ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງສາລະວັນ ຄັ້ງທີ 02 ສະໄໝທີVIII,

#ປີ2025ສະຫະພັນກຳມະບານແຂວງສາລະວັນ ໄດ້ຢັ້ງຢືນຮັບຮອງ 5 ເປັນເຈົ້າ ໄດ້ 357 ຮາກຖານເທົ່າກັບ 94,44%.
ແນວຄິດຊີ້ນຳ – 6
#ກອງປະຊຸມສະໄໝສາມັນ ຄົບຄະນະບໍລິຫານງານສະຫະພັນກຳມະບານແຂວງສາລະວັນ ຄັ້ງທີ 02 ສະໄໝທີVIII, ໄດ້ຈັດຂຶ້ນໃນວັນທີ 13 ມັງກອນ 2026, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີບັນດາຄະນະບໍລິຫານງານສະຫະພັນກຳມະການແຂວງ, ປະທານ-ຮອງປະທານກຳມະບານ 8 ຕົວເມືອງ, ສະຫະພັນກຳມະບານຮາກຖານອ້ອມຂ້າງແຂວງ, ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມ.
#ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ແລະຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກໍາມະບານຮອບດ້ານ ປະຈໍາປີ 2025 ໃນໄລຍະຜ່ານມາ ມີທັງດ້ານດີ, ດ້ານອ່ອນ ແລະ ບົດຮຽນຖອດຖອນໄດ້ ຜ່ານການຈັດຕັ້ງປະຕິບັດ ແລະ ຜ່ານການກວດກາປະເມີນຜົນການຈັດຕັ້ງກໍາມະບານ ໄດ້ຮັບການຢັ້ງຢືນ 05 ເປັນເຈົ້າ ປະຈໍາປີ 2025 ໄດ້ທັງໝົດ 357 ຮາກຖານ, ໃນນີ້, ມີກໍາມະບານຮາກຖານອ້ອມຂ້າງແຂວງ 38 ຮາກຖານ ແລະ 13 ສະຫະພັນກໍາມະບານ, ເທົ່າກັບ 94,44% ຂອງການຈັດຕັ້ງກໍາມະບານ; ສະມາຊິກກໍາມະບານໄດ້ຮັບຢັ້ງຢືນ 8,376 ຄົນ, ຍິງ 3,938 ຄົນ, ໃນນີ້ມີສະມາຊິກກໍາມະບານອ້ອມຂ້າງແຂວງ 2,214 ຄົນ, ຍິງ 935 ຄົນ, ເທົ່າກັບ 99,17%, ຂອງຈໍານວນສະມາຊິກກໍາມະບານທັງໝົດ; ເຄື່ອນໄຫວຊຸກຍູ້, ກວດກາການປະຕິບັດເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງການຈັດຕັ້ງກໍາມະບານແຕ່ລະຂັ້ນ ໄດ້ 07 ຄັ້ງ, ມີຈໍານວນຜູ້ເຂົ້າຮ່ວມທັງໝົດ 216 ຄົນ, ຍິງ 85 ຄົນ, ເທົ່າກັບ 87,5% ຂອງແຜນການປີ, ຊຸກຍູ້, ສົ່ງເສີມຕົວແບບດ້ານການຜະລິດກະສິກໍາ, ປູກຝັງ-ລ້ຽງສັດ, ຜູ້ອອກແຮງງານດີເດັ່ນ ແລະ ມີຫົວຄິດປະດິດສ້າງຕໍ່ກັບອາຊີບ ໃນການສ້າງພື້ນຖານເສດຖະກິດຄອບຄົວຂອງຕົນໄດ້ຢ່າງເຕີບໃຫຍ່ແຮງແຂງ ສາມາດສ້າງຕົວແບບດ້ານຕ່າງໆໄດ້ 03 ຕົວແບບ, ເທົ່າກັບ 80% ຂອງແຜນການປີ. ຜົນສຳເລັດດັ່ງກ່າວຍ້ອນການເຄື່ອນໄຫວວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະຜູ້ອອກແຮງງານໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະຕິບັດກົດໝາຍ, ມີລະບຽບວິໄນໃນການອອກແຮງງານ, ມີຄວາມຕື່ນຕົວສະໝັ້ກໃຈ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກຳມະບານ. ນອກນັ້ນ ວຽກຂະບວນການໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າໂດຍຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ການປະຕິບັດໜ້າທີ່ການເມືອງຂອງຕົນໃນແຕ່ລະຂົງເຂດວຽກງານຢ່າງເປັນຂະບວນ ແລະ ໄດ້ເອົາໃຈໃສ່ຕິດຕາມການປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ.
#ຈາກນັ້ນ ກອງປະຊຸມຍັງໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ ປະຈຳປີ 2025, ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານແຂວງ ພ້ອມທັງໄດ້ຮ່ວມກັນປະກອບຄຳຄິດຄຳເຫັນ ຕີລາຄາບັນຫາທີ່ຍັງຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂວຽກງານກຳມະບານໃຫ້ມີດີຂຶ້ນເປັນກ້າວໆ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa