ຄະນະໂຄສະນາອົບຮົມແຂວງສາລະວັນ ຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມກວດກາທົ່ວປະເທດ ປະຈໍາປີ 202

ຄະນະໂຄສະນາອົບຮົມແຂວງສາລະວັນ ຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມກວດກາທົ່ວປະເທດ ປະຈໍາປີ 2023.

ເນື້ອໃນຂ່າວ: ໃນວັນທີ 18 ມິຖຸນາ 2024 ນີ້, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມກວດກາທົ່ວປະເທດ ປະຈໍາປີ 2023, ພິທີດັ່ງກາວ ໄດ້ຈັດຂຶ້ນທີ່ຫ້ອງການໂຄສະນາອົບຮົມແຂວງ ໂດຍການໃຫ້ກຽດເປັນປະທານຂອງທ່ານ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ທ່ານ ຄໍາພູນ ຈັນທະລາດ ຄໍາພູນ ຈັນທະລາດ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດເຜີຍແຜ່ຜົນສໍາເລັດກອງປະຊຸມກວດກາທົ່ວປະເທດ ປະຈໍາປີ 2023 ໃນນັ້ນ, ທ່ານ ໄດ້ເຜີຍແຜ່ແຈ້ງການ ສະບັບເລກທີ 59/ຄກຂ,ສວ, ລົງວັນທີ 29 ເມສາ 2024 ເລື່ອງ: ການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມກວດກາທົ່ວປະເທດ ປະຈໍາປີ 2023. ຈາກນັ້ນ, ໄດ້ເຜີຍແຜ່ບົດລາຍງານຫຍໍ້ ສະບັບເລກທີ 148/ຄກສພ, ລົງວັນທີ 14 ມີນາ 2024 ການເຄື່ອນໄຫວຈັດຕັ້ງວຽກງານກວດກາ ໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມ ປີ 2024.

ໃນຕອນທ້າຍທ່ານຍັງໄດ້ແຜ່ເຜີຍບົດໂອ້ລົມ ຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາ ທົ່ວປະເທດ ປະຈໍາປີ 2023 ( ຄັ້ງທີ 7 ມີນາ 2024 ) ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa