ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ຕິດພັນກັບການມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ຕິດພັນກັບການມອບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະກໍາມະການປົກຄອງ ແຂວງສາລະວັນ ສະບັບເລກທີ 1125/ຄປຂ, ລົງວັນທີ 1 ຕຸລາ 2026 ວ່າດ້ວຍ: ຕົກລົງແຕ່ງຕັ້ງ ທ່ານ ແສງອາທິດ ແກ້ວດວງຈັນ ເປັນຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ. ຈາກນັ້ນ, ກໍໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 320/ປປທ, ລົງວັນທີ 1 ທັນວາ 2025 ວ່າດ້ວຍ: ການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປາ ນາ ສປປ ລາວ ( 2 ທັນວາ 1975 – 2 ທັນວາ 2025 ) ໃຫ້ແກ່ພະນັກງານ – ລັດຖະກອນ ປະຈໍາການ ແລະ ບໍານານຂອງແຂວງສາລະວັນ. ທັງໜົດ 7,790 ທ່ານ, 926 ທ່ານ; ໃນນັ້ນ ພະນັກງານ – ລັດຖະກອນ ປະຈໍາການ ມີ 4,781 ທ່ານ, ຍິງ 497 ທ່ານ; ພະນັກງານ – ລັດຖະກອນ ບໍານານ ມີ 1,689 ທ່ານ, ຍິງ 37 ທ່ານ ແລະ ນັກທຸລະກິດ – ຜູ້ປະກອບການ ມີ 1,320 ທ່ານ, ຍິງ 392 ທ່ານ, ເຊິ່ງໃນນັ້ນພະນັກງານ-ລັດຖະກອນ ພະແນກສາທາລະນະສຸກແຂວງ ໄດ້ຮັບຫຼຽນກາລະນຶກ ທັງໝົດຈຳນວນ 180 ທ່ານ, ຍິງ 107 ທ່ານ, ພະນັກງານທີ່ປະຈໍາການ ມີ 109 ທ່ານ, ຍິງ 71 ທ່ານ ແລະ ພະນັກງານບໍານານ ມີ 71 ທ່ານ, ຍິງ 36 ທ່ານ.

ໃນໂອກາດນີ້, ທ່ານ ນາງ ບຸນທະວີ ດວງລາສີ ໄດ້ໃຫ້ກຽດມອບຂໍ້ຕົກລົງແຕ່ງ ຕັ້ງ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ ໃຫ້ແກ່ພະນັກງານ – ລັດຖະກອນ ທີ່ປະຈໍາການ ແລະ ບໍານານ. ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ, ຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນຢ່າງແຂງແຮງ ຮັບໃຊ້ຊາດ-ຮັບໃຊ້ປະຊາຊົນຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຮັບຫຼຽນກາລະນຶກ ຈົ່ງສືບຕໍ່ຮັກສາມູນເຊື້ອ, ເພີ່ມທະວີຄວາມສາມັກຄີ, ຍົກສູງຄວາມຮັບຜິດຊອບໃນໜ້າທີ່ການເມືອງ ເພື່ອປະກອບສ່ວນພັດທະນາວຽກງານສາທາລະນະສຸກຂອງແຂວງ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ສາມາດຕອບສະໜອງຄວາມຕ້ອງການດ້ານການປິ່ນປົວສຸຂະພາບຂອງປະຊາ ຊົນໃຫ້ດີຂຶ້ນເລື້ອຍໆ.

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ ຕິດພັນກັບການມອບຫຼຽນກາລະນຶກ 50 ປີ ຂອງພະແນກສາທາລະນະສຸກ ແຂວງສາລະວັນ ຈັດຂື້ນໃນວັນທີ 21 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ – ພະນັກງານ ແລະ ທ່ານ ດຣ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ; ມີຄະນະພະແນກ, ມີບັນດາອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພາບ-ຂ່າວ: ສ.ພະຈັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa