ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ IX

ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ

ປະຕິວັດລາວ ຊຸດທີ IX

      

ມາໃນວັນທີ 11 ທັນວາ 2024, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດສະຫນັບສະຫນູນ ໃຫ້ແກ່ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຊຸດທີ IX ປະຈໍາປີ 2024 ໃຫ້ແກ່ 3 ຄະນະພັກຮາກຖານຄື: ຄະນະພັກຮາກຖານສານປະຊາຊົນແຂວງ, ຄະນະພັກຮາກຖານດ່ານຊາຍແດນສາກົນລະໄລ ແລະ ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພິທີດັ່ງກ່າວ, ໄດ້ຈັດຂື້ນທີ່ຫ້ອງການຄະນະໂຄສະນາອົບຮົມແຂວງ ໂດຍໃຫ້ກຽດເຜີຍແຜ່ເອກະສານ ຂອງສະຫາຍ ນາງ ໜູຄໍາ ສາຍສູນທອນ ຫົວໜ້າຂະແໜງອົບຮົມ ມີບັນດາມະຫາຊົນ ຜູ້ທີ່ມີຄວາມກ້າວຫນ້າ ເຂົ້າຮ່ວມຮຽນທັງໝົດ ຈໍານວນ 6 ສະຫາຍ, ຍິງ 0 ສະຫາຍ.

ໂອກາດດຽວກັນນີ້, ສະຫາຍ ນາງ ໜູຄໍາ ສາຍສູນທອນ ໄດ້ບັນຍາຍເນື້ອໃນເອກະສານທີ່ສໍາຄັນຕ່າງໆກ່ຽວກັບພັກ ເປັນຕົ້ນແມ່ນ ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ປີ 2021 ໃນນັ້ນ, ປະກອບມີ 13 ຄໍາຖາມ-ຄໍາຕອບ. ທັງນີ້, ກໍ່ເພື່ອເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງເຖິງຖອງ ແລະ ເນື້ອໃນອື່ນໆ ທີ່ສໍາຄັນ ກ່ຽວກັບພັກປະຊາຊົນປະຕິວັດລາວ ຕື່ມອີກ.

ໃນຕອນທ້າຍ, ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ກັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ສະຫາຍ ກ່າວວ່າ: ມະຫາຊົນທີ່ໄດ້ເຂົ້າມາຮຽນໃນມື້ນີ້, ແມ່ນຜູ້ທີ່ມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດວຽກງານ ຈົນໄດ້ກ້າວມາເປັນມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ແລະ ສະຫາຍ ຍັງເນັ້ນໜັກໃຫ້ມະຫາຊົນ ບາງບັນຫາ ດັ່ງນີ:

  1. ຕ້ອງເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານຂອງພັກ ໃຫ້ມີຄວາມຫ້າວຫັນ.
  2. ປັບປຸງຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີ.
  3. ຍົກສູງສະຕິເປັນເຈົ້າການປະຕິບັດຕາມກົດລະບຽບພັກ, ກົດໝາຍຂອງລັດ, ຫັນເອົາແນວທາງຂອງພັກ ທີ່ໄດ້ສຶກສາຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສຳເລັດໃນຕໍ່ໜ້າ.

#ພິທີດັ່ງກ່າວ, ຍັງໄດ້ມອບ-ຮັບໃບຢັ້ງຢືນໃຫ້ແກ່ມະຫາຊົນທີ່ມີຄວາມຫ້າວໜ້າ ທີ່ເຂົ້າຮ່ວມຮຽນ ເຊິ່ງເປັນກຽດມອບຂອງສະຫາຍ ຈັນສະໝອນ ພົມມະແສງ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa