ພະນັກງານຫຼັກແຫຼ່ງ ກຸ່ມວຽກພັກ-ພະນັກງານ ແຂວງສາລະວັນ ເຊື່ອມຊຶມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII

ພະນັກງານຫຼັກແຫຼ່ງ, ພະນັກງານສະມາຊິກພັກ ກຸ່ມວຽກພັກ-ພະນັກງານ ແຂວງສາລະວັນ ເຊື່ອມຊຶມກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII, ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຂອງເເຂວງ ໂດຍການເຜີຍແຜ່ຂອງ ສະຫາຍ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ສະຫາຍ ສຸກສະເຫຼີມພອນ ໄມມະນີ ກຳມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ນາງ ບຸນທະວີ ດວງລາສີ ໄດ້ຍົກໃຫ້ເຫັນບາງມາດຕາ ຂອງກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ໂດຍສະເພາະແມ່ນ ມາດຕະຖານຂອງສະມາຊິກພັກ ແລະ ເງື່ອນໄຂ ຂອງມະຫາຊົນຜູ້ຈະຂະຫຍາຍເຂົ້າເປັນສະມາຊິກພັກ, ສິດ, ໜ້າທີ່ ແລະ ຂໍ້ຫ້າມ ສໍາລັບສະມາຊິກພັກ, ເຊິ່ງກົດລະບຽບດັ່ງກ່າວ ຖືກຮັບຮອງເອົາໃນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ສະໄໝທີ XII ຂອງພັກ, ລວມມີ 15 ໝວດ, 64 ມາດຕາ, ພັກປະຊາຊົນປະຕິວັດລາວ ມີວັດຖຸປະສົງເພື່ອສືບຕໍ່ຍຶດໝັ້ນ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ, ນໍາພາທົ່ວປວງຊົນລາວທັງຊາດປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະ ໝາກຜົນ ຂອງການປະຕິວັດໄວ້ໃຫ້ໝັ້ນຄົງ; ສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ເຊື່ອມຊຶມ ຄໍາແນະນໍາ ສະບັບເລກທີ 303/ຄຈສພ ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການຈັດຕັ້ງປະຕິບັດ ກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ຕື່ມອີກ. ທັງນີ້ ກໍເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ເປັນບ່ອນອີງໃນການຈັດຕັ້ງຜັນຂະຫຍາຍ ໃຫ້ຖືກຕ້ອງ, ຄົບຖ້ວນ ເປັນເອກະພາບໃນທົ່ວພັກ ເພື່ອເຮັດໃຫ້ຄະນະພັກ, ຕະຫຼອດຮອດສະມາຊິກພັກ ກຸ່ມວຽກພັກ-ພະນັກງານ ກຳແໜ້ນ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກ ຢ່າງເຂັ້ມງວດ, ກວ້າງຂວາງ ແລະ ມີປະສິດທິຜົນ.
ພາບ-ຂ່າວ: ອ່ອນ ມະນີສອນ