ຄະນະໂຄສະນາອົບຮົມເມືອງວາປີ ຫວນຄືນ 2 ວັນປະຫວັດສາດຂອງຊາດ ແລະ ຕິດພັນກັບການເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 2 ສະໄໝທີ X.

ໃນວັນທີ22 ຕຸລາ 2025 ນີ້ ຄະນະໂຄສະນາອົບຮົມເມືອງວາປີຫວນຄືນ 2 ວັນປະຫວັດສາດຂອງຊາດ ແລະ ຕິດພັນກັບການເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 2 ສະໄໝທີ X.ເປັນຕົ້ນແມ່ນ: ວັນປະກາດເອກະລາດຄົບຮອບ 80 ປີ (12 ຕຸລາ 1945 ຫາ 12 ຕຸລາ 2025), ວັນສ້າງຕັ້ງການທູດລາວ ຄົບຮອບ 80 ປີ (12 ຕຸລາ 1945 ຫາ 12 ຕຸລາ 2025) ຢູ່ທີ່ສະໂມສອນເມືອງ. ໃຫ້ກຽດເຂົ້າຮ່ວມ ແລະ ເລົ່າມູນເຊື້ອໂດຍແມ່ນ ທ່ານ ບຸນຍັງ ເທບຈັນທະວົງ ອາດີດກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆວາປີ. ມີບັນດາທ່ານອາດີດການຂອງເມືອງ,ເຂົ້່ຮ່ວມຮັບຟັງມີບັນດາທ່ານກໍາມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ – ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມ.

ວັນທີ12 ຕຸລາ 1945 ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຂອງພັກຂອງຊາດ, ເປັນວັນປະກາດເອກະລາດ ຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ພວກສັດຕູຜູ້ຮຸກຮານທັງແບບເກົ່າ ແລະ ແບບໃໝ່,ເຮັດໃຫ້ຊາວໂລກໄດ້ຮັບຮູ້ ຄວາມເປັນຊາດລາວ ອໍານາດອະທິປະໄຕ ແລະ ເຂດນໍ້າແດນດິນອັນຄົບຖ້ວນຂອງຊາດລາວເຮົາເຊິ່ງມັນໄດ້ເປັນຂີດໝາຍແຫ່ງໄຊຊະນະຂອງການຕໍ່ສູ້ກູ້ຊາດ ອັນພິລະອາດຫານ ດ້ວຍຄວາມສາມັກຄີ ແລະ ຄວາມເສຍສະລະອັນຍິ່ງໃຫຍ່ຂອງກອງທັບ ແລະ ປະຊາຊົນລາວເຮົາ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໄດ້ນຳພາລຸກຮື້ຂຶ້ນຍຶດອໍານາດຈາກພວກລ່າເມືອງຂຶ້ນ ແລະ ປະກາດຄວາມເປັນເອກະລາດ ຂອງປະເທດຊາດ ຢ່າງເປັນທາງການ ແລະ ສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍຂຶ້ນໃນວັນທີ 2 ທັນວາ 1975 , ທັງນີ້ກໍ່ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ພະນັກງານ – ລັດຖະກອນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງເຖິງຖອງຕໍ່ກັບວັນສໍາຄັນດັ່ງກ່າວ, ເພື່ອເສີ່ມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງພັກ, ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປເທດຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮື່ອງກ້າວຂຶ້ນໄປທາງໜ້າເລື້ອຍໆຢ່າງບໍ່ຢຸດຢັ້ງ.

ພາບຂ່າວ: : ຖິ່ນວາປີດິນແດນອູ່ເຂົ້ົາອູ່ປາ