ພິທີເຊັນສັນຍາຮັບເໝົາກໍ່ສ້າງທາງຫຼວງທ້ອງຖິ່ນ ເລກ 6913 ແລະ ເລກ 6933
ເຂດເມືອງສາລະວັນ ແລະ ເມືອງເລົ່າງາມ ແຂວງສາລະວັນ

ພິທີເຊັນສັນຍາຮັບເໝົາກໍ່ສ້າງ ໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ (CRRCIP), ສັນຍາເລກທີ CRRCIP-W-010 (ເສັ້ນທາງຫຼວງເມືອງ DR 6913 ແຕ່ແຍກທາງເລກທີ 20 ບ້ານເຕເມແບ່ງ ຫາ ບ້ານພໍ່ເຂັມ ຊາຍແດນເມືອງເລົ່າງາມ, ເມືອງປາກຊ່ອງ ແຂວງຈຳປາສັກ ມີລວງຍາວ 16.64 ກິໂລແມັດ, ກວ້າງ 7 ແມັດ ແລະ ເສັ້ນທາງຫຼວງຊົນນະບົດ RR 6933 ແຕ່ແຍກເສັ້ນທາງທີ 15 ບ້ານບຶງຂາມ ຫາ ບ້ານນາຕືມ ຊາຍແດນເມືອງເລົ່າງາມ ແລະ ເມືອງສາລະວັນ ມີລວງຍາວ 21.88 ກິໂລແມັດ, ກວ້າງ 7 ແມັດ; ເຊິ່ງມີລວງຍາວລວມກັນທັງໝົດເກືອບ 40 ກິໂລແມັດ; ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2026 ທີ່ໂຮງແຮມຄລາວພາຊ່າ ນະຄອນ ຫຼວງວຽງຈັນ. ການລົງນາມໃນສັນຍາຄັ້ງນີ້ ລະຫວ່າງ: ທ່ານ ອິນທະປະດາ ສິດທິມໍລະດາ ຫົວໜ້າໂຄງການ ຕາງໜ້າເຈົ້າຂອງໂຄງການ ແລະ ທ່ານ ນາງ ສັນຕິພອນ ປັນຍາຄູນ ຮອງຜູ້ອຳນວຍການ ກຸ່ມບໍລິສັດ ສອນກໍ່ສ້າງຂົວທາງ-ເຄຫາສະຖານ, ສຳຫຼວດອອກແບບຂົວທາງ-ເຄຫາສະຖານ ແລະ ນໍາເຂົ້າ-ສົ່ງອອກສິນຄ້າທຸກຊະນິດ ຄົບວົງຈອນ ຈໍາກັດຜູ້ດຽວ (ເຊິ່ງເປັນຜູ້ຊະນະການປະມູນ). ໂດຍພາຍໃຕ້ການເຂົ້າ ຮ່ວມເປັນສັກຂີພິຍານຂອງ ທ່ານ ວັນທອງ ບຸດຕະນະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກທະນາຄານໂລກ, ພ້ອມດ້ວຍ ທ່ານ ພູນອນ ໄກຍະລາດ ຮອງຫົວໜ້າພະແນກ ຍທຂ ແຂວງສາລະວັນ, ທ່ານ ພອນວິໄລ ໂງ່ນກະເສີມສຸກ ຮອງຫົວໜ້າໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ອິນທະປະດາ ສິດທິມໍລະດາ ຫົວໜ້າໂຄງການ ໄດ້ກ່າວວ່າ: ໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ເປັນໜຶ່ງໃນໂຄງການທີ່ສະໜັບສະໜູນການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂະແໜງການ ຍທຂ ໃນການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ, ການຜະລິດ, ການທ່ອງທ່ຽວ, ໂລຈິດສະຕິກ, ການແກ້ໄຂຄວາມທຸກຍາກ ແລະ ການເຂົ້າເຖິງສາທາລະນຸປະໂພກ. ເຊີ່ງການດຳເນີນໂຄງການແມ່ນ ໂດຍການປັບປຸງ ແລະ ຍົກລະດັບທາງຫຼວງທ້ອງຖິ່ນ (ທາງຫຼວງເມືອງ ແລະ ທາງຊົນນະບົດ) ໃຫ້ເຊື່ອມຈອດກັບທາງຫຼວງແຫ່ງຊາດທີ່ນອນໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ລະຫວ່າງ ສປປ ລາວ, ສສ ຫວຽດນາມ ແລະ ຣາຊະອານາຈັກໄທ ໃຫ້ສາມາດສັນຈອນໄດ້ທຸກລະດູການ ເປັນຕົ້ນແມ່ນການເຊື່ອມຕໍ່ກັບທາງຫຼວງແຫ່ງຊາດ ເລກ 1, 8, 9, 11, 12, 13 ໃຕ້, 15 ແລະ 20,ສຳລັບມາດຕະຖານເຕັກນິກການອອກແບບຂອງສັນຍານີ້ ແມ່ນນໍາໃຊ້ມາດຕະຖານອາຊຽນ ຊັ້ນ V, ຜິວທາງປູຢາງສອງຊັ້ນ (DBST); ໜ້າທາງກວ້າງ 7 ແມັດ (ຜິວທາງປູຢາງ 5.50 ແມັດ, ບ່າທາງເບື້ອງລະ 0.75 ແມັດ); ມີມູນຄ່າສັນຍາທັງໝົດ 6,274,494.34 ໂດລາສະຫະລັດ (ຜູ້ຮັບເໝົາຈະດຳເນີນການກໍ່ສ້າງພາຍໃນ 2 ປີ ແລະ ບູລະນະຮັກສາຕໍ່ອີກ 2 ປີ ລວມເປັນ 4 ປີ.
ສຳລັບເສັ້ນທາງພາຍໃຕ້ສັນຍາ CRRCIP-W-010 ນີ້ ແມ່ນມີລວງຍາວທັງໝົດ 38.52 ກິໂລແມັດ, ເຊື່ອມຕໍ່ລະຫວ່າງທາງຫຼວງແຫ່ງຊາດ ເລກທີ 15, ເລກທີ 20 ແລະ ເລກທີ 13 ໃຕ້ ພ້ອມດ້ວຍທາງຫຼວງແຂວງ; ໂຄງການດັ່ງກ່າວຈະເລີ່ມຈັດຕັ້ງປະຕິບັດໃນທ້າຍປີ 2026 ແລະ ໃຫ້ສຳເລັດວຽກງານກໍ່ສ້າງໃນປີ 2028

ຂ່າວ – ພາບ : ພະແນກ ຍທຂ ແຂວງ