ອົງການແຄຣ໌ ນານາຊາດ ປະຈໍາລາວ ຕິດຕາມຊຸກຍູ້ ຈັດການສວນກາເຟ ແລະ ວິທີປ້ອງກັນສັດຕູພຶດ ໃຫ້ຊາວສວນບ້ານເປົ້າໝາຍ ເມືອງເລົ່າງາມ

ອົງການແຄຣ໌ ນານາຊາດ ປະຈໍາລາວ ຕິດຕາມຊຸກຍູ້ ຈັດການສວນກາເຟ ແລະ ວິທີປ້ອງກັນສັດຕູພຶດ ໃຫ້ຊາວສວນບ້ານເປົ້າໝາຍ ເມືອງເລົ່າງາມ
ອົງແຄຣ໌ ນານາຊາດ ປະຈໍາ ສປປ ລາວ ເຄື່ອນໄຫວຕິດຕາມ, ຊຸກຍູ້ໃນການຝຶກອົບຮົມ ກ່ຽວກັບການຈັດການສວນກາເຟ ແລະ ວິທີປ້ອງກັນກໍາຈັດສັດຕູພຶດ ໃນຕົ້ນກາເຟ ໃຫ້ສະມາຊິກຊາວສວນກາເຟ ໃນ 12 ບ້ານເປົ້າໝາຍ ຢູ່ເມືອງເລົ່າງາມ ຂອງໂຄງການປັບຕົວເຂົ້າກັບການປ່ຽນແປງສະພາບດິນຟ້າອາກາດ ໂດຍການມີສ່ວນຮ່ວມຂອງແມ່ຍິງ, ຈັດຂຶ້ນໃນລະຫວ່າງວັນທີ 29 ເມສາ – ວັນທີ 5 ພຶດສະພາ 2026, ທີ່ບ້ານພໍ່ເຂັມ ເມືອງເລົ່າງາມ ແຂວງສາລະວັນ.ໂດຍການເຂົ້າຮ່ວມຂອງ ທ່ານ ສົມພັດ ອ່ອນສີສົມບັດ ວິຊາການຈາກຂະແໜງປູກຝັງ, ພະແນກກະສີກໍາ ແລະ ສິ່ງແວດ ລ້ອມແຂວງສາລະວັນ, ທ່ານ ລາຕີ ຫຍຶງປ່ຽວຄົງ ຫົວຫນ້າໜ່ວຍງານໂຄສະນາຂ່າວສານ ແລະ ພັດທະນາວິຊາຊີບສະຫະພັນແມ່ຍິງ ເມືອງເລົ່າງາມ, ທ່ານ ວຽງວິໄລ ຈັນທະລືໄຊ ຕາງຫນ້າຈາກຫ້ອງການກະສີກໍາ ແລະ ສິ່ງແວດ ລ້ອມເມືອງ ພ້ອມດ້ວຍຊາວສວນກຸ່ມປູກກາເຟ ເຂົ້າຮ່ວມ.
ໂຄງການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໂດຍການມີສ່ວນຮ່ວມຂອງແມ່ຍິງ (SGTF), ຂອງ ອົງການແຄຣ໌ ນານາຊາດປະຈໍາ ສປປ ລາວ ໄດ້ຮັບການສະໜັບສະໜູນ ອົງການພັດທະນາປະເທດຝຣັ່ງ (AFD) ນານາຊາດປະຈໍາ ສປປ ລາວ, ມີຄູ່ຮ່ວມງານຫຼັກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພະແນກກະສິກຳ ແລະ ສິ່ງແວດລ້ອມຂັ້ນແຂວງ, ຂັ້ນເມືອງ ແລະ 12 ບ້ານເປົ້າໝາຍ ພາຍໃນເມືອງເລົ່າງາມ ມີຄື: ບ້ານດົງ, ບ້ານເລົ່າຫຍ້າ, ໜອງຈົວ, ພໍ່ເຂັມ, ວັງຍາວ, ດະເຊັຍ-ໂພນຫີນ, ດະເຊັຍນ້ອຍ, ຫ້ວຍແສງ, ໜອງຕົມ, ນໍ້າແບ່ງ, ອົ້ນນ້ອຍ ແລະ ບ້ານຜັກກູດໃຫຍ່. ຈຸດປະສົງ ເພື່ອເພີ່ມທະວີການເຊື່ອມສານຄວາມເທົ່າທຽມທາງເພດ ເຂົ້າໃນການວາງແຜນ ແລະ ຈັດຕັ້ງປະຕິບັດນະໂຍບາຍ, ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ປະກອບມີ 3 ກິດຈະກໍາຫຼັກ ເພື່ອເລັງໃສ່ການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ ແລະ ການອະນຸລັກລະບົບນິເວດ, ຊຸກຍູ້ສົ່ງເສີມບັນດາພາກສ່ວນ ທີ່ມີສ່ວນຮ່ວມໃນການພັດທະນາວຽກງານອະນຸລັກລະບົບນິເວດ ແລະ ການພັດທະນາຄວາມກ້າວໜ້າຂອງແມ່ຍິງຂັ້ນທອ້ງຖິ່ນ ແລະ ຂັ້ນສູນກາງ ຈັດຕັ້ງປະຕິບັດນະໂຍບາຍ ການປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດ ແລະ ການອະນຸລັກລະບົບນິເວດ. ສົ່ງເສີມ ການມີສ່ວນຮ່ວມ ແລະ ການພັດທະນາຂອງແມ່ຍິງ ແກ້ໄຂການຈໍາແນກເພດ ແລະ ການນໍາໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ.
ການຝຶກອົບຮົມຊຸດນີ້ ໄດ້ແນະນໍາວິທີການຈັດການສວນກາເຟ, ກໍາຈັດແມງໄມ້ ແລະ ສັດຕູພຶດໃນຕົ້ນກາເຟ ການແຕ່ງກິ່ງງ່າ, ປະເພດສັດຕູ ທີ່ພົບເຫັນສ່ວນຫຼາຍ ເຊັ່ນ: ດ້ວງເຈາະລໍາຕົ້ນ ໂດຍແນະນໍາ ໃຫ້ຕັດມາເຜົາໄຟຖີ້ມ ເພື່ອບໍ່ໃຫ້ ແຜ່ຂະຫຍາຍໄປຕົ້ນອື່ນ ເພື່ອບໍໃຫ້ຜົນຜະລິດຂອງຊາວກະສີກອນເສຍຫາຍ ແລະ ການປ້ອງກັນແຕ່ຫົວທີ ແນໃສ່ໃຫ້ຊາວກະສີກອນ, ກຸ່ມປູກກາເຟ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກວິທີ ຕື່ມອີກ.
—————————-
ຂ່າວ – ພາບ ສິງທອງ ຄໍາບຸນຈູມ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa