ກິລາຍົກນໍ້າໜັກ ຄວ້າ 2 ຫຼຽນຄຳ ໃຫ້ທັບນັກກິລາຄົນພິການແຂວງສາລະວັນ

ກິລາຍົກນໍ້າໜັກ ຄວ້າ 2 ຫຼຽນຄຳ ໃຫ້ທັບນັກກິລາຄົນພິການແຂວງສາລະວັນ
#ກິລາຍົກນໍ້າໜັກ ຄວ້າ 2 ຫຼຽນຄຳ ໃຫ້ທັບນັກກິລາຄົນພິການແຂວງສາລະວັນ
#ການແຂ່ງຂັນກິລາຍົກນໍ້າໜັກ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ, ແຂວງສາລະວັນ ໄດ້ເຂົ້າຮ່ວມແຂ່ງຂັນ ໃນຕອນເຊົ້າວັນທີ 15 ທັນວາ 2025 ທີ່ສູນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ມີການຊີງຫຼຽນຄຳ ທັງໝົດ 11 ຫຼຽນ ໃນນັ້ນມີ 12 ແຂວງ ແລະ 1 ເຈົ້າພາບ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີ: ແຂວງ ສະຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື, ຄຳມ່ວນ, ສາລະວັນ, ຜົ້ງສາລີ, ອຸດົມໄຊ, ບໍລິຄຳໄຊ, ໄຊຍະບູລີ, ຫຼວງນ້ຳທາ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ.
#ແຂວງສາລະວັນ ພົບກັບ ແຂວງເຊກອງ ຮຸ່ນນໍ້າໜັກ 61 ກິໂລກຣາມຍິງ ຜົນການແຂ່ງຂັນ ສາລະວັນ ສາມາດຍາດໄດ້ 2 ຫຼຽນຄຳ ຍົກຄັ້ງທີ 1 ໄດ້ 40 ກິໂລກຣາມ, ຄັ້ງ 2 ຍົກໄດ້ 43 ກິໂລກຣາມ ແລະ ຄັ້ງທີ 3 ຍົກໄດ້ 50 ກິໂລກຣາມ ແລະ 2 ຫຼຽນເງິນ ຕົກເປັນຂອງແຂວງເຊກອງ ຍົກຄັ້ງທີ 1 ຍົກນ້ຳໜັກໄດ້ 36 ກິໂລກຣາມ, ຍົກຄັ້ງທີ 2 ຍົກໄດ້ 38 ກິໂລກຣາມ ແລະ ຄັ້ງທີ 3 ຍົກໄດ້ 39 ກິໂລກຣາມ.
ພາບ-ຂ່າວ: ພະແນກສຶກສາທິການ-ກິລາແຂວງສາລະວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa