ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງສາລະວັນ ດໍາເນີນຊີວິດການເມືອງ ທ້າຍສະໄໝທີ V ຕິດພັນກັບການທາບທາມບຸກຄະລາກອນເຂົ້າໂຄງປະກອບ ຮອບທີ II

ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງສາລະວັນ ດໍາເນີນຊີວິດການເມືອງ ທ້າຍສະໄໝທີ V ຕິດພັນກັບການທາບທາມບຸກຄະລາກອນເຂົ້າໂຄງປະກອບ ຮອບທີ II

   

ໃນວັນທີ 26 ກຸມພາ 2025 ນີ້ ທີ່ຫ້ອງປະຊຸມໂຮງຮຽນສ້າງແພດສາລະວັນຄະນະພັກຖານ ພະແນກສາທາລະນະສຸກແຂວງສາລະວັນ ໄດ້ດໍາເນີນຊີວິດການເມືອງ ທ້າຍສະໄໝທີ V ຕິດພັນກັບການທາບທາມຮ່າງລາຍງານການເມືອງ, ຮ່າງແຜນພັດທະນາ, ຮ່າງບົດສໍາຫຼວດການນໍາພາລວມ ແລະ ທາບທາມໂຄງປະກອບຄະນະພັກຊຸດໃໝ່ ຮອບທີ 2 ກອງປະຊຸມດັ່ງກ່າວ ໃຫ້ກຽດເຂົ້າຮ່ວມບັນຍາຍເອກະສານ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າອະນຸໂຄສະນາ, ຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໂດຍມີ ສະຫາຍ ດຣ ອາຄົມ ລໍ່າວິຈິດ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາສະຫາຍຮອງເລຂາ, ສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ສະມາຊິກພັກ ແລະ  ແຂກທີ່ຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 

ໃນກອງປະຊຸມສະຫາຍ ສຸກສະຫວັນ ພິມບຸນຍໍ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ໃຫ້ກຽດຜ່ານມະຕິຕົກລົງ ສະບັບເລກທີ 267/ຄຈພຂ,ສວ, ລົງວັນທີ 21/2/2025 ວ່າດ້ວຍ: ອະນຸມັດໃຫ້ຄະນະພັກຮາກຖານ ພະແນກສາທາລະນະສຸກແຂວງ  ເປີດກອງປະຊຸມດໍາເນີນຊີວິການເມືອງ ທ້າຍສະໄໝທີ V ຈາກນັ້ນ ສະຫາຍ ດຣ ອາຄົມ ລໍ່າວິຈິດ ໄດ້ໃຫ້ກຽດເຊື່ອມຊຶມຄໍາແນະນໍາຂອງຄະນະກວດກາພັກແຂວງ ເລກທີ 225/ຄກພຂ, ລົງວັນທີ 22 ພະຈິກ 2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ.

 

ຫຼັງຈາກນັ້ນ, ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າອະນຸໂຄສະນາປຸກລະດົມຂະບວນການ ແລະ ຍ້ອງຍໍຂັ້ນແຂວງ ໄດ້ໃຫ້ກຽດຂື້ນຜ່ານເອກະສານ 3 ບົດຄື: ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງປະທານໄກສອນ ພົມວິຫານ; ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສະທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ ແລະ ເອກະສານມາດຖານຂອງພະນັກງານ, ສະມາຊິກພັກ ໃນເງືື່ອນໄຂໃໝ່.

ຈາກນັ້ນ, ໃນກອງປະຊຸມຈະໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ, ຜ່ານຮ່າງບົດລາຍງານການເມືອງ ແລະ ແຜນພັດທະນາພະແນກສາທາລະນະສຸກແຂວງ ພ້ອມທັງຈະໄດ້ຜ່ານມາດຖານເງື່ອນໄຂຜູ້ທີ່ຈະອອກສະໝັກຮັບເລືອກຕັ້ງຄະນະພັກຮາກຖານ ແລະມາດຖານເງື່ອນໄຂເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາພັກ ແລະ ຈະໄດ້ດໍາເນີນການປ່ອນບັດທາບທາມຮອບ II ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa