ກອງປະຊຸມການສົ່ງເສີມ ແລະໂຄສະນາກິດຈະກຳການຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ.
ພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງສາລະວັນ ຈັດກອງປະຊຸມສົ່ງເສີມ ແລະໂຄສະນາກິດຈະກຳການຕະຫຼາດທ່ອງທ່ຽວຢູ່ແຂວງສາລະວັນ, ໃນວັນທີ 9 ຕຸລາ 2025, ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງ ທ່ານ ບຸນກ່ອງ ເກດທອງຄຳ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງ, ມີ ທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະທ່ອງທ່ຽວ, ພາກສ່ວນທີ່ກ່ຽວຂ້ອງຈາກພາກລັດ ແລະຜູ້ປະກອບການທຸລະກິດການທ່ອງທ່ຽວພາຍໃນແຂວງສາລະວັນ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ເພື່ອປຶກສາລືກ່ຽວກັບການສ້າງກິດຈະກຳການທ່ອງທ່ຽວຕ່າງໆພາຍໃນແຂວງສາລະວັນ ພ້ອມທັງກະຕຸ້ນການມີສ່ວນຮ່ວມລະຫວ່າງພາກລັດ ແລະພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ເຂົ້າມາທ່ອງທ່ຽວແຂວງສາລະວັນໃຫ້ນັບມື້ຫຼາຍຂຶ້ນ. ທັງເປັນການອະນຸລັກປົກປັກຮັກສາ ແລະສົ່ງເສີມງານບຸນປະເພນີ ແລະເທສະການໃຫ້ໄດ້ຮັບການສືບທອດແລະຍືນຍົງ, ເປັນການໂຄສະນາ, ເອກອ້າງມູນມໍລະດົກ, ວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງແຂວງສາລະວັນ, ເພື່ອໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມໃນການສ້າງປະຕິທິນທ່ອງທ່ຽວ ແລະການອະນຸລັກຮັກສາໃຫ້ມີຄວາມຍືນຍົງ ເພື່ອສ້າງເສດຖະກິດທ້ອງຖິ່ນໃຫ້ມີການຂະຫຍາຍຕົວ.
ຈາກນັ້ນ ທ່ານ ທິບພະວົງ ສຸວັນນະແພງສີ ຮອງຫົວໜ້າຂະແໜງທ່ອງທ່ຽວ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດກິດຈະກຳຕາມປະຕິທິນທ່ອງທ່ຽວແຂວງ ໃນປີ 2024 ໂດຍຜ່ານຄົ້ນຄວ້າ-ສັງລວມຂໍ້ມູນຕ່າງໆ ໃນຜ່ານມາ ເຈົ້າແຂວງໄດ້ເຫັນດີຮັບຮອງເອົາປະຕິທິນທ່ອງທ່ຽວຂອງແຂວງສາລະວັນ ປະກອບດ້ວຍງານລະດັບຊາດ 01 ງານ (ງານບຸນປະເພນີແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ) ແລະງານລະດັບແຂວງ 8 ງານ ທີ່ເປັນກິດຈະກຳສົ່ງເສີມປີທ່ອງທ່ຽວຂອງແຂວງສາລະວັນ, ນອກນັ້ນ ພະແນກວັດທະນະທໍາ ແລະທ່ອງທ່ຽວໄດ້ອອກຂໍ້ຕົກລົງຮັບຮອງເອົາປະຕິທິນທ່ອງທ່ຽວຂັ້ນເມືອງ ແລະຂັ້ນບ້ານຂອງ 08 ຕົວເມືອງທົ່ວແຂວງ ມີທັງໝົດ 21 ກິດຈະກຳ ແບ່ງເປັນຂັ້ນເມືອງ 06 ກິດຈະກຳ ແລະຂັ້ນບ້ານ 15 ກິດຈະກຳ ໂດຍປະຕິບັດແລ້ວ 6 ກິດຈະກຳ. ນອກນັ້ນ ກໍ່ໄດ້ແຕ່ງຕັ້ງຄະນະພະແນກ ແລະ ວິຊາການລົງຊູກຍູ້ຊ່ວຍເຫຼືອບັນດາເມືອງໃນການກະກຽມຈັດຕັ້ງປະຕິບັດງານປະຕິທິນທ່ອງທ່ຽວຂອງເມືອງຕິດພັນກັບການສົ່ງເສີມປີທ່ອງທ່ຽວລາວ, ເຊິ່ງແຜນສືບຕໍ່ແມ່ນກະກຽມຈັດຕັ້ງປະຕິບັດງານ ແຫ່ພຣະໄຕປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ປະຈໍາປີ 2025 ໂດຍສະເພາະແຜນດໍາເນີນງານ, ຂໍ້ຕົກລົງຄະນະຮັບຜິດຊອບ ແລະ ງົບປະມານສໍາລັບການຈັດງານ, ສືບຕໍ່ລົງຊູກຍູ້ກິດຈະກຳປະຕິທິນທ່ອງທ່ຽວຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ທີ່ຍັງເຫຼືອໃຫ້ສຳເລັດ, ສືບຕໍ່ໃນການລົງຊູກຍູ້ຜູ້ປະກອບການທຸລະກິດທ່ອງທ່ຽວ ພາຍໃນແຂວງ ໃຫ້ມີການປັບປຸງການບໍລິການ ແລະການຕ້ອນຮັບແຂກ ໂດຍການເປັນເຈົ້າພາບທີ່ດີ. ພ້ອມນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮ່ວມກັນປຶກສາຫາລືປະກອບຄຳເຫັນ ເຂົ້າໃສ່ວຽກງານສົ່ງເສີມການສ້າງກິດຈະກຳການທ່ອງທ່ຽວໃນການກະຕຸ້ນໃຫ້ມີການເພີ່ມທະວີການໂຄສະນາ ແລະສ້າງຜະລິດຕະພັນ ເພື່ອກະຕຸ້ນໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວແຂວງສາລະວັນໃຫ້ຫຼາຍຂຶ້ນ.