ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ ທົ່ວແຂວງ ຊຸດທີ II

ຄະນະໂຄສະນາອົບຮົມແຂວງສາລະວັນ ອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານ-ຫຼັກແຫຼ່ງ ທົ່ວແຂວງ ຊຸດທີ II

ໃນວັນທີ 9 ມັງກອນ 2025 ຄະນະໂຄສະນາອົບຮົມແຂວງສາລະວັນ ຮ່ວມກັບພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ຈັດອົບຮົມວິທີການຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ໃຫ້ແກ່ພະນັກງານຫຼັກແຫຼ່ງ ທົ່ວແຂວງ ຊຸດທີ II ຂຶ້ນຢູ່ທີ່ຫ້ອງການຄະນະໂຄສະນາອົບຮົມແຂວງ ໂດຍການໃຫ້ກຽດເປັນປະທານ ຂອງສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດານັກວິທະຍາກອນ ທັງໝົດ  4 ທ່ານ, ຍິງ 1 ທ່ານ ມາຈາກຄະນະໂຄສະນາອົບຮົມແຂວງ 3 ທ່ານ, ຍິງ 1 ທ່ານ, ມາຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ 1 ທ່ານ ແລະ ມີນັກສໍາມະນາກອນ ຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມອົບຮົມ ທັງໝົດ 47 ທ່ານ, ຍິງ 15ທ່ານ.

ໃນບັ້ນອົບຮົມຄັ້ງນີ້, ໄດ້ນໍາເອົາເອກະສານ 4 ຫົວຂໍ້ໃຫຍ່  ເຂົ້າໃນການອົບຮົມ ເຊິ່ງປະກອບມີ: ຫົວຂໍ້ທີ 1 : ວິທີຕໍ່ຕ້ານ, ປະຕິເສດບັນດາທັດສະນາຜິດເຂວ, ປະສົບການໃນການຈັດຕັ້ງປະຕິບັດ, ການປະສານກໍາລັງຕໍ່ສູ່ຕອບຕ້ານ ຢູ່ບັນດາສື່ສັງຄົມອອນລາຍ; ຫົວຂໍ້ທີ 2:  ແຈ້ງການເລກທີ 09/ຈຂ,ສວ, ລົງວັນທີ 15/6/2023 ເລື່ອງ: ການຄຸ້ມຄອງສື່ສັງຄົມອອນລາຍ ທົ່ວແຂວງສາລະວັນ ແລະ ເອກະສານການຕ້ານຂ່າວປອມໃນສື່ສັງຄົມອອນລາຍ ແລະ ບົດບາດຂອງສື່

ທາງການຕ້ານຂ່າວປອມ ແລະ ຜົນກະທົບຂ່າວປອມ; ຫົວຂໍ້ທີ 3: ວິທີການເກັບກໍາ, ສັງລວມຄົ້ນຄວ້າ, ສຶກສາບັນດາຫາງສຽງ-ສັງຄົມ ແລະ ຫົວຂໍ້ທີ 4 ວິີທີການໂຄສະນາເຜີຍແຜ່ຜ່ານສື່ສັງຄົມອອນລາຍ, ທັກສະໃນການສ້າງ, ຕົບແຕ່ງຮູບພາບ, ວິດີໂອ ເພື່ອໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນດ້ານຕັ້ງໜ້າ.  ໃນບັ້ນອົບຮົມດັ່ງກ່າວ, ໃນພິທີມີນັກສໍາມະນາ ກອນ ປະກອບຄໍາເຫັນ, ແລກປ່ຽນບົດຮຽນ ຢ່າງເປັນຂະບວນການຟົດຟື້ນ.

ໃນຕອນທ້າຍ, ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນາມຕາງໜ້າຄະນະພັກຂັ້ນເທິງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ:

1). ຄະນະພັກ, ຄະນະນໍາແຕ່ລະຂົງເຂດ ຕ້ອງຖືສໍາຄັນວຽກງານການເມືອງ-ແນວຄິດ ເປັນກົກ.

2). ຄະນະພັກ, ຄະນະນໍາແຕ່ລະຂົງເຂດ ຕ້ອງເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານການເມືອງ-ແນວຄິດ ໃຫ້ແກ່ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິຕໍ່ເນື່ອງ.

3). ຕ້ອງປັບປຸງກົນໄກ ລະບອບການປະສານງານວຽກງານສັງລວມຫາງສຽງສັງຄົມ ລະຫວ່າງເພື່ອນຮ່ວມງານຂອງຕົນ ໃຫ້ເປັນປົກກະຕິ ຕ້ອງໄດ້ມີການສ່ອງແສງລາຍ ເປັນປະຈໍາ ເປັນຕົ້ນ ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ 1 ປີ.

4). ຕ້ອງມີການສ້າງຕັ້ງຕາໜ່າງເພື່ອນຮ່ວມງານເພີ່ມຕີ່ມ, ໃນນັ້ນ, ຜູ້ທີ່ເຮັດວຽກງານນີ້ ກໍ່ຕ້ອງມີການວິເຄາະວິໄຈ ຫາງສຽງສັງຄົມລະອຽດຖິ່ຖ້ວນ.

5). ພາຍຫຼັງສໍາເລັດການອົບຮົມຄັ້ງນີ້, ຢາກໃຫ້ບັນດາພະແນກການຕ່າງໆ ນໍາເອົາບົດຮຽນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃນສໍານັກງານ-ອົງການຂອງຕົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa