ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ ທົ່ວແຂວງ ຊຸດທີ I

ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ

ທົ່ວແຂວງ ຊຸດທີ I

 

ວັນທີ 15 ຕຸລາ 2024 ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຈັດອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງ ທົ່ວແຂວງ ຊຸດທີ I ຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງການ ປກຊ-ປກສ ໂດຍການໃຫ້ກຽດກ່າວເປີດບັ້ນອົບຮົມຄັ້ງນີ້ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນບັ້ນອົບຮົມດັ່ງກ່າວ ມີນັກວິທະຍາກອນ  ທັງໝົດ 4 ທ່ານ, ຍິງ 2 ທ່ານ ມາຈາກຄະນະໂຄສະນາອົບຮົມ

ແຂວງ 1 ທ່ານ, ມາຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ 2 ທ່ານ ແລະ ມາຈາກ ປກສ ແຂວງ 1 ທ່ານ ແລະ ມີນັກສໍາມະນາກອນ ຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມອົບຮົມ ທັງໝົດ 26 ທ່ານ, ຍິງ 7 ທ່ານ. ບັ້ນອົບຮົມຄັ້ງນີ້, ໄດ້ຮໍ່າຮຽນເອກະສານທີ່ສໍາຄັນທັງໝົດ  4 ຫົວຂໍ້ໃຫຍ່.

ໃນຕອນທ້າຍ, ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຕາງໜ້າຄະນະພັກຂັ້ນເທິງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກຫຼາຍບັນຫາທີ່ສໍາຄັນເປັນຕົ້ນແມ່ນ:

1). ຄະນະພັກ, ຄະນະນໍາແຕ່ລະຂົງເຂດ ຕ້ອງຖືສໍາຄັນຕໍ່ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ທາງສຽງສັງຄົມ ໃນໄລຍະໃຫມ່.

2). ພາຍຫຼັງສໍາເລັດການອົບຮົມຄັ້ງນີ້, ຢາກໃຫ້ບັນດາພະແນກການຕ່າງໆ ນໍາເອົາບົດຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃນສໍານັກງານ-ອົງການຂອງຕົນ.

3). ບັນດາພະແນກການ, ອົງການ-ຂະແໜງການ ທີ່ພົວພັນເຖິງວຽກງານນີ້ ກໍ່ຕ້ອງເຄື່ອນໄຫວຢ່າງຕັ້ງໜ້າໃນການໂຄສະນາ, ເຜີຍແຜ່, ເຊື່ອມຊຶມ, ອົບຮົມບັນດາກົດໝາຍ, ນິຕິກໍາຕ່າງໆ ໃຫ້ແກ່ເປົ້າໝາຍຕ່າາງໆ ເປັນປົກກະຕິ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa