ເມືອງເລົ່າງາມ ຈັດຂະບວນການຈ່າຍຢາຂ້າແມ່ທ້ອງ ໃຫ້ນັກຮຽນ 97 ໂຮງຮຽນ
ເມືອງເລົ່າງາມ ແຂວງສາລະວັນ ເອົາໃຈໃສ່ວຽກງານສຸຂະພາບນັກຮຽນ ດ້ວຍການຈັດຂະບວນການຈ່າຍຢາຂ້າແມ່ທ້ອງໃຫ້ເດັກນັກຮຽນຢູ່ໂຮງຮຽນປະຖົມ 97 ແຫ່ງ ທົ່ວເມືອງ ໂດຍມີນັກຮຽນເຂົ້າຮ່ວມທັງໝົດ 448 ຄົນ, ຍິງ 231 ຄົນ ເພື່ອປ້ອງກັນພະຍາດທີ່ເກີດຈາກແມ່ທ້ອງ ແລະ ສົ່ງເສີມການເຕີບໃຫຍ່ຂອງເດັກໃຫ້ມີສຸຂະພາບແຂງແຮງ.

ຂະບວນການດັ່ງກ່າວ ແມ່ນສ່ວນໜຶ່ງຂອງການປັບປຸງວຽກງານສຸຂະສຶກສາໃນສະຖານສຶກສາ ໂດຍໃຫ້ນັກຮຽນໄດ້ຮັບຢາຂ້າແມ່ທ້ອງຕາມຫຼັກການ ແລະ ວິທີການທີ່ຖືກຕ້ອງ ພ້ອມທັງສ້າງຄວາມຮູ້ຄວາມເຂົ້າໃຈໃຫ້ແກ່ນັກຮຽນກ່ຽວກັບການດູແລຮັກສາສຸຂະພາບ ແລະ ອະນາໄມສ່ວນບຸກຄົນ. ພ້ອມນີ້ ຍັງເນັ້ນໃຫ້ນັກຮຽນຮັບປະທານອາຫານໃຫ້ຄົບ 5 ໝູ່, ເລືອກອາຫານທີ່ສະອາດ ແລະ ມີປະໂຫຍດ, ອອກກຳລັງກາຍ ພ້ອມທັງພັກຜ່ອນໃຫ້ພຽງພໍ ເພື່ອສົ່ງເສີມພັດທະນາການທາງດ້ານຮ່າງກາຍໃຫ້ເໝາະສົມຕາມໄວອາຍຸ. ສ່ວນຄູອາຈານໃຫ້ເອົາໃຈໃສ່ຈັດກິດຈະກຳສົ່ງເສີມການຮຽນຮູ້ໃນຊົ່ວໂມງຫວ່າງ ເພື່ອສ້າງບັນຍາກາດການຮຽນທີ່ຜ່ອນຄາຍ ແລະ ດຶງດູດໃຫ້ນັກຮຽນຢາກມາໂຮງຮຽນເປັນປະຈຳ.
ຂະບວນການຄັ້ງນີ້ ຈັດຂຶ້ນໃນວັນທີ 10 ພະຈິກ 2026 ຢູ່ເດີ່ນໂຮງຮຽນປະຖົມສົມບູນໂນນຄຳ ໂດຍຫ້ອງການສາທາລະນະສຸກເມືອງ ເປັນຜູ້ສະໜອງຢາຂ້າແມ່ທ້ອງໃຫ້ແກ່ໂຮງຮຽນ ພາຍໃຕ້ການຈັດຂອງຫ້ອງການສຶກສາ ແລະ ກິລາເມືອງ ໂດຍມີ ທ່ານ ຄຳຫວັນ ສີສະໝຸດ ຄະນະປະຈຳພັກເມືອງ, ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ເປັນປະທານ; ມີຄະນະກໍາມະການປົກຄອງຕາແສງ, ຮອງຫົວໜ້າຫ້ອງການ, ຕາງໜ້າຂະແໜງການສາທາລະນະສຸກ ແລະ ນັກຮຽນເຂົ້າຮ່ວມ.
ພາບ-ຂ່າວ: ແກ່ນຈັນ ແກ້ວວິໄລວົງ (ຄະນະໂຄສະນາອົບຮົມ ເມືອງເລົ່າງາມ)