ກອງປະຊຸມຮັບການສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ທົ່ວແຂວງສາລະວັນ, ໄດ້ຈັດຂຶ້ນໃນວັນທີ 28 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການ, ໂດຍການເປັນປະທານຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະນໍາຂອງຄະນະໂຄສະນາອົບຮົມແຂວງ, ຄະນະຊີ້ນໍາຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ກໍໄດ້ກ່າວຕ້ອນຮັບແຂກພ້ອມທັງລາຍງານສະພາບລວມຂອງແຂວງ.
ຈາກນັ້ນ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານໂດຍສັງເຂບຕໍ່ກັບສະພາບແນວຄິດ ແລະ ຫາງສຽງສັງຄົມ ຢູ່ແຂວງສາລະວັນ ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນມີຕາໜ່າງເພື່ອນຮ່ວມງານເກັບກຳ ສະພາບແນວຄິດ-ຫາງສຽງສັງຄົມ ທັງໝົດທົ່ວແຂວງ 294 ທ່ານ, ຍິງ 51 ທ່ານ, ຊຶ່ງໄດ້ຜ່ານການຈັດຝຶກອົບຮົມ, ແນະນຳ ແລະ ກຳນົດສິດໜ້າທີ່ຢ່າງລະອຽດຈະແຈ້ງ, ບັນດາຜູ້ທີ່ຖືກແຕ່ງຕັ້ງ ກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເກັບກຳ, ສ່ອງແສງລາຍງານຢ່າງເປັນປົກກະຕິໃຫ້ຄະນະໂຄສະນາອົບຮົມແຂວງ ເພື່ອເກັບກໍາສັງລວມລາຍງານ ຕໍ່ຄະນະປະຈຳພັກແຂວງ ໃນແຕ່ລະເດືອນ. ຈາກນັ້ນ, ບັນດາຄະນະຊີ້ນໍາຕິດຕາມ,ເກັບກຳ ສະພາແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງ ແລະພະແນກການ ກໍ່ໄດ້ລາຍງານສະພາບການ ທີ່ພົ້ນເດັ່ນພາຍໃນຂົງເຂດທີ່ຕົນຮັບຜິດຊອບ ຕືມອີກ.
ໃນຕອນທ້າຍຂອງວາລະກອງປະຊຸມ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ເພື່ອສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບ ວຽກງານການເມືອງ-ແນວຄິດ ກໍຄືວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຢ່າງໜັກ ແໜ້ນ.
ກອງປະຊຸມຊຸກຍູ້ ຕິດຕາມ, ກວດກາ ວຽກງານໂຄສະນາອົບຮົມຮອບດ້ານ , ໄດ້ໄຂຂຶ້ນໃນບ່າຍວັນທີ 28 ກັນຍາ 2023 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການ, ໂດຍການເປັນປະທານຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ, ຄະນະນໍາ, ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມ 8 ເມືອງ, ຄະນະຜູ້ແທນ ຈາກຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ໃນພິທີທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນຈາກຄະນະໂຄສະນາອົບຮົມສູນກາງພັກ ພ້ອມທັງໄດ້ລາຍງານວຽກງານໂຄສະນາອົບຮົມຮອບດ້ານ. ຈາກນັ້ນ, ຫົວໜ້າ ແລະ ຮອງຫົວໜ້າຄະນະໂຄສະນາອົບຮົມ 8 ເມືອງ ກໍ່ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມເມືອງຂອງຕົນ ຕື່ມອີກ.
ໃນຕອນທ້າຍ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ເນັ້ນໜັກ 4 ວຽກງານສໍາຄັນຄື: ວຽກບໍລຫານ, ວຽກອົບຮົມ, ວຽກໂຄສະນາປາຖະກະຖາ ແລະ ວຽກສັງລວມຕິດຕາມ, ເກັບກໍາສະພາບແນວຍຄິດຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ.
ຄະນະໂຄສະນາອົບຮົມແຂວງ ຮ່ວມກັບຄະນະບໍລິຫານງານຊາວຫນຸ່ມແຂວງສາລະວັນ ຈັດພິທີອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ໜ່ວຍຮາກຖານພະແນກການ, ອົງການ,ກົມກອງອ້ອມຂ້າງແຂວງ ,ຊາວຫນຸ່ມອ້ອມຂ້າງເມືອງສາລະວັນ ຂື້ນວັນທີ 19 ກັນຍາ 2023 ທີ່ສະໂມສອນໃຫຍ່ ຂອງແຂວງສາລະວັນ ໂດຍການເປັນປະທານ ຂອງທ່ານ ຈັນສະຫມອນ ພົມະແສງ ຄະນະປະຈໍາພັກແຂວງ, ຫົວຫນ້າໂຄສະນາອົບຮົມແຂວງສາລະວັນ, ມີທ່ານ ຈັນທະວອນ ສີຫາຈັກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ມີບັນດາ ສະມາຊິກຊາວໜຸ່ມ ທີ່ສັງກັດຢູ່ໜ່ວຍຮາກຖານອົງການ,ກົມກອງ, ພະແນກການອ້ມຂ້າງແຂວງ,ຊາວຫນຸ່ມອ້ອມຂ້າງເມືອງສາລະວັນ ເຂົ້າຮ່ວມ.
ໃນພິທີ, ທ່ານ ຈັນສະຫມອນ ພົມມະແສງ ກໍ່ໄດ້ກ່າວເປີດພິທີ ເຊິ່ງທ່ານ ໃຫ້ຮູ້ວ່າ: ຈຸດປະສົງ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງສູນກາງພັກ ກໍຄືມະຕິ 9 ຂອງອົງຄະນະພັກແຂວງ ໃຫ້ເຂົ້າສູ່ຊີວິດຕົວຈິງ ແລະ ທັງນີ້ກໍເພື່ອເປັນການສຶກສາອົບຮົມໃຫ້ແກ່ເປົ້າຫມາຍຕ່າງໆເວົ້າລວມ, ເວົ້າສະເພາະ ແມ່ນສືກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ຖັນແຖວຊາວໜຸ່ມ; ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອຂອງຊາດລາວ, ມູນເຊື້ອຂອງຊາວໜຸ່ມລາວ; ຮັບຮູ້ເຂົ້າໃຈກ່ຽວກັບການແກ້ປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ; ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຊາວໜຸ່ມ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສາມາດເຮັດຫຼ້ອນພາລະກິດຂອງຊາວໜຸ່ມ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຫົວຂໍ້ທີ່ຈະນໍາມາອົມຮົມໃນຄັ້ງນີ້ມີຄື: 1. ເສີມຂະຫຍາຍມູນເຊື້ອຂອງຊາດລາວ; 2. ມູນເຊື້ອຂອງຊາວໜຸ່ມລາວ; 3. ພັກປະຊາຊົນປະຕິວັດລາວກັບຊາວໜຸ່ມ; 4: ການສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ; 5: ຊາວໜຸ່ມກັບການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ; 6: ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນໝູ່ຊາວໜຸ່ມ; 7: ຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນ;
8: ຊາວໜຸ່ມກັບພັນທະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ 9.ຝຶກຝົນຄຸນສົມບັດສິນທຳປະຕິວັດ ແມ່ນໜ້າທີ່ຂອງຊາວໜຸ່ມ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະດໍາເນີນໄປ 1 ວັນ ເຊິ່ງມີຜູ້ເຂົ້າຮ່ວມອົບຮົມທັງຫມົດ 188 ທ່ານ, ຍິງ 63 ທ່ານແລະ ມີຄູຝຶກ 5 ທ່ານ, ຍິງ 1 ທ່ານ, ມາຈາກ ຄະນະໂຄສະນາອົບຮົມແຂວງ 2 ທ່ານ ແລະ ຈາກຄະນະບໍລິຫານງານຊາວໜຸ່ມແຂວງ 3 ທ່ານ, ຍິງ 1 ທ່ານ.
ໃນຕອນທ້າຍ ທ່ານ ຈັນສະຫມອນ ພົມມະແສງ ຄະນະປະຈໍາພັກ,ຫົວຫນ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕື່ມອີກ.
ວັນທີ 21 ສິງຫາ 2023 ຢູ່ທີ່ແຂວງສາລະວັນ, ຄະນະໂຄສະນາອົບຮົມແຂວງສາລະວັນ ສປປ ລາວ ຮ່ວມກັບຄະນະໂຄສະນາສຶກສາພັກແຂວງກວາງຈິ້ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນຂອງຄະນະຜູ້ແທນທັງສອງຝ່າຍ ແລະ ໄດ້ເຊັນບົດບັນທຶກຄວາມຊົງຈຳ ເພື່ອສືບຕໍ່ຮັດແໜ້ນ, ໃຫ້ການຮ່ວມມືຮອບດ້ານໃນຕໍ່ໜ້າ, ໃຫ້ກຽດເຊັນບົດບັນທຶກໂດຍ: ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກັບ ສະຫາຍ ໂຮ່ດ້າຍນາມ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາສຶກສາພັກແຂວງກວາງຈິ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ຊື່ງກ່ອນອື່ນ, ຄະນະຜູ້ແທນທັງສອງຝ່າຍ ໄດ້ຕີລາຄາເຖີງການພົວພັນຮ່ວມມືຮອບດ້ານ ໃນໄລຍະຜ່ານມາ, ໝາກຜົນໆງານໃນການຮ່ວມມື, ການຊ່ວຍເຫຼືອເຊີ່ງກັນ ໃນດ້ານບົດຮຽນ, ດ້ານບຸກຄະລາກອນ ແລະວຽກງານອື່ນໆ ມີຜົນສຳເລັດ ເປັນກ້າວໆ
ກອງປະຊຸມຄັ້ງນີ້, ສະຫາຍ ຈັນສະຫມອນ ພົມມະແສງ ແລະ ສະຫາຍ ໂຮ່ຝ່າຍນາມ ກໍ່ໄດ້ຜັດປ່ຽນກັນລາຍງານສະພາບລວມຂອງແຂວງ ໃນການພັດທະນາ ເສດຖະກິດ-ສັງຄົມ, ການແລກປ່ຽນບົດຮຽນຫຼາຍດ້ານຂອງສອງແຂວງ ໂດຍສະເພາະວຽກງານຄະນະໂຄສະນາ ໃນໄລຍະຜ່ານມາ ຕໍ່ກັບວຽກງານການສ້າງ ພັກ,ລະບົບການເມືອງ, ສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມ, ໂຄສະນາສຶກສາພັກຂອງແຕ່ລະແຂວງ. ສໍາລັບເນື້ອໃນບົດບັນທຶກສຶບຕໍ່ຮ່ວມມືໃນອີກຕໍ່ ຫນ້າ ເປັນຕົ້ນ:ເຫັນດີເປັນເອກະພາບກັນແລກປ່ຽນບົດຮຽນທາງດ້ານວິຊາສະເພາະ, ກໍ່ສ້າງຊັບພະຍາກອນມະນຸດແລະຊ່ວຍເຫຼືອອຸປະກອນຮັບໃຊ້ຕາມທ່າແຮງຂອງຕົນ, ສືບຕໍ່ຢູ່ ແຮງວຽກງານໂຄສະນາ, ສຶກສາອົບຮົມຖັນແຖວພະນັກງານ, ກໍາລັງປະກອບອາວຸດແລະປະຊາຊົນຂອງສອງແຂວງ, ຍົກສູງຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍ ພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດລາວ – ຫວຽດນາມເວົ້າລວມ, ເວົ້າສະເພາະລະຫວ່າງສອງແຂວງສາລະວັນ – ກວາງຈິ. ໃນນັ້ນ, ສຸມໃສ່ການໂຄສະນາເຜີຍແຜ່ບັນດາເຫດການສໍາຄັນຂອງສອງປະເທດຄື: ຄົບຮອບ 50 ປີວັນປົດປ່ອຍພາກໃຕ້ ຫວຽດນາມ, ຄົບຮອບ 50 ປີວັນຊາດລາວ, ຄົບຮອບ 80 ປີວັນຊາດຫວຽດນາມແລະວັນຄູ່າຍວັນເກີດຂອງ ທ່ານປະທານ ໄກສອນ ພົມວິຫານ, ທ່ານປະທານ ໂຮ່ ຈິມິນ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ ເສີມຂະຫຍາຍການຮ່ວມມືແລກປ່ຽນຄະນະຜູ້ແທນຂັ້ນສູງ, ຫັນດີເປັນເອກະພາບເພີ້ມທະວີແລກປ່ຽນຂໍ້ມູນຂ່າວສານຜ່ານຊ່ອງທາງອິນເຕີເນັດ (ລະບົບອອນ ລາຍ), ຄະນະໂຄສະນາສຶກສາແຂວງກວາງວິຈະວັດຕັ້ງຝຶກອົບຮົມໃຫ້ພະນັກງານ ທີ່ເຮັດວຽກງານໂຄສະນາອົບຮົມຂອງແຂວງສາລະວັນ ກ່ຽວກັບການນໍາໃຊ້ບັນດາເຄື່ອງມືສື່ສັງຄົມອອນລາຍແລະຊ່ວຍໃນການຂຽນປະຫວັດສາດຂອງຄະນະພັກແຂວງສາລະວັນໃນໄລຍະຜ່ານມາແລະວຽກງານອື່ນໆ.
ໃນພິທີຄັ້ງນີ້, ຄະນະຜູ້ແທນຄະນະໂຄສະນາສຶກສາພັກແຂວງກວາງຈິ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາ ວຽກງານການເມືອງແນວຄິດພັກ-ພະນັກງານ ໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມແລະເຮັດວຽກທີ່ແຂວງສາລະວັນໃນຄັ້ງນີ້, ທັງໄດ້ເຂົ້າຮ່ວມວາງກະຕ່າ ດອກໄມ້ ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ.
ໃນລະຫວ່າງວັນທີ 11-13 ກັນຍາ 2023; ຄະນະໂຄສະ ນາອົບຮົມແຂວງສາລະວັນ,ຄະນະໂຄສະນາອົບຮົມເມືອງສາລະວັນ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຝຶກອົບຮົມນັກໂຄສະນາ-ປາຖະກາຖາ ດ້ວຍປາກ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂັ້ນແຂວງ ແລະ ພະນັກງານຫຼັກແຫຼ່ງ ເມືອງສາລະວັນ ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງສະລະວັນ. ໂດຍການໃຫ້ກຽດເຂົ້າ ຮ່ວມເປັນຄະນະປະທານ ຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ; ໃນນັ້ນ, ມີນັກສໍາມະນາກອນຈາກພະແນກການອ້ອມຂ້າງແຂວງ, ຫ້ອງການອ້ອມຂ້າງເມືອງສາລະວັນ ເຂົ້າຮ່ວມອົບຮົມ.
ໃນກອງປະຊຸມ ທ່ານ ຈັນສີລອນ ສີສົມບູູນ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງສາລະວັນ ໄດ້ລາຍ ງານສະພາບລວມຂອງເມືອງ, ຈາກນັ້ນທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານ ໄດ້ກ່າວວ່າ: ຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ຂັ້ນແຂວງ ແລະ ເມືອງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານໂຄສະນາ-ປາຖະກາຖາ ໂດຍສະເພາະແມ່ນທັກສະການເວົ້າ, ການຂີດຂຽນເອກະສານຂອງພັກ, ຄຸນລັກສະນະຕ່າງໆ ໃນການເວົ້າ ແລະ ຮັບຮູ້ວິທີການໂຄສະນາຜ່ານສື່ ແລະ ເພື່ອຍົກລະດັບ, ຄວາມຮູ້, ຄວາມສາມາດ ໃຫ້ແກ່ພະນັກງານຫຼັກແຫຼ່ງເມືອງ ແລະ ບັນດາພະແນກການຂອງແຂວງ ກໍາແໜ້ນດ້ານທິດສະດີ, ເພີ່ມທັກສະໃນການເຄື່ອນໄຫວໂຄສະນາ-ປຸກລະດົມ ແລະ ເພື່ອສ້າງຕາໜ່າງນັກໂຄສະນາ-ປາຖະກະຖາ ຜູ້ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ກວ້າງຂວາງ.
ບັ້ນຝຶກອົບຮົມດັ່ງກ່າວນີ້, ຈະໄດ້ພ້ອມກັນຄົ້ນຄວ້າ ເອກະສານ ທັງໝົດ 5 ເອກະສານ ທີ່ສໍາຄັນ ເປັນຕົ້ນແມ່ນ: ບັນຫາພື້ນຖານຂອງວຽກໂຄສະນາ; ທັກສະການໂຄສະນາ ດ້ວຍປາກ; ຝຶກຝົນຄວາມສາມາດໃນການຂຽນເອກະສານ; ຄຸນລັກສະນະ ແລະ ສິລະປະໃນການເວົ້າຂອງນັກປາຖະກະຖາ ແລະ ເອກະສານໂຄສະນາເຄື່ອນທີ່; ໃນກອງປະຊຸມ, ແມ່ນຈະໄດ້ພ້ອມກັນຄົ້ນຄວ້າ, ຖອດຖອນບົດຮຽນ ແລະ ສາທິດເຮັດທົດລອງໃນການຂຽນບົດ ແລະ ທົດລອງຂື້ນຫ້ອງສອນ ເປັນນັກໂຄສະນາປາຖະກະຖາ ດ້ວຍການແບ່ງເປັນຈຸ. ທັງນີ້ ເພື່ອຢັງເບີ່ງຄວາມຮູ້, ຄວາມເຂົ້າໃຈ ໃນການຝຶກອົບຮົມ. ໃນບັ້ນຝຶກອົບຮົມແມ່ນຈະໄດ້ຮັບເຊີນນັກວິທະຍາກອນ ທັງໝົດ 3 ທ່ານ, ຈາກຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ, ຈາກຄະນະໂຄສະນາອົບຮົມແຂວງ 2 ທ່ານ; ມີນັກສໍາມະນາກອນທັງໝົດ 45 ທ່ານ, ຍິງ 6 ທ່ານ ແລະໃນການຝຶກອົບຮົມ ຈະໃຊ້ເວລາ ທັງໝົດ 3 ວັນ ຈິ່ງຈະສໍາເລັດ.
ມີ 17 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 43 |
![]() | ມື້ວານນີ້ | 445 |
![]() | ອາທິດນີ້ | 726 |
![]() | ເດືອນນີ້ | 5152 |
![]() | ທັງໝົດ | 204889 |