ສື່ມວນຊົນແຂວງສາລະວັນ ແລກປ່ຽນບົດຮຽນການລາຍງານຂ່າວ “ບັນຫາສີຂຽວ” ຖອດຖອນປະສົບການຈາກຜູ້ເຂົ້າຮ່ວມໂຄງການແກມຊີວ

ສື່ມວນຊົນແຂວງສາລະວັນ ແລກປ່ຽນບົດຮຽນການລາຍງານຂ່າວ “ບັນຫາສີຂຽວ” ຖອດຖອນປະສົບການຈາກຜູ້ເຂົ້າຮ່ວມໂຄງການແກມຊີວ
#ສື່ມວນຊົນແຂວງສາລະວັນ ໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນ, ປະສົບການໃນການລາຍງານຂ່າວບັນຫາສີຂຽວ (Green Issues) ຈາກຜູ້ທີ່ເຄີຍເຂົ້າຮ່ວມໃນໄລຍະຜ່ານມາ, ເຊິ່ງເປັນການຜັນຂະຫຍາຍບົດຮຽນຂອງ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື ໂຄງການແກມຊີວ (GAMCIL). ຈັດຂຶ້ນໃນວັນທີ 22 ເມສານີ້, ເຊີ່ງມີນັກຂ່າວແຂວງ ເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 5 ທ່ານ.
#ການແລກປ່ຽນບົດຮຽນຄັ້ງນີ້ ໄດ້ຍົກໃຫ້ເຫັນເຖີງຈຸດປະສົງຫຼັກຂອງໂຄງການແກມຊີວ ທີ່ໄດ້ສົ່ງເສີມສື່ມວນຊົນທັງພາກລັດ ແລະ ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອຜະລິດຂ່າວ, ບົດຄວາມ, ແນວຄວາມຄິດສ້າງສັນ, ວິດີໂອ, ໂປສະເຕີ້ ເພື່ອເຜີຍແຜ່ຜ່ານສື່ຕ່າງໆໃຫ້ຫຼາຍຂຶ້ນ. ນອກນັ້ນ, ກໍເປັນການສົ່ງຕໍ່ຄວາມຮູ້, ບົດຮຽນ ລະຫວ່າງຜູ້ທີ່ເຄີຍເຂົ້າຮ່ວມ ໃຫ້ກັບນັກຂ່າວພາຍໃນແຂວງ ກ່ຽວກັບເຕັກນິກການຜະລິດເນື້ອໃນຂ່າວ ບັນຫາສີ່ິງແວດລ້ອມ ເປັນຕົ້ນ: ບັນຫາຂີ້ເຫຍື້ອ, ບັນຫາມົນລະພິດທາງອາກາດ, ທາງນ້ຳ ແລະ ແນວທາງການພັດທະນາສີຂຽວ ແບບຍືນຍົງ ເພື່ອແນ່ໃສ່ເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈເຖີງຄວາມສຳຄັນຂອງການປົກປັກຮັກສາສິ່ງແວດລ້ອມ ແລະ ການຫຼຸດຜ່ອນການທຳລາຍປ່າໄມ້, ທຳມະຊາດ ແລະ ລະບົບນິເວດ ທີ່ມີຜົນກະທົບກ່ຽວກັບການປ່ຽນແປງດິນຟ້າອາກາດ ນັບມື້ນັບຮຸນແຮງ ແລະ ຫຼາຍຂຶ້ນ ໃນປັດຈຸບັນ. ການຖອດຖອນບົດຮຽນຈາກຜູ້ທີ່ເຄີຍໄດ້ຮ່ວມຜ່ານມາ 2 ຊຸດ ກໍາໄດ້ເນື້ອໃນຢ່າງເລິກເຊິ່ງກ່ຽວກັບເນື້ອໃນຫຼັກ, ວິທີການ ແລະ ລະບຽບຫຼັກການຕ່າງໆຂອງໂຄງການ ເປັນຕົ້ນ: ການຮ່ວມກິດຈະກຳ ແລະ ການແຂ່ງຂັນ, ການສົ່ງຜົນງານເຂົ້າປະກວດ, ການສ້າງສັນຜົນງານ ໃຫ້ມີຄຸນນະພາບສູງ ຕາມເນື້ອໃນ, ເປົ້າໝາຍຂອງໂຄງການກຳນົດອອກ, ໄດ້ແລກປ່ຽນບົດຮຽນໃນການນໍາໃຊ້ປັນຍາປະດິດ (AI) ເຂົ້າມາຊ່ວຍໃນການຂຽນຂ່າວ, ຄົ້ນຄິດດ້ານເນື້ອໃນຂ່າວ, ບົດຄວາມ ໂດຍສະເພາະການພັດທະນາສີຂຽວ ຢູ່ແຂວງສາລະວັນ ແມ່ນມີເງື່ອນໄຂຫຼາຍດ້ານ ທີ່ອົງການປົກຄອງແຂວງ ໄດ້ສຸມໃສ່ຊຸກຍູ້ສົ່ງເສີມ ເປັນຕົ້ນ: ການສົ່ງເສີມການທ່ອງທ່ຽວແບບອະນຸລັກ ທີ່ເນັ້ນການຮັກສາສິ່ງແວດລ້ອມ, ການຜະລິດກະສິກຳສະອາດ, ການປູກພືດອິນຊີ ແລະ ການຫຼຸດຜ່ອນການນຳໃຊ້ສານເຄມີ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳ ເພື່ອຄວາມຍືນຍົງ ແລະ ການສົ່ງເສີມວັດທະນະທຳ ທີ່ຕິດພັນກັບທຳມະຊາດ ເຊັ່ນ: ຫັດຖະກຳຈັກສານ ແລະ ຕໍ່າແຜ່ນ ທີ່ນຳໃຊ້ວັດຖຸດິບຈາກທຳມະຊາດ.
#ສໍາລັບສື່ມວນຊົນ ຂອງແຂວງສາລະວັນ ກໍໄດ້ເຂົ້າຮ່ວມໂຄງການດັ່ງກ່າວ ແລະ ໄດ້ແຂ່ງຂັນປະກວດການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ໃນທົ່ວປະເທດ ໄລຍະ 2 ປີຕໍ່ເນື່ອງ (ປີ 2024-2025) ຈໍານວນ 4 ທ່ານ, ຍິງ 2 ທ່ານ ແລະ ສາມາດຍາດໄດ້ລາງວັນຊະນະເລີດ ແລະ ຮອງຊະນະເລີດ, ທັງໄດ້ໄປແລກປ່ຽນບົດຮຽນໃນລະດັບພາກພື້ນ ຢູ່ທີ່ປະເທດໄທ ແລະ ສສ ຫວຽດນາມ.
ຂ່າວ: ວິໄລວອນ ສິດທິໄຊ. ພາບ: ນາງ ທິດລານີ ໂຄດໂຍທາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa