ພະແນກການຕ່າງປະເທດ ແຂວງສາລະວັນ ມອບຫຼຽນກາລະນຶກ 50 ປີ ແລະ ເຜີຍ ແຜ່ຜົນສຳເລັດກອງປະຊຸມວຽກງານຈັດຕັ້ງ-ການປົກຄອງທົ່ວແຂວງ

ໃນວັນທີ 21 ຕຸລາ 2026 ຢູ່ຫ້ອງປະຊຸມພະແນກການຕ່າງປະເທດ ແຂວງສາລະວັນ ໄດ້ຈັດພິທີມອບຫຼຽນການລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ພະນັກງານ ຕິດພັນກັບການເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານຈັດຕັ້ງ-ການປົກຄອງທົ່ວແຂວງ ໄລຍະ 5 ປີ, ໂດຍການເປັນປະທານຂອງ ທ່ານ ສັກດາ ແກ້ວດວງສີ ກໍາມະການພັກແຂວງ, ຫົວໜ້າພະແນກການຕ່າງປະເທດແຂວງ; ມີຄະນະພະແນກ, ມີບັນດາອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ພິທີຄັ້ງນີ້ ກໍໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 320/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍ: ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປາ ນາ ສປປ ລາວ ( 2 ທັນວາ 1975 – 2 ທັນວາ 2025 ) ໃຫ້ແກ່ພະນັກງານ – ລັດຖະກອນ ປະຈໍາການ ແລະ ບໍານານຂອງແຂວງສາລະວັນ, ໃນນັ້ນ ພະແນກການຕ່າງປະເທດ ແຂວງສາລະວັນ ມີພະນັກງານທີ່ໄດ້ຮັບຫຼຽນກາລະນຶກ ຈຳນວນທັງໝົດ 11 ທ່ານ, ຍິງ 2 ທ່ານ, ໃນນັ້ນ ພະນັກງານ ທີ່ປະຈໍາການ 8 ທ່ານ, ຍິງ 2 ທ່ານ ແລະ ພະນັກງານບໍານານ ມີ 3 ທ່ານ.

ຈາກນັ້ນ, ທ່ານ ສັກດາ ແກ້ວດວງສີ ກໍໄດ້ເຜີຍແຜ່ ຜົນສໍາເລັດກອງປະຊຸມວຽກງານຈັດຕັ້ງ-ການປົກຄອງທົ່ວແຂວງ ໄລຍະ 5 ປີ, ໄດ້ໃຫ້ເຫັນຜົນສໍາເລັດຂອງກອງປະຊຸມ ເປັນຕົ້ນ: ກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງສາລະວັນ ໄລຍະ 5 ປີ (2021-2025) ໄດ້ດໍາເນີນຢ່າງເປັນທາງການ ໃນວັນທີ 23 ກັນຍາ 2026 ທີ່ສະໂມສອນຂອງແຂວງ, ພາຍໄດ້ຄຳຂວັນ “ເພີ່ມທະວີຄວາມ ສາມາດນໍາພາທີ່ເຂັ້ມແຂງຂອງພັກ, ເຊີດຊູຄວາມສັກສິດໃນການຄຸ້ມຄອງຂອງລັດ” ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າປະກອບຄໍາເຫັນ ແລະ ເປັນເອກະພາບກັນ ຮັບຮອງເອົາບັນຫາສໍາຄັນກ່ຽວກັບວຽກງານຈັດຕັ້ງ ແລະ ການປົກຄອງ ເຊັ່ນ: ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ, ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ເຫັນດີເປັນເອກະພາບກັນ ຮັບຮອງເອົາບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5 ປີ (2021-2025); ບົດລາຍງານກ່ຽວກັບສະພາບການ ສ້າງຕັ້ງຕາແສງ; ບົດຕີລາຄາການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ 5 ປີ (2021-2025). ດ້ານຜົນສໍາເລັດ ໃນວຽກງານຈັດຕັ້ງ ແລະ ການປົກຄອງ, ຜົນສໍາເລັດວຽກງານສ້າງຕັ້ງຕາແສງ ແລະ ວຽກງານກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງສາລະວັນ, ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າ ໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເຂົ້າສູ່ລວງເລິກ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI.
ຂ່າວ-ພາບ: ສ.ພະຈັນ