ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ປຶກສາຫາລືກ່ຽວກັບການຝຶກອົບຮົມພະສົງ-ສໍາມະເນນ ພາຍໃນເທດສະບານແຂວງ.

ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ປຶກສາຫາລືກ່ຽວກັບການຝຶກອົບຮົມພະສົງ-ສໍາມະເນນ ພາຍໃນເທດສະບານແຂວງ.

 

ໃນຕອນເຊົ້າຂອງວັນທີ 9 ສິງຫາ 2024 ຄະນະໂສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການຝຶກອົບຮົມພະສົງ-ສໍາມະເນນ ໃນເທດສະບານແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເຂົ້າຮ່ວມຂອງພະອາຈານ ສອນໄຊ ແກ້ວເມືອງໃຕ້ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນລາວ, ປະທານ ອພສແຂວງ, ມີທ່ານ ເວີນມະນີ ມຸ່ງສີວົງສາ ກໍາມະການພັກແຂວງ, ຫົວໜ້າພະແນກພາຍໃນແຂວງ, ທ່ານ ວຽງໄຊ ແກ້ວມະນີວົງ ຮອງປະທານແນວລາວສ້າງຊາດແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 10 ທ່ານ, ຍິງ 2 ທ່ານ.

ຈຸດປະສົງໃນການປຶກສາຫາລືຄັ້ງນີ້ ແມ່ນເພື່ອປຶກສາຫາລືຄວາມເປັນໄປໄດ້ ເພື່ອເປີດຝຶກອົບຮົມພະສົງ-ສໍາມະເນນ ພາຍໃນເທດສະບານແຂວງ ໃນກອງປະຊຸມດັ່ງກ່າວ ແຕ່ລະພາກສ່ວນໄດ້ແລກປ່ຽນປະກອບຄໍາເຫັນ ຢ່າງມີບັນຍາກາດຟົດຟື້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa