ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີປາຖະກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ

ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີປາຖະກະຖາວັນຄ້າຍວັນເກີດປະທານ ສຸພານຸວົງ ແລະ ວັນສໍາຄັນຕ່າງໆຂອງພັກຂອງຊາດ

ໃນຕອນເຊົ້າຂອງວັນທີ 17 ກໍລະກົດ 2024 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດພິທີປາຖະກະຖາວັນເກີດປະທານ ສຸພານຸວົງ ຄົບຮອບ 115 ປີ ( 13/7/1909-13/7/2024 ), ວັນເຊັນສົນທິສັນຍາມິດຕະພາບການຮ່ວມມືລາວ-ຫວຽດນາມ ຄົບຮອບ 47ປີ ( 18/7/1977-18/7/2024 )ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ ( 5/9/1964-5/9/2024 ) ຂຶ້ນທີ່ ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສີສຸວັນ ວົງຈອນສີ ອາດີດເລຂາພັກ-ເຈົ້າແຂວງສາລະວັນ ແລະ ທ່ານ ນ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າພະແນກ,ຮອງຫົວຫນ້າພະແນກ, ນາຍແລະ ພົນທະຫານ , ນາຍພົນຕໍາຫຼວດ, ພະນັກງານ-ຫຼັກແຫຼ່ງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ສີສຸວັນ ວົງຈອນສີ ອາດີດເລຂາພັກ-ເຈົ້າແຂວງສາລະວັນ ໄດ້ເລົ່າຄືນເຖິງຊີວິດ ແລະ ພາລະກິດການເຄື່ອນໄຫວ, ຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ໃນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານສັດຕູຜູ້ຮຸກຮານ ເຊິ່ງຕະຫຼອດໄລຍະຂອງການປະຕິວັດ ປະທານ ສຸພານຸວົງ ໄດ້ສຸມສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອຊີ້ນໍາ-ນໍາພາຂະບວນການຕໍ່ສູ້ປະຕິວັດ ຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ ປະທານ ສຸພານຸວົງ ເປັນບຸກຄົນສໍາຄັນໃນການເຕົ້າໂຮມຄວາມສາມັກຄີ ທົ່ວປວງຊົນທັງຊາດ, ຕີຕ້ານທຸກກົນອຸບາຍ ຂອງສັດຕູຍາດເອົາໄຊຊະນະອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໄດ້ເວົ້າເຖິງ ປະທານ ສຸພານຸວົງວ່າ: “ຊື່ສຽງຮຽງນາມ ຂອງສະຫາຍໄດ້ພົ້ນເດັ່ນຂຶ້ນໃນຖານະທີ່ເປັນ ນັກຮົບຮັກຊາດຮຸ່ນທໍາອິດ ທີ່ໄດ້ເອົາຊີວິດຂອງຕົນຜູກພັນ ກັບການປະຕິວັດຕະຫລອດມາ ໂດຍບໍ່ງໍ້ງ່ຽງຕໍ່ ຄວາມລໍາບາກ, ຄວາມເສຍສະຫລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນ ຕໍ່ກັບການຈັບກຸມຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນະຖາວອນຂອງປະເທດຊາດ, ອິດສະຫລະພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ”, ໃນຫລາຍສິບປີທີ່ຜ່ານມາປະ ທານ ສຸພານຸວົງ ໄດ້ຮ່ວມກັບໝູ່ຄະນະນໍາພາ ຂອງພັກເຮົາເລີ່ມຕັ້ງແຕ່ຊຸມປີ ຕົ້ນຂອງການປະຕິວັດ, ເຂົ້າຮ່ວມກໍ່ສ້າງຮາກຖານການປະຕິວັດ ແລະ ຖານທີ່ໝັ້ນຕໍ່ ຕ້ານທີ່ກ້າແກ່ນຕະຫລອດມາໃນ 2 ສະໄໝຕໍ່ຕ້ານອັນຍາວນານຂອງປະຊາຊົນເຮົາ.

ໃນຕະຫລອດຊີວິດການເຄື່ອນໄຫວຂອງປະທານ ສຸພານຸວົງ ບໍ່ວ່າໃນຄວາມຮັບຜິດຊອບ ວຽກງານສໍາຄັນໃດໆ, ໃນຖານະຕໍາແໜ່ງໃດ ເພິ່ນກໍໄດ້ອຸທິດໝົດຈິດໃຈໝົດໃຈ, ໝົດຄວາມສາມາດເພື່ອພາລະກິດປະຕິວັດ, ພາລະກິດແຫ່ງການປົກປັກຮັກສາ, ສ້າງສາປະເທດຊາດ. ຢາມໃດເພິ່ນກໍຖືຜົນປະໂຫຍດຂອງຊາດ, ຂອງປະຊາ ຊົນສູງກວ່າ ຜົນປະໂຫຍດຂອງສ່ວນຕົວ ແລະ ຖ່ອມຕົວ, ປະທານສຸພານຸວົງ ດໍາລົງ ຊີວິດແບບລຽບງ່າຍ, ກະທັດລັດ, ເພິ່ນເປັນຄົນດຸໝັ່ນ ມັກຄົ້ນຄວ້າຮໍ່າຮຽນ, ສະ ແຫວງຫາຄວາມກ້າວໜ້າ, ຫ້າວຫັນຕໍ່ວຽກງານ, ປະຢັດ, ບໍ່ຖືຕົວ, ນິ້ມນວນ, ມິນິໄສຄ່ຽມຄົມ, ເຮັດວຽກມີແບບແຜນ, ເວົ້າແທ້ທໍາຈິງ, ມີຄວາມເອື້ອເຟື້ອ ເພື່ອແຜ່, ຈິງໃຈຊື່ສັດບໍລິສຸດຕໍ່ປະເທດຊາດ.

ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ນ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໄດ້ໃຫ້ກຽດປາຖະກະຖາວັນເຊັນສົນທິສັນຍາມິດຕະພາຍ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 47 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62ປີ. ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມຫມາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດ, ປະຫວັດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ ໂດຍຜ່ານຂະບວນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃຫມ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ທ່ານກ່າວຕື່ມວ່າ 47 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ເຊິ່ງຕະຫຼອດໄລຍະ 62 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ, ສອງຊາດ ລາວ – ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ, ການພົວພັນຮ່ວມມືຮອບດ້ານ ນັບມື້ຍິ່ງຂະຫຍາຍ ຕົວກ້າວເຂົ້າສູ່ລວງເລິກ, ແທດ    ເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມ ມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ; ສະແດງອອກທາງດ້ານການເມືອງ, ການຕ່າງປະເທດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ການຮ່ວມມືດ້ານເສດຖະກິດ, ດ້ານຄົມມະນາຄົມຂົນສົ່ງ, ດ້ານວັດທະນະທໍາສັງຄົມ, ການຮ່ວມມືດ້ານການສຶກສາ,ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບໍາລຸງວິຊາຊີບ, ການຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ; ນອກນັ້ນເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa