5 ປີຜ່ານມາ ບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດຈຳກັດຜູ້ດຽວ ໄດ້ຂະຫຍາຍສະມະຊິກກຸ່ມຜູ້ປູກກາເຟຄຸນນະພາບໄດ້ເຖີງ 510 ຄອບຄົວ

ບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດຈຳກັດຜູ້ດຽວໄດ້ຈັດພິທີສະຫຼຸບຜົນງານການຈັດຕັ້ງປະຕິບັດໂຄງການສົ່ງເສີມການປູກກາເຟສະມັດຕະພາບສູງ ຄຸນນະພາບດີ ຕິດພັນກັບຕະຫຼາດທີ່ໜັ້ນຄົງ ໃນເຂດພູພຽງບໍລະເວນ, ໂຄງການດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນ ປີ 2021 ເປັນຕົ້ນມາ ປີທຳອິດມີ 79 ຄອບຄົວ ແລະ ມາຮອດປະຈຸບັນ ມີເນື້ອທີ່ທັງໝົດ 1 ພັນ 527ເຮັກຕາ, ມີ 1 ພັນ 275 ຄອບຄົວ, ໃນສອງຕົວເມືອງ ຄື: ເມືອງປາກຊ່ອງ ແຂວງຈຳປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ, ສະເພາະເມືອງເລົ່າງາມ ມີທັງໝົດ16 ບ້ານ, ມີເນື້ອທີ່ເຂົ້າຮ່ວມໂຄງການ 266 ເຮັກຕາ, ມີ190 ຄອບຄົວ ໃນນັ້ນ ທາງບໍລິສັດໄດ້ຊ່ວຍໃຫ້ທືນສົ່ງເສີມມູນຄ່າ 5 ຕື້ກວ່າກີບ ສະມັດຕະພາບຜົນຜະລິດໄດ້ 4 ພັນໂຕນ, ສ້າງລາຍຮັບ 38 ຕື້້ກີບ ສະເລ່ຍຜົນຜະລິດໄດ້ 10-13 ໂຕນຕໍ່ເຮັກຕາ ໃນນັ້ນ ສະມາຊິກໄດ້ສົ່ງກາເຟເຂົ້່າຮ່ວມໂຄງ ການ 1 ພັນ 2 ຮ້ອຍໂຕນ ແລະ ມາຮອດປີ 2026 ມີທັງໝົດ 33 ບ້ານ, ມີ 543 ເຮັກ ຕາ, ມີ 510 ຄອບຄົວ, ທາງບໍລິສັດໄດ້ຊ່ວຍໃຫ້ທືນໃນມູນຄ່າ 15 ຕື້ກວ່າກີບ, ຈາກການລົງປະເມີນຜົນຜະລິດຕົວຈິງສະມາຊິກສາມາດທຳການຜະລິດໄດ້ສູງເຖີງ 8 ພັນ 500 ໂຕນ, ໃນມູນຄ່າປະມານ187 ຕື້ກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຊາວສວນຜູ້ເຂົ້າຮ່ວມໂຄງການມີລາຍຮັບ, ມີຊີວິດການເປັນຢູ່ດີຂື້ນ, ປະຈຸບັນ ມີຊາວສວນກະເຟ ໃຫ້ຄວາມສົນໃຈເປັນວົງກວ້າງ ສະເໜີເຂົ້າມາເປັນສະມາຊິກຢ່າງຕໍ່ເນື່ອງ ຄາດວ່າສະມາຊິກເມືອງເລົ່າງາມຈະເພີ່ມຂຶ້ນເຖິງ1000 ເຮັກຕາ ໃນປີ 2027. ຕໍ່ກັບຜົນ ສຳເລັດດັ່ງກ່າວ, ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກຸ່ມທີ່ເຂົ້າຮ່ວມໂຄງການ ໂດຍໃຫ້ກຽດມອບຂອງທ່ານ ປອ ໂພສີ ແກ້ວສີພັນດອນ ຕື່ມອີກ.

ກອງປະຊຸມໄດ້ຈັດຂື້ນໃນວັນທີ 20 ຕຸລາ 2026 ຢູ່ທີ່ບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດຈຳກັດຜູ້ດຽວ ເມືອງປາກຊ່ອງ ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ປອ ໂພສີ ແກ້ວສີພັນດອນ ຮອງປະທານຄະນະກຳມະການປົກຄອງແຂວງສາລະວັນ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດແຂວງ, ທ່ານ ປອ ສະໄໝ ໂພທີສານ ເລຂາພັກເມືອງສາລະວັນ, ທ່ານ ສົມໄຊ ລຸນທະປັນຍາ ປະທານບໍລິສັດສົມໄຊຈະເລີນ ສົ່ງເສີມການກະເສດຈຳກັດຜູ້ດຽວ, ມີການນຳພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີການນຳເມືອງເລົ່າງາມ, ບັນດາທ່ານແຂກທີ່ຖືກເຊີນຕະຫຼອດຮອດຊາວສວນກຸ່ມປູກກາເຟສະມັດຕະພາບສູງຄຸນນະພາບດີ ຕິດພັນກັບຕະຫລາດທີ່ໜັ້ນຄົງ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ພາບ,ຂ່າວໂດຍຄຳສອນ ແກ້ວບຸນທະວົງ