ເມືອງເລົ່າງາມ ຈັດຂະບວນການຈ່າຍຢາຂ້າແມ່ທ້ອງ ໃຫ້ນັກຮຽນ 97 ໂຮງຮຽນ
ເມືອງເລົ່າງາມ ຈັດຂະບວນການຈ່າຍຢາຂ້າແມ່ທ້ອງ ໃຫ້ນັກຮຽນ 97 ໂຮງຮຽນ ເມືອງເລົ່າງາມ ແຂວງສາລະວັນ ເອົາໃຈໃສ່ວຽກງານສຸຂະພາບນັກຮຽນ ດ້ວຍການຈັດຂະບວນການຈ່າຍຢາຂ້າແມ່ທ້ອງໃຫ້ເດັກນັກຮຽນຢູ່ໂຮງຮຽນປະຖົມ 97 ແຫ່ງ ທົ່ວເມືອງ ໂດຍມີນັກຮຽນເຂົ້າຮ່ວມທັງໝົດ 448 ຄົນ, ຍິງ 231 ຄົນ ເພື່ອປ້ອງກັນພະຍາດທີ່ເກີດຈາກແມ່ທ້ອງ ແລະ ສົ່ງເສີມການເຕີບໃຫຍ່ຂອງເດັກໃຫ້ມີສຸຂະພາບແຂງແຮງ. ຂະບວນການດັ່ງກ່າວ ແມ່ນສ່ວນໜຶ່ງຂອງການປັບປຸງວຽກງານສຸຂະສຶກສາໃນສະຖານສຶກສາ ໂດຍໃຫ້ນັກຮຽນໄດ້ຮັບຢາຂ້າແມ່ທ້ອງຕາມຫຼັກການ ແລະ ວິທີການທີ່ຖືກຕ້ອງ ພ້ອມທັງສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ນັກຮຽນກ່ຽວກັບການດູແລຮັກສາສຸຂະພາບ ແລະ ອະນາໄມສ່ວນບຸກຄົນ. ພ້ອມນີ້ ...