#ແຂວງສາລະວັນ ແລະ ອົງການສຸພານິມິດ ເຊັນບົດບັນທຶກຄວາມເຂົ້າໃຈປະຕິບັດໂຄງການດ້ານໂພຊະນາການ ມູນຄ່າ 20 ຕື້ກວ່າກີບ ເພື່ອເດັກນ້ອຍໃນ 13 ບ້ານເປົ້າໝາຍ

#ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ໂຄງການປະຕິບັດງານດ້ານໂພຊະນາການ ໄລຍະທີ II ເພື່ອເລັງໃສ່ປັບປຸງສຸຂະພາບເດັກນ້ອຍ 13 ບ້ານເປົ້າໝາຍ ຢູ່ເມືອງສາລະວັນ ແຂວງສາລະວັນ. ເພື່ອປັບປຸງສະຖານະພາບດ້ານໂພຊະນາການຂອງເດັກນ້ອຍ ແລະ ຜູ້ດູແລເດັກ ຜ່ານການປະສານງານ ແລະ ການມີສ່ວນຮ່ວມຈາກຫຼາຍພາກສ່ວນ ໂດຍຄຳນຶງເຖິງຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ແລະ ການເສີມສ້າງຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ທີ່ສົ່ງຜົນຕໍ່ການຜະລິດກະສິກຳ. ໂດຍສະເພາະກຸ່ມຜູ້ດູແລເດັກ ແລະ ເດັກນ້ອຍໃນໄລຍະ 1,000 ວັນທຳອິດຂອງຊີວິດ. ການດຳເນີນງານ ແມ່ນເນັ້ນໃສ່ການແກ້ໄຂຂໍ້ຈຳກັດທີ່ເປັນສາເຫດຂອງການຂາດສານອາຫານ ເຊັ່ນ: ການປ້ອນອາຫານ ແລະ ການດູແລເດັກອ່ອນ, ເດັກນ້ອຍ, ການເຂົ້າເຖິງອາຫານທີ່ຫຼາກຫຼາຍ ແລະ ພຽງພໍ, ການມີນ້ຳສະອາດໃຊ້ ແລະ ການປັບປຸງສຸຂານາໄມ ຍົກລະດັບສຸຂະພາບ ແລະ ຄຸນນະພາບຊີວິດຂອງເດັກນ້ອຍ ແລະ ຄອບຄົວໃນຊຸມຊົນເປົ້າໝາຍ ໃຫ້ມີຄວາມຍືນຍົງ.

#ໂຄງການດັ່ງກ່າວ ຈະໄດ້ດຳເນີນຢູ່ 13 ບ້ານເປົ້າໝາຍມີ: ບ້ານຈານວົງ, ນາໂພນ້ອຍ, ຄັນໝາກໂຍດ, ນາພະຍີ່, ຕັ້ງໃຫຍ່, ຕະແຫຼວ, ຈານເໜືອ, ດົງໂກະເໜືອ, ນາໄຊພູຄຳ, ແບ່ງວັງຈັນ, ແກ້ງນ້ອຍ, ຫາງພູໃຫຍ່ ແລະ ບ້ານກະທ້າງ. ໄລຍະເວລາດຳເນີນງານ ນັບແຕ່ວັນທີ່ໄດ້ຮັບອະນຸມັດ ຈົນເຖິງເດືອນມີນາ 2031, ເຊິ່ງໄດ້ສະໜອງງົບປະມານທັງໝົດ 1,011,880 ໂດລາສະຫະລັດ ຫຼື ປະມານ 20 ຕື້ກວ່າກີບ. ໃນນັ້ນ ໄດ້ຮັບທຶນຈາກກະຊວງການຕ່າງປະເທດ ແລະ ການຄ້າ ປະເທດນິວຊີແລນ (MFAT) ຈຳນວນ 728,554 ໂດລາສະຫະລັດ ແລະ ຈາກອົງການສຸພານິມິດສາກົນ ປະເທດນິວຊີແລນ (WVNZ) ຈຳນວນ 283,326 ໂດລາສະຫະລັດ.

#ພິທີເຊັນບົດບັນທຶກຈັດຂຶ້ນໃນວັນທີ 22 ຕຸລາ 2026, ທີ່ພັດຕະຄານສິນສະໄໝ, ໂດຍການລົງນາມເຊັນລະຫວ່າງ ກະຊວງສາທາລະນະສຸກ ແລະ ອົງການສຸພານິມິດ, ຕາງໜ້າເຊັນໂດຍ: ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ກັບ ທ່ານ ນາງ ຣິເປັກກ້າ ແດຣິ ຜູ້ອຳນວຍການອົງການສຸພານິມິດສາກົນ ປະຈຳ ສປປ ລາວ, ໂດຍຊ້ອງໜ້າ: ທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ໄດ້ເຂົ້າຮ່ວມເປັນສັກຂີພິຍານ, ພ້ອມດ້ວຍຕາງໜ້າຈາກກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕະຫຼອດຮອດພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ