ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນຝຶກອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ທີ່ເມືອງວາປີ.

ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນຝຶກອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ທີ່ເມືອງວາປີ.

ໃນວັນທີ 17 ມິຖຸນາ 2024 ນີ້, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດຊຸດຝຶກອົບຮົມໃຫ້ແກ່ບັນດາຄູ-ອາຈານສອນວິຊາສັງຄົມ-ການເມືອງ ທົ່ວເມືອງວາປີ ໂດຍນໍາໃຊ້ເອກະສານອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ ທີ່ທາງຄະນະໂຄສະນາອົບຮົມຈັດສົ່ງໃຫ້  ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການໃຫ້ກຽດເປັນທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີທ່ານ ລີຈາວ ໄຊເຢຍຊ່າງ  ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທິມງານ,​ ຄະນະນໍາເມືອງວາປີ ແລະ ນັກຝຶກອົບຮົມທີ່ສອນວິຊາສັງຄົມ-ການເມືອງ ທົ່ວເມືອງວາປີ ເຂົ້າຮ່ວມ.

ໃນພິທີ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໃຫ້ຮູ້ວ່າ: ຈຸດປະສົງໃນການເປີດຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ໂຮງຮຽນມັດທະຍົມ, ວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ວິທະຍາໄລ ແລະ ອາຊີວະສຶກສາ ຮັບຮູ້, ເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ການເສີມຂະຫຍາຍມູນເຊື້ອຂອງຊາດ; ສ້າງ ແລະ ບູລະນະລະບອບປະຊາທິປະໄຕ ປະຊາຊົນຕາມຈຸດໝາຍສັງຄົມນິຍົມ, ເຂົ້າໃຈກ່ຽວກັບແນວທາງການສຶກສາ, ແນວທາງພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາສັງຄົມ ແລະ ເຂົ້າໃຈກ່ຽວກັບຈັນຍາບັນຂອງຄູ ແລະ ເພື່ອປັບປຸງທັດສະນະຫຼັກໝັ້ນຂອງຄູ-ອາຈານໃຫ້ມີຄວາມໜັກແໜ້ນ ສາມາດປະຕິບັດໜ້າທີ່ໃນການສິດສອນ ໃຫ້ໄດ້ຮັບຜົນດີກວ່າເກົ່າ. ສໍາລັບເນື້ອໃນທີ່ນໍາໃຊ້ໃນການຝຶກອົບຮົມຄັ້ງນີ້, ປະກອບມີ 6 ບົດຄື: ບົດ​ທີ 1: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ; ບົດ​ທີ 2: ເສີມຂະຫຍາຍມູນເຊື້ອຂອງຊາດລາວ; ບົດ​ທີ 3:  ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ; ບົດ​ທີ 4: ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ; ບົດ​ທີ 5: ພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມ ແລະ ບົດທີ 6: ຈັນຍາບັນຂອງຄູ.

ການຝຶກອົບຮົມຄັ້ງນີ້, ມີນັກວິທະຍາກອນ ທັງໝົດ 5 ທ່ານ ມາຈາກນຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ, ມາຈາກແຂວງ 2 ທ່ານ, ມາຈາກເມືອງ 2 ທ່ານ ແລະ ສໍາມະນາກອນ ທີ່ສອນວິຊາສັງຄົມ-ການເມືອງ ທັງໝົດ 50 ທ່ານ, ຍິງ 24 ທ່ານ.

ພິທີດັ່ງກ່າວ ຈະດໍາເນີນໄປເປັນເວລາ 2 ວັນເຕັມຈິ່ງຈະສໍາເລັດ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa