ຄະນະໂຄສະນາອົບຮົມແຂວງສາລະວັນ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 14 ສະໄໝທີ IX ຕິດພັນກັບການເຊື່ອມຊຶມມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 12 ຊຸດທີ IX.

ໃນວັນທີ 3 ມິຖຸນາ 2024 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 14 ສະໄໝທີ IX ຕິດພັນກັບການເຊື່ອມຊຶມມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 12 ຊຸດທີ IX ໂດຍການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາທ່ານ ຄະນະນໍາ, ພະນັກງານ-ສະມາຊິກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 14 ສະໄໝທີ IX ເຊິ່ງທ່ານ ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ຄັ້ງທີ 14 ສະໄໝທີ IX ໄດ້ດຳເນີນຢ່າງເປັນທາງການ ໃນຄັ້ງວັນທີ 29 ເມສາ 2024 ທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ປອ ດາວວົງ ພອນແກ້ວ ກໍ ມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສາລະວັນ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການ ພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ ໜ່ວຍພັກພະແນກການ, ອົງການອ້ອມຂ້າງແຂວງ, ຫົວໜ້າ ແລະ ຮອງຫົວໜ້າກອງກໍ່ສ້າງຮາກຖານ ເຂົ້າຮ່ວມຈໍານວນ 86 ສະຫາຍ, ຍິງ 07 ສະຫາຍ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຕີລາຄາການນໍາພາຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໄລຍະ 03 ເດືອນຕົ້ນ, ວາງ ແຜນການ 9 ເດືອນທ້າຍປີ 2024 ແລະ ແຜນການ 3 ເດືອນ ພ້ອມນີ້, ຍັງໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະຜ່ານມາ, ລາຍງານແແຜນການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແລະ ວຽກງານຊຸກຍູ້ຂະບວນການ ຮອບດ້ານ ແລະ ການລາຍງານການຈັດຕັ້ງຜັນຂະຫຍາຍ ມະຕິ 05/ຄບສພ ວ່າດວ້ຍການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ສຸລ່ວງເລີກ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາຂອງພັກ. ນອກຈາກນັ້ນ,​ ທ່ານ ຍັງໄດ້ ເວົ້າເຖິງທິດທາງຈຸດສຸມ 3 ເດືອນ (4,5,6) ປີ 2024 ປະກອບມີ 16 ໜ້າວຽກຈຸດສຸມ.

ໃນຕອນທ້າຍ, ທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 12 ຊຸດທີ IX ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa