ໃນການຜະລິດ ແລະ ອີກຈໍານວນໜຶ່ງ ກໍ່ເປັນເງິນສະສົມພັດທະນາຄອບຄົວ ເຊັ່ນ: ຊື້ພາຫານະຂົ່ນສົ່ງ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ສົ່ງເສີມໃຫ້ລູກໄດ້ສຶກສາຮໍ່າຮຽນ.
ໃນຕອນເຊົ້າຂອງວັນທີ 7 ກຸມພາ 2023 ຄະນະໂຄສະຂາອົບຮົມແຂວງສາລະວັນ ໄດ້ເປີດຊຸດອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ເພື່ອຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປະຈຳປີ 2023 ຂື້ນທີ່ຫ້ອງປະຊຸມພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ໃຫ້ກຽດເປັນປະທານ ແລະ ບັນຍາຍເອກະສານ ໃນຄັ້ງນີ້ໂດຍສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ມາຈາກຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ ແລະ ໜ່ວຍພັກອົງການແນວລາວສ້າງຊາດແຂວງ ເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 2 ສະຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ. ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມກຳລັງແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ. ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ໃນຈໍານວນ 13 ຄໍາຖາມ-ຄໍາຕອບ.
ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ຈັນສະໝອນ ພົມມະແສງ, ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນໃນທຸກຂະບວນການຂອງວຽກງານ, ເພື່ອໃຫ້ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ທີ່ຈະເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ.
ວັນທີວັນທີ 31 ກໍລະກົດ 2023, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມສ່ອງແສງລາຍງານ ວຽກງານໂຄສະນາອົບຮົມ ປະຈຳເດືອນ ກໍລະກົດ ແລະ ວາງທິດທາງແຜນການເດືອນ ສິງຫາ 2023 ໂດຍການເປັນປະທານຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາທ່ານ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມເຊິ່ງໜ້າ. ສໍາລັບບັນດາເມືອງ ມີ ທ່ານ ຫົວໜ້າ ແລະ ຮອງຄະນະໂຄສະນາອົບຮົມ 8 ເມືອງ ເຂົ້າຮ່ວມ ໂດຍຜ່ານລະບົບກອງປະຊຸມທາງໄກ(Vedio conferance ).
ໃນກອງປະຊຸມຄັ້ງນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວ ໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ.ຫຼັງຈາກນັ້ນ,ຄະນະໂຄສະນາອົບຮົມເມືອງ ກໍໄດ້ລາຍງານການເຄື່ອນໄຫວ ວຽກ ງານໂຄສະນາອົບຮົມເມືອງ ຂອງຕົນ. ຈາກນັ້ນ, ຫົວໜ້າ 4 ຂະແໜງການ ຂອງຄະ ນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນແລກປ່ຽນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງມີເນື້ອໃນດັ່ງນີ້:
1. ໃຫ້ແຕ່ລະເມືອງ ສືບຕໍ່ເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ໃຫ້ລົງເຖິງທ້ອງຖິ່ນ ຮາກຖານ.
2. ຕ້ອງເອົາໃຈໃສ່ ຕໍ່ຂອດປະສານງານ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ, ແຕ່ລະເມືອງຕ້ອງມີການແລກປ່ຽນບົດຮຽນ ນໍາຄະນະໂຄສະນາອົບຮົມແຂວງ ໃຫ້ເປັນປົກກະຕິ.
3. ຕ້ອງສືບຕໍ່ ເຊື່ອມຊຶມເອກະສານນໍາພາແນວຄິດ ເປັນຕົ້ນແມ່ນ ເອກະສານ ທີ່ຮັບໃຊ້ ເຂົ້າໃນບັ້ນກະກຽມກອງປະຊຸມໃຫ່ຍ 3 ຂັ້ນ ຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ແຕ່ລະຮາກຖານພັກ. ພ້ອມກັນນັ້ນ, ກໍ່ຕ້ອງເອົາໃຈໃສ່ຜັນຂະຫຍາຍມະຕິ XI ຂອງພັກ ໃຫ້ທົ່ວເຖິງ; ຈາກນັ້ນ, ຄະນະໂຄສະນາອົບຮົມ ແຕ່ລະເມືອງ ຕ້ອງເອົາໃຈໃສ່ ປະຕິບັດວຽກງານວິຊາສະເພາະຂອງຕົນ ເປັນຕົ້ນແມ່ນ: ວຽກງານໂຄສະນາ-ປາຖະກະຖາ, ວຽກງານອົບຮົມ, ວຽກງານສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ແລະ ວຽກງານຫ້ອງການ ໃຫ້ເປັນປົກກະຕິ.
ຕອບຮັບຕາມຄຳເຊີນ ຂອງຄະນະໂຄສະນາສຶກສາພັກແຂວງເທື່ອທຽນເຫວ້ ແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນຈາກ ຄະນະໂຄສະນາອົບຮົມແຂວງສາລະວັນ ແຫ່ງ ສປປ ລາວ ນຳໂດຍ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ເປັນຫົວໜ້າຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ແຂວງເທື່ອທຽນເຫວ້ ໃນລະຫວ່າງວັນທີ 22 - 24 ມິຖຸນາ (06) 2023.
ຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກ ແມ່ນເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ຫວຽດນາມ-ລາວ ເວົ້າລວມ; ເວົ້າສະເພາະ ລະຫວ່າງສອງແຂວງ ແລະ ອົງຄະນະພັກສອງແຂວງ ເທື່ອທຽນເຫວ້-ສາລະວັນ. ໂດຍສະເພາະການພົວພັນຮ່ວມມືລະຫວ່າງຄະນະໂຄສະນາສືກສາພັກແຂວງເທື່ອທຽນເຫວ້ ກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ເພື່ອແລກປ່ຽນບົດຮຽນໃນຂົງເຂດວຽກງານໂຄສະນາສຶກສາ/ໂຄສະນາອົບຮົມ.
ໃນຕອນເຊົ້າຂອງວັນທີ 23 ມິຖຸນາ (06) 2023, ສອງຝ່າຍໄດ້ມີການພົບປະ ແລກປ່ຽນບົດຮຽນ ດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ດ້ວຍຄວາມເຂົ້າອົກເຂົ້າໃຈ, ເຊື່ອໝັ້ນເຊິ່ງກັນ ແລະ ກັນ.
ໃຫ້ກຽດເຂົ້າຮ່ວມໃນພິທີພົບປະແລກປ່ຽນບົດຮຽນ, ຝ່າຍຄະນະຜູ້ແທນ ຄະນະໂຄສະນາອົບຮົມແຂວງສາລະວັນ ນຳໂດຍ ສະຫາຍ ຈັນສະໝອນ ພົມມະແສງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ເປັນຫົວໜ້າຄະນະ.
ຝ່າຍຄະນະຜູ້ແທນ ຄະນະໂຄສະນາສືກສາພັກແຂວງເທື່ອທຽນເຫວ້ ນຳໂດຍ ສະຫາຍ ຮ່ວງ ແຂັງ ຮຸ່ງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາສືກສາພັກແຂວງເທື່ອທຽນເຫວ້ ເປັນຫົວໜ້າຄະນະ.
ໃນພິທີພົບປະ, ສອງຝ່າຍໄດ້ລາຍງານໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຜົນສໍາເລັດຂອງການຮ່ວມມືລະຫວ່າງສອງແຂວງ ເທື່ອທຽນເຫ້ວ-ສາລະວັນ, ກໍ່ຄືຜົນສໍາເລັດຂອງການເຄື່ອນໄຫວວຽກງານໂຄສະນາສືກສາ/ໂຄສະນາອົບຮົມໃນໄລຍະຜ່ານມາຂອງແຕ່ລະແຂວງ ພ້ອມທັງຕີລາຄາຜົນການຮ່ວມມືໃນປີຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ສອງຝ່າຍມີຄວາມປິຕິຍິນດີເປັນຢ່າງສູງ ທີ່ໄດ້ຮັບຮູ້ວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ; ເວົ້າສະເພາະ ລະຫວ່າງ ສອງແຂວງ ເທື່ອທຽນເຫວ້-ສາລະວັນ ໃນໄລຍະໃໝ່ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຂື້ນເທື່ອລະກ້າວ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາໄລຍະຕໍ່ໜ້າ, ໂດຍສະເພາະ ແມ່ນການປະກອບສ່ວນເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງຄະນະໂຄສະນາສືກສາພັກແຂວງເທື່ອທຽນເຫວ້ ກັບຄະນະໂຄສະນາອົບຮົມແຂວງສາລະວັນ, ສອງຝ່າຍໄດ້ເປັນເອກະພາບຮ່ວມກັນໃນບາງບັນຫາທີ່ຈຳເປັນຕ້ອງໄດ້ຮ່ວມມືກັນ ໃນໄລຍະຕໍ່ໜ້າ, ດັ່ງນີ້ :
1. ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ປະສານສົມທົບກັນໃນການເຄື່ອນໄຫວວຽກງານໂຄສະນາ ລະຫວ່າງຄະນະໂຄສະນາສືກສາພັກແຂວງເທື່ອທຽນເຫວ້ ກັບຄະນະໂຄສະນາອົບຮົມແຂວງສາລະວັນ ເປັນຕົ້ນ: ແລກປ່ຽນບົດຮຽນ, ປະສົບການທາງດ້ານວິຊາສະເພາະ, ກໍ່ສ້າງຊັບພະຍາກອນມະນຸດ ແລະ ຊ່ວຍເຫຼືອອຸປະກອນຮັບໃຊ້ ຕາມທ່າແຮງຂອງຕົນ
2. ສືບຕໍ່ຍູ້ແຮງ ແລະ ຫັນວຽກງານໂຄສະນາ, ສຶກສາອົບຮົມ ໃນຖັນແຖວພະນັກງານ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນຂອງສອງແຂວງ ໃຫ້ມີຄວາມຫຼາກຫຼາຍ ແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ; ເວົ້າສະເພາະ ກໍ່ແມ່ນລະຫວ່າງສອງແຂວງ ເທື່ອທຽນເຫວ້-ສາລະວັນ ໃຫ້ເລິກເຊິ່ງຍິ່ງກວ່າເກົ່າ. ໂດຍສະເພາະ ເນື່ອງໃນໂອກາດວັນຊາດຫວຽດນາມ, ວັນຊາດລາວ, ວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ (ວັນທີ 05 ກັນຍາ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ-ລາວ (ວັນທີ 18 ກໍລະກົດ), ວັນຄ້າຍວັນເກີດ ປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ …
ສອງຝ່າຍ ສືບຕໍ່ຊຸກຍູ້, ສະໜັບສະໜູນ ແລະ ໂຄສະນາເຜີຍແຜ່ກ່ຽວກັບຜົນສໍາເລັດຂອງການຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນ ປະຕິວັດລາວ, ບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ລະຫວ່າງແຂວງເທື່ອທຽນເຫ້ວ ແລະ ແຂວງສາລະວັນ ໄລຍະ 2022 – 2026. ສອງຝ່າຍ ສືບຕໍ່ປຸກລະດົມຂົນໄຂວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນຈັດຕັ້ງປະຕິບັດ, ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດັ່ງກ່າວໃຫ້ໄດ້ຮັບຜົນສໍາເລັດ.
3. ສອງຝ່າຍເຫັນດີເປັນເອກະພາບກັນ ຈັດຕັ້ງການແລກປ່ຽນຄະນະຜູ້ແທນ ເຊິ່ງນໍາໂດຍ ສະຫາຍຫົວໜ້າ ຫຼື ຮອງຫົວໜ້າຄະນະໂຄສະນາສຶກສາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງເປັນຫົວໜ້າຄະນະ ໄປຢ້ຽມຢາມ, ແລກປ່ຽນບົດຮຽນ ແລະ ວາງອອກທິດທາງແຜນການຮ່ວມມືໃນຕໍ່ໜ້; ໂດຍກໍານົດເປົ້າໝາຍ ຄະນະຜູ້ແທນແຕ່ຕັ້ງແຕ່ 7 ຫາ 10 ສະຫາຍ, ໃນໄລຍະເວລາ 03 ວັນ.
ໃນກໍລະນີທີ່ສອງຝ່າຍບໍ່ສາມາດດຳເນີນການແລກປ່ຽນຄະນະຜູ້ແທນ ຕາມກຳນົດເວລາທີ່ວາງໄວ້, ແມ່ນຈະປະຕິບັດການແຈ້ງ, ແລກປ່ຽນຂໍ້ມູນໃຫ້ກັນຊາບ ແລະ ດໍາເນີນກອງປະຊຸມໃນຮູບແບບກອງປະຊຸມທາງໄກ (ອອນລາຍ).
4. ສອງຝ່າຍໄດ້ເຫັນດີເປັນເອກະສັນກັນວ່າ ຕ້ອງໄດ້ຊຸກຍູ້ການພົວພັນຮ່ວມມື ໃຫ້ນັບມື້ນັບກ້າວໄປສູ່ລວງເລິກ. ນອກຈາກການແລກປ່ຽນຄະນະຜູ້ແທນແລ້ວ, ກໍ່ອາດຈະສົມທົບກັນຄົ້ນຄວ້າສ້າງຕັ້ງ ແລະ ຜັນຂະຫຍາຍບັນດາກົນໄກຮ່ວມມື ເຊັ່ນ: ກອງປະຊຸມທາງໄກ (ອອນລາຍ) ເພື່ອລາຍງານກ່ຽວກັບສະພາບການ, ສຳມະນາດ້ານທິດສະດີ, ແລກປ່ຽນບົດຮຽນດ້ານພຶດຕິກໍາຕົວຈິງ, ພິມຈຳໜ່າຍເອກະສານໂຄສະນາ... ໃນກໍລະນີມີບັນຫາໃໝ່ເກີດຂຶ້ນ ແລະ ເຫັນວ່າມີຄວາມຈຳເປັນຮີບດ່ວນ, ສອງຝ່າຍຈະປຶກສາຫາລື ແລະ ແຈ້ງໃຫ້ກັນຊາບ ເພື່ອດໍາເນີນການພົບປະ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຈັດຕັ້ງຜັນຂະຫຍາຍໄດ້ຢ່າງທັນການ.
5. ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບຮ່ວມກັນ ໃນການຈັດກອງປະຊຸມພົບປະຄັ້ງຕໍ່ໄປ, ແມ່ນຄະນະໂຄສະນາອົບຮົມແຂວງສາລະວັນ ເປັນເຈົ້າພາບ, ຄາດຄະເນໃນຊ່ວງເຄິ່ງກາງຂອງທ້າຍປີ 2024. ຄະນະໂຄສະນາອົບຮົມແຂວງສາລະວັນ ຮຽນເຊີນຄະນະໂຄສະນາສຶກສາພັກແຂວງເທື່ອທຽນເຫວ້ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ແຂວງສາລະວັນ (ສໍາລັບວັນ, ເວລາ ລະອຽດສອງຝ່າຍຈະປຶກສາຫາລື, ເປັນເອກະພາບກັນພາຍຫຼັງ ແລະ ລາຍງານໃຫ້ກັນຊາບກ່ອນລ່ວງໜ້າກອງປະຊຸມ 30 ວັນ).
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 47 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 730 |
![]() | ເດືອນນີ້ | 5156 |
![]() | ທັງໝົດ | 204893 |