ຄະນະໂຄສະນາອົບຮົມແຂວງສາລະວັນ ເຊື່ອມຊຶມເອກະສານ 4 ບົດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ແກ່ຄະນະພັກຮາກຖານພະແນກການເງິນແຂວງ

ຄະນະໂຄສະນາອົບຮົມແຂວງສາລະວັນ ເຊື່ອມຊຶມເອກະສານ 4 ບົດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່  3 ຂັ້ນຂອງພັກ ໃຫ້ແກ່ຄະນະພັກຮາກຖານ

ພະແນກການເງິນແຂວງ

 

ໃນວັນທີ 4 ກັນຍາ 2024 ນີ້, ຄະນະພັກຮາກຖານພະແນກການເງິນແຂວງ ໄດ້ຈັດຕັ້ງກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ ຂອງໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກການເງິນແຂວງ ຕິດພັນກັບການເຊື່ອມຊຶມເອກະສານ 4 ບົດ ເພື່ອກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ກຽດເປັນປະ ທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ  ໃຫ້ກຽດເຂົ້າຮ່ວມຮັບຟັງການການເຜີຍແຜ່ເອກະສານດັ່ງກ່າວ ຂອງສະຫາຍ ພອນປະເສີດ ລາຊາໂພ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການເງິນແຂວງ ມີບັນດາສະຫາຍ ເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນການເງິນແຂວງ, ຄະນະພັກ, ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ໄດ້ເຜີຍແຜ່ເຊື່ອມຊຶມເອກະສານ 4 ບົດ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຄື: ບົດທີ 1: ຄວາມເຂົ້າໃຈກ່ຽວກັບ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ບົດທີ 2: ຍົກສູງຄວາມສາມາດນຳພາ ແລະຄວາມເປັນແບບຢ່າງນຳໜ້າຂອງພັກ, ບົດທີ 3: ຕັ້ງໜ້າຝຶກຝົນຫລໍ່ຫລອມຄຸນທາດການເມືອງ ແລະຄຸນສົມບັດສິນທໍາປະຕິວັດ ແລະ ບົດທີ 4: ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາຊິກພັກ.

ໃນກອງປະຊຸມ ສະຫາຍ ຈັນສະໝອນ ພົມມະແສງ ກໍ່ໄດ້ໃຫ້ກຽດເຜີຍແຜ່ເອກະສານ 4 ບົດ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້, ເຂົ້າໃຈກ່ຽວ ກັບຄວາມໝາຍ ເເລະ ຄວາມສໍາຄັນຂອງການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ກຳເເໜ້ນໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ເປັນເຈົ້າການນຳເອົາມະຕິກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດຜົນເປັນຈິິງບົນພື້ນຖານຄວາມຮັບຮູ້, ເຂົ້າໃຈໃນການປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມເເຂງ, ໜັກເເໜ້ນ ຮັບປະກັນການກໍ່ສ້າງພັກຕາມ 5 ຫຼັກການ, 3 ທິດນໍາຂອງພັກ, ຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂ ຕາມທີ່ກຳນົດໄວ້ປະກອບ ເຂົ້າໃນການຈັດຕັ້ງເເຕ່ລະຂັ້ນໃນລະບົບການເມືອງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່, ສ້າງຄວາມເຊື່ອໝັ້ນ, ສັດທາຂອງມະຫາຊົນ ຕໍ່ການນຳພາຂອງຄະນະພັກເເຕ່ລະຂັ້ນກໍ່ຄືພະນັກງານ, ສະມາຊິກພັກ, ເພື່ອຍົກສູງຄວາມສາມາດໃນການນຳພາ, ເປັນເເບບຢ່າງນຳໜ້າຂອງພັກເຮົາແມ່ນປັດໃຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດ ສະມາຊິກພັກ, ພະນັກງານ ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມສາມາດນຳພາ, ເປັນເເບບຢ່າງນຳໜ້າ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງການປະຕິວັດ, ສາມາດນຳພາ ພາລະກິດປະຕິວັດ ໄປສູ່ຈຸດໝາຍທີ່ພັກເຮົາກຳນົດໄວ້, ກຳ   ແໜ້ນເນື້ອໃນຂອງຄຸນທາດການເມືອງ ເເລະ ຄຸນສົມບັດສິນທຳປະຕິວັດ, ຕ້ອງເອົາໃຈໃສ່ຍົກສູງຄວາມເປັນເເບບຢ່າງນຳໜ້າ ໃນການຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຫຼັກໝັ້ນຊົນຊັ້ນທີ່ໜັກເເໜ້ນ, ເຂົ້າໃຈກ່ຽວກັບທັດສະນະ ຂອງພັກຕໍ່ກັບການເເກ້ໄຂປະກົດການຫຍໍ້ທໍ້, ການຝຶກຝົນຫຼໍ່ຫຼອມຕົນເອງ, ວິທີຈັດຕັ້ງປະຕິບັດຕໍ່ກັບການເເກ້ໄຂປະກົດການຫຍໍ້ທໍ້ສຳລັບພະນັກງານສະມາຊິກພັກ ເພື່ອປັບປຸງກໍ່ສ້າງພັກໃຫ້ໜັກເເໜ້ນ, ເຂັ້ມເເຂງ, ຮັກສາໄດ້ບົດບາດ, ຄວາມສາມາດອຳນາດຂອງພັກ, ເຮັດໃຫ້ພັກມີຄວາມເປັນເອກະພາບທາງດ້ານເເນວຄິດ ແລະ ການກະທຳ, ຮັບປະກັນໃຫ້ພັກ ສືບຕໍ່ນຳ ພາ ພາລະກິດປົກປັກຮັກສາ ເເລະ ພັດທະນາປະເທດຊາດ ໃຫ້ກ້າວເດີນໄປຕາມທິດທີ່ພັກໄດ້ກຳນົດໄວ້,  ຍົກສູງຄວາມຮັບຜິດຊອບ ເເລະ ເປັນເເບບຢ່າງນຳໜ້າຂອງພະນັກງານທຸກລະດັບ ຕໍ່ການເເກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຖັນເເຖວພະນັກງານ, ສະມາຊິກພັກໃຫ້ໝົດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa