ກຸ່ມປົກປ້ອງກົດໝາຍ ແລະ ປກຊ-ປກສ ເຊື່ອມຊຶມມະຕິກອງປະຊຸມສະໄໝສາມັນເທື່ອທີ 9
ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານສະພາປະຊາຊົນແຂວງສາລະວັນ ຊຸດທີ IV ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງສາລະວັນ ຊຸດທີ IV ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ຈັດຂຶ້ນໃນວັນທີ 16 ກັນຍາ 2025 ນີ້ ມີ ທ່ານ ພັນເອກ ວິໄລ ພິມມະວົງ ຄະນະປະຈໍາພັກ ຮອງຫົວໜ້າການເມືອງ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ທ່ານ ພັນເອກ ຄໍາໂກ້ ທົງຄໍາຫານ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ພ້ອມດ້ວຍພະນັກງານ-ລັດຖະກອນ ກຸ່ມປົກປ້ອງກົດໝາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ 100 ກວ່າທ່ານເຂົ້າຮ່ວມ.
ທ່ານ ສີເຮັງ ຫອມສົມບັດ ໄດ້ເຜີຍແຜ່ເນື້ອໃນມະຕິ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຫຼາຍບັນຫາເປັນຕົ້ນແມ່ນ ໄດ້ຮັບຮອງເອົາ ນະໂຍບາຍຊຸກຍູ້ ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ; ໄດ້ຟັງການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IVທີ່ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງແຂວງເປັນຕົ້ນແມ່ນ ເຜີຍແຜ່ມະຕິກອງປະຊຸມຄະນະປະຈໍາ ສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງ, ພິຈາລະນາ ແລະ ຮັບຮອງເອົາຊື່ເອີ້ນ ປະທານ-ຮອງປະທານ ຄະນະກໍາມະການປົກຄອງຂັ້ນເມືອງ ແລະ ແຕ່ງຕັ້ງປະທານ ຄະນະກໍາມະການປົກຄອງເມືອງ 8 ເມືອງ, ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນະເສດຖະກິດ-ສັງຄົມ, ແຜນງົບປະມານຂອງອົງການປົກຄອງແຂວງ, ພິຈາລະນາຮັບຮອງການສ້າງນິຕິກໍາທີ່ສຳຄັນຂອງແຂວງ ຈໍານວນ 3 ສະບັບ, ຮັບຮອງເອົາວຽກງານການເຄື່ອນໄຫວ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV, ເນື້ອໃນເຫຼົ່ານີ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ນໍາມາເຜີຍແຜ່ໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເຂົ້າໃຈ ແນໃສ່ໃຫ້ທຸກຄົນໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງພ້ອມພຽງກັນ ແລະ ກວ້າງຂວາງອອກໃນທົ່ວສັງຄົມໃຫ້ກາຍເປັນຮູບປະທໍານັບມື້ນັບຫລາຍຂຶ້ນ.