ຄະນະໂຄສະນາອົບຮົມແຂວງສາລະວັນ ສ່ອງແສງລາຍງານວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ປະຈໍາເດືອນສິງຫາ 2024.

ຄະນະໂຄສະນາອົບຮົມແຂວງສາລະວັນ ສ່ອງແສງລາຍງານວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ

ປະຈໍາເດືອນສິງຫາ 2024.

 

ໃນຕອນບ່າຍ ເວລາ 13:30 ໂມງ ຂອງວັນທີ 21 ສິງຫາ 2024 ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດກອງປະຊຸມສ່ອງແສງລາຍງານວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມ ປະຈໍາເດືອນສິງຫາ ແລະ ວາງທິດທາງແຜນການປະຈໍາເດືອນກັນຍາ 2024 ພິທີດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ຄະນະຊີ້ນຳວຽກງານຕິດຕາມ, ເກັບກຳສະພາບແນວຄິດ ຫາງສຽງສັງຄົມຂັ້ນແຂວງ ແລະ ພະແນກການທີ່ກ່ຽວຂ້ອງ, ຜູ້ເຮັດວຽກວຽກງານຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 12 ທ່ານ, ຍິງ 2 ທ່ານ.

ໃນກອງປະຊຸມໄດ້ຜ່ານບົດສະຫລຸບວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມ ປະຈຳເດືອນສິງຫາ ແລະ ວາງທິດທາງແຜນການເຄື່ອນໄຫວ ປະຈໍາເດືອນ ກັນຍາ ໂດຍທ່ານ ນາງ ບົວໄທ ຄຸນທະບົວໄຂ ຫົວໜ້າຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ໃນບົດຫຼຸບການເຄື່ອນໄຫວວຽກງານຕິດຕາມ, ເກັບກຳສະພາບແນວຄິດຫາງສຽງສັງຄົມ ປະຈໍາເດືອນສິງຫາ ແລະ ວາງທິດທາງແຜນການປະຈໍາເດືອນກັນຍາ 2024 ໄດ້ຕີລາຄາບັນຫາຕ່າງໆ ຢ່າງຮອບດ້ານ ຈາກນັ້ນ ກອງປະຊຸມ ກໍ່ໄດ້ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍຄວາມຮັບຜິດຊອບສູງ, ກອງປະຊຸມຍັງໄດ້ເປັນເອກະສັນຢ່າງສົມບູນຕໍ່ເນື້ອໃນບົດຫຼຸບການເຄື່ອນໄຫວວຽກງານຮອບດ້ານ ເຊິ່ງໄດ້ຕີລາຄາຄວາມເປັນຈິງ ໄດ້ຢັ້ງຢືນເຖິງຜົນງານໄຊຊະນະແຫ່ງການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ໃນນັ້ນມີທັງບົດຮຽນທີ່ຖອດຖອນໄດ້ຈາກພຶດຕິກໍາຕົວຈິງ, ສາມາດຈໍາແນກໄດ້ຈຸດດີ-ຈຸດອ່ອນ ແລະ ຂໍ້ຄົງຄ້າງ ເພື່ອແກ້ໄຂໃນຕໍ່ໜ້າ ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ.

ໃນຕອນທ້າຍກອງປະຊຸມ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມ ດັ່ງນີ້:

  1. ຕ້ອງຖືສໍາຄັນວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມນັ້ນ ຖືໄດ້ວ່າເປັນສະໜາມຮົບແຖວໜ້າອັນໜື່ງ ໃນວຽກງານຂອງພັກເຮົາໃນໄລຍະໃໝ່,
  2. 2. ເອົາໃຈໃສ່ຄົ້ນຄວ້າ ກໍານົດທິດທາງໜ້າທີ່ວຽກງານຕິດຕາມ, ເກັບກໍາພາບແນວຄິດຫາງສຽງສັງຄົມ.
  3. 3. ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ລັດຖະກອນ, ປະຊາຊົນບັນດາເຜົ່າ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ.
  4. ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນຄວາມສະຫງົບປອດໄພທາງດ້ານຊີວິດ.
  5. ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ກວດກາການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານ ຢູ່ໃນຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ.
  6. ຄົ້ນຄ້ວາ, ປັບປຸງກົນໄກປະສານງານ, ລະບອບການສ່ອງແສງລາຍງານວຽກງານຕິດຕາມ, ເກັບກໍາພາບແນວຄິດຫາງສຽງສັງຄົມ ໃຫ້ໄດ້ລາຍງານທຸກເດືອນ ເປັນປົກກະຕິ.

ກອງປະຊຸມດັ່ງກ່າວໄດ້ໃຊ້ເວລາ 1 ຄາບ ເລີ່ມແຕ່ເວລາ 13:30-16:00 ໂມງ ຂອງວັນທີ 21 ສິງຫາ ຈິ່ງປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa