ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2023 ນີ້, ຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວ ວຽກງານໂຄສະນາຜ່ານສື່ເອເລັກໂຕນິກ ( ເວັບໄຊສ ) ທົ່ວປະເທດ ປະຈໍາໄຕມາດ 2 ແລະ ທິດທາງປະຈໍາໄຕມາດທີ 3 ໂດຍຜ່ານລະບົບກອງປະຊຸມທາງໄກ ( ວີດີໂອຄອນເພີເລັນ ) ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ. ໃນກອງປະຊຸມຄັ້ງນີ້, ໂດຍໃຫ້ກຽດ ເປັນປະທານກອງປະຊຸມ ຂອງທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີບັນດາທ່ານ ຫົວໜ້າ ແລະ ຮອງ, ພະນັກງານຫຼັກແຫຼ່ງ; ພະນັກງານວິຊາການ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ; ມີບັນດາຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ, ແອັດມິນຮັບຜິດຊອບເວັບໄຊ ທົ່ວປະເທດ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ໃຫ້ກຽດກ່າວເປີດ ແລະ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມ. ຫຼັງຈາກນັ້ນ, ແອັດມິນ ( ເວັບໄຊ ) ແຕ່ລະແຂວງ ກໍ່ໄດ້ຂຶ້ນລາຍງານ ວຽກງານໂຄສະນາຜ່ານສື່ເອເລັກໂຕນິກ ( ເວັບໄຊສ ) ຂອງຕົນ ປະຈໍາໄຕມາດ 2 ແລະ ທິດທາງແຜນການປະຈໍາໄຕມາດ 3. ສໍາລັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຕ່າງໜ້າຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ກໍ່ໄດ້ລາຍງານ ການເຄື່ອນໄຫວ ວຽກງານ ໂຄສະນາຜ່ານສື່ເອເລັກໂຕນິກ ( ເວັບໄຊສ ).
ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກໍໄດ້ມີຄໍາເຫັນໂອ້ລົມ ຕໍ່ກອງປະຊຸມດັ່ງກ່າວ ເຊິ່ງມີເນື້ອໃນດັ່ງນີ້:
1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃຫມ່ ຕ້ອງໄດ້ ເອົາໃຈໃສ່ຍາດແຍ່ງຄວາມຮູ້ນໍາຜູ້ຮັບຜິດຊອບທາງສູນກາງ ເພື່ອພັດທະນາວຽກງານໃຫ້ສໍາເລັດໄດ້ຮັບຫມາກ ຜົນທີ່ດີ.
2. ຕິດຕາມກວດກາຄືນການເຄື່ອນໄຫວເທິງຫນ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງ ແຂວງຕົນໃນບັນດາເມນູ, ຄໍລໍາຕ່າງໆ ມີບົດຂ່າວ ບົດຄວາມ ຫຼື ຂໍ້ມູນຕ່າງໆ ມີການເຜີຍແຜ່ເປັນປົກກະຕິ.
3. ພະຍາຍາມສ້າງການພົວພັນ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາ ອົບຮົມເມືອງ ສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄື່ອນໄຫວຂອງເມືອງ ລົງໃນ ເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄຫມໃນວຽກ ງານໂຄສະນາອົບຮົມ ບໍ່ໃຫ້ບັນດາແອັດມິນແຂວງຄອງຄອຍແຕ່ສູນກາງລົງໄປຊ່ວຍ.
4. ກົນໄກການປະສານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ທີມງານ ທາງສູນກາງ ຂໍໃຫ້ເພີ່ມທະວີຂື້ນຕື່ມ, ແຂວງໃດທີມີຂໍ້ຄົງຄ້າງກໍ່ໃຫ້ຮີບຮ້ອນສະເຫນີ ຫຼື ອາດຈະປະຊຸມ ທາງໄກຮ່ວມກັນເພື່ອຫາວິທີແກ້ໄຂບໍ່ໃຫ້ວຽກງານພວກເຮົາຢຸດສະງັດ ພະຍາຍາມຫັນມານໍາໃຊ້ເຕັກໂນໂລຊີເຂົ້າໃນການປະຕິບັດຫນ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.
5. ໃຫ້ບັນດາແຂວງສືບຕໍ່ປັບປຸງຂອດທີ່ຍັງຄົງຄ້າງໃຫ້ສໍາເລັດ ແລ້ວສະຫຼຸບລາຍງານສົ່ງໃຫ້ທາງສູນ ກາງ ພ້ອມທິດທາງແຜນການໃນຕໍ່ຫນ້າ.
ຄະນະໂຄສະນາອົບຮົມແຂວງຮ່ວມກັບສະຫະພັນແມ່ຍິງແຂວງ ໄດ້ອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ, ສະມາຊິກແມ່ຍິງ ທີ່ສັງກັດຢູ່ຫນ່ວຍຮາກຖານພະແນກການ,ອົງການທຽບເທົ່າອ້ອມຂ້າງແຂວງ ຊຸດທີ 1 ຂື້ນ ໃນວັນທີ 12 ກໍລະກົດ 2023 ນີ້, ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການໃຫ້ກຽດເຂົ້າ ຮ່ວມກ່າວເປີດຂອງທ່ານ ຈັນສະໝອນ ພົມມະແສງ ຄະ ນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານ-ຫຼັກແຫຼ່ງ, ສະມາຊິກແມ່ຍິງ ທີ່ສັງກັດຢູ່ພະແນກການ, ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ໃນພິທີ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດກ່າວເປີດພິທີ ໂດຍທ່ານ ໄດ້ກ່າວວ່າ: ການເປີດອົບຮົມເທື່ອນີ້ ແມ່ນເພື່ອເຮັດໃຫ້ ແມ່ຍິງລາວບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ ກ່ຽວກັບມູນເຊື້ອ ຂອງຊາດລາວ ແລະ ແມ່ຍິງລາວບັນດາເຜົ່າ, ຮູ້ບົດບາດຂອງແມ່ຍິງລາວ, ຮູ້ວິທີຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນສັງຄົມ ລວມທັງໃນສື່ສັງຄົມອອນລາຍ ໃນຫມູ່ຖັນແຖວແມ່ຍິງ; ເຂົ້າໃຈກ່ຽວກັບຍຸດທະສາດ ແຜນພັດທະນາແມ່ຍິງລາວ ຮອດປີ 2030, ແຜນພັດທະນາແມ່ຍິງລາວ ຮອດປີ 2025 ແລະ ຮັບຮູ້ພື້ນຖານ ກ່ຽວກັບກົດໝາຍວ່າດ້ວຍ: ສະຫະພັນແມ່ຍິງລາວ ການອົບຮົມຄັ້ງນີ້ ແມ່ນຈະໄດ້ນໍາໃຊ້ ເອກະສານທັງໝົດ 5 ຫົວຂໍ້ໃຫຍ່ ແລະ ມີນັກວິທະຍາກອນ 4 ທ່ານ; ໃນນັ້ນ ມາຈາກຄະນະໂຄສະນາອົບຮົມແຂວງ 2 ທ່ານ ແລະ ສະຫະພັນແມ່ຍິງແຂວງ 2 ທ່ານ ຮັບຜິດຊອບຂື້ນຫ້ອງ 3 ຫົວຂໍ້.
ໃນຕອນທ້າຍ ຂອງພິທີ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໃຫ້ກຽດໂອ້ລົມ ຕື່ມອີກ ເຊິ່ງທ່ານໄດ້ເນັ້ນໜັກ ບາງເນື້ອໃນດັ່ງລຸ່ມນີ້:
ໜື່ງ: ຄະນະຮາກຖານໜ່ວຍສະຫະພັນແມ່ຍິງ ແຕ່ລະຂັ້ນ ຕ້ອງເພີ່ມທະວີ ໃນການຊີ້ນໍາ-ນໍາພາ ແລະ ເພີ່ມຄວາມຮັບຜິດຊອບສູງ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງ ຂອງຕົນ ຢ່າງເປັນປົກກະຕິ ຕໍ່ເນື່ອງ.
ສອງ: ຕ້ອງຕັ້ງໜ້າ ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ, ກົດລະບຽບພັກ, ກົດໝາຍຂອງລັດ; ຍົກລະດັບການສຶກສາ, ວິຊາສະເພາະ, ວິທະຍາສາດ-ເຕັກນິກ ແລະ ພາສາຕ່າງປະເທດ ໃຫ້ແກ່ສະມາຊິກແມ່ຍິງ ໃຫ້ຫຼາຍຂື້ນ.
ສາມ: ສະມາຊິກແມ່ຍິງ ຕ້ອງເອົາໃຈໃສ່ໃນການອະນຸລັກຮັກສາ ຂະນົບທຳນຽມ ຮີດຄອງປະເພນີ ອັນດີງາມຂອງຊາດ ແລະ ອະນຸລັກ ສົ່ງເສີມວັດທະນະທໍາ ທີ່ເປັນມູນເຊື້ອຂອງຊາດ ຂອງເຜົ່າ.
ສີ່: ສະມາຊິກແມ່ບັນດາເຜົ່າ ຕ້ອງປະຕິບັດໃຫ້ໄດ້ ຂໍ້ແຂ່ງຂັນ 3 ດີຂອງແມ່ຍິງ ເປັນຕົ້ນແມ່ນ ເປັນພົນລະເມືອງດີ, ມີການພັດທະນາດີ , ສ້າງຄອບຄົວດີ.
ອີງຕາມການມອບໝາຍຂອງຄະນະນໍາຂັ້ນແຂວງ ມາໃນວັນທີ 19 ມັງກອນ 2023 ນີ້, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ເຂົ້າຮ່ວມມີຄໍາເຫັນໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງພະ ແນກພາຍໃນແຂວງ ມີບັນດາທ່ານຄະນະນໍາຂອງພະແນກພາຍໃນແຂວງ, ພະແນກການອ້ອມຂ້າງແຂວງ, ຫົວໜ້າ ແລະ ຮອງຫ້ອງການພາຍໃນ 8 ເມືອງເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານຂອງພະແນກພາຍໃນ ທົ່ວແຂວງ ແລະ ລາຍງານການຈັດຕັ້ງປະຕິບັດກິດຈະກໍາໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງ ປະຈໍາປີ 2022 ແລະ ທິດທາງແຜນການ 2023 ຈາກຄະນະພະແນກພາຍໃນແຂວງ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ມີຄໍາເຫັນແລກປ່ຽນ ຢ່າງມີບັນຍາກາດພົ້ນຟື້ນ.
ໃນຕອນທ້າຍ ຂອງກອງປະຊຸມທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຕ່າງໜ້າໃຫ້ຄະນະນຳຂັ້ນແຂວງ ກໍໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ພະແນກພາຍໃນ ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມນີ້, ທ່ານ ຍັງໄດ້ ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ແລະ ໄດ້ເນັ້ນໜັກ ໃຫ້ພະແນກພາຍໃນແຂວງ
ແລະ ເມືອງ ຈົ່ງພ້ອມກັນສືບຕໍ່ ສຶກສາອົບຮົມການເມືອງ-ເເນວຄິດ, ປັບປຸງແບບແຜນການວີທີນໍາພາໃນການຈັດຕັ້ງປະຕິບັດວຽກງານພາຍໃນຂອງຕົນ, ເປັນເຈົ້າການເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງ ໃຫ້ລົງເຖິງທ້ອງຖິ່ນຮາກຖານ, ເອົາໃຈໃສ່ໃນການເກັບກໍາບັນດາສະຖິຕິພົນລະເມືອງ ພາຍໃນແຂວງ ໃຫ້ສອດຄ່ອງຕາມຄໍາແນະນໍາຂອງຂັ້ນເທິງ, ເອົາໃຈໃສ່ໃນການປະຕິບັດກິດຈະກໍາໂຄງການຈົດທະບຽນ ໃຫ້ຖືກຕ້ອງສອດຄ່ອງ ຕາມແນວທາງຂອງພັກ, ແລະ ກົດໝາຍຂອງລັດວາງອອກ.
#ພາບ ແລະ ເນື້ອໃນຂ່າວ: ຖີ່ນສຽງແຄນ ແດນດອກຮັງ
ມາໃນວັນທີ 5 ມິຖຸນາ 2023 ນີ້ ຄະນະໂຄສະນາອົບຮົມແຂວງສາລະວັນ ສ່ອງແສງວຽກງານໂຄສະນາອົບຮົມປະຈໍາເດືອນ ພຶດສະພາ 2023. ໃນພິທີຄັ້ງນີ້ໃຫ້ກຽດເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນຫາພະນັກງານ-ຫຼັກແຫຼ່ງ, ຄະນະໂຄສນາອົບຮົມແຂວງ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ເຂົ້າຮ່ວມ ໃນພິທີ ທ່ານ ນາງ ບຸຜາ ສຸດທິຈັກ ຄະນະພັກ, ຫົວໜ້າຫ້ອງການບໍລິການ ໄດ້ຜ່ານບົດສະຫຼຸບປະຈໍາເດືອນ ເຊິ່ງມີຫຼາຍວຽກມີຜົນສໍາເລັດຫຼາຍດ້ານ ແລະ ອັນຕ້ອງປັບປຸງແກ້ໄຂ ຫຼັງຈາກນັ້ນ ບັນດາຂະແໜງ ກໍໄດ້ມີຄໍາເຫັນແລກປ່ຽນ ຢ່າງມີບັນຍາກາດຟົດຟື້ນ.
ໃນຕອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກໍ່ໄດ້ມີຄໍາເຫັນແລກປ່ຽນ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນເດືອນ ມິຖຸນາ 2023 .
ໃນຕອນເຊົ້າຂອງວັນທີ 14 ມັງກອນ 2023 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ພ້ອມດ້ວຍ ຄະນະໂຄສະນາອົບຮົມ 8 ເມືອງ ໄດ້ເຂົ້າຮ່ວມຕ້ອນຮັບການລົງມາເຄື່ອນໄຫວ ແລະ ເຮັດວຽກຂອງທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະນໍາ ຈາກຄະນະໂຄສະນາອົບຮົມສູນກາງພັກ ທີ່ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສາລະວັນ. ພິທີດັ່ງ ກ່າວໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງແຂວງ ໃຫ້ກຽດເຂົ້າຮ່ວມໃນພິທີ ຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ແລະ ໃຫ້ກຽດນໍາພາຕ້ອນຮັບ ຂອງທ່ານ ຈັນສະໝອນ ພົມມະແສງ
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 40 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 723 |
![]() | ເດືອນນີ້ | 5149 |
![]() | ທັງໝົດ | 204886 |