ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການຈຸດສຸມ ໃນປີ 2025
ໃນວັນທີ 23-24 ມັງກອນ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະ ນາອົບຮົມສູນກາງພັກ ( ຄອສພ ) ໄດ້ຈັດກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ຂຶ້ນ ພາຍໃຕ້ຫົວຂໍ້: ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມ ໃນໄລຍະໃໝ່, ພາຍໃຕ້ການເປັນປະທານກອງປະຊຸມ ໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ບັນດາສະຫາຍ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ບັນດາສະຫາຍ ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ນະຄອນຫຼວງວຽງຈັນ, ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມໂດຍສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີບັນດາຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ, ບັນດາສະຫາຍ ຄະນະພັກ, ຄະນະນໍາ ຄອສພ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຄະນະພະແນກ ພາຍໃນ ຄອສພ ເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າ ຄອສພ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2024 ແລະ ທິດທາງວຽກງານໃນປີ 2025 ເຊິ່ງທ່ານ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃນໄລຍະ 1 ປີ ຜ່ານມາ, ຍົກໃຫ້ເຫັນເຖິງຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນເຖິງທິດທາງ, ຫນ້າທີ່ວຽກງານຈຸດສຸມໃນປີ 2025. ຫຼັງຈາກນັ້ນ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າ ຄອສພ ກໍໄດ້ຂຶ້ນຜ່ານເອກະສານ ສ້າງຈິດໃຈເອກະລາດເປັນເຈົ້າຕົນເອງ ວຽກງານໂຄສະນາອົບຮົມໃນໄລຍະໃໝ່, ນອກຈາກນັ້ນ ບັນດາສະຫາຍ ຜູ້ແທນກອງປະຊຸມຈາກສູນກາງ ແລະ ທ້ອງຖິ່ນ ກໍໄດ້ຂຶ້ນປະກອບຄວາມເຫັນ ແລກປ່ຽນ; ໃນນັ້ນ ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ກໍ່ໄດ້ປະກອບຄໍາເຫັນ ສະຫາຍໃຫ້ຮູ້ວ່າ:
ໃນໄລຍະຜ່ານມາ ແຂວງພວກເຮົາ ກໍ່ສາມາດຍາດໄດ້ຜົນງານທີ່ສໍາຄັນຫຼາຍປະການ ເຊັ່ນ: ໄດ້ເປັນເຈົ້າການສຸມໃສ່ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆ ມີຜູ້ເຂົ້າຮ່ວມທັງໝົດ: 11,687 ເທື່ອຄົນ, ຍິງ 5,173 ເທື່ອຄົນ, ສະມາຊິກພັກ 5,062 ເທື່ອສະຫາຍ, ຍິງ 1,784 ເທື່ອສະຫາຍ, ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຕ່າງໆຢ່າງຕໍ່ເນື້ອງ ມີຈຳນວນພົນເຂົ້າຮ່ວມທັງໝົດໃນທົ່ວແຂວງ 62.062 ເທື່ອຄົນ, ຍິງ 18.507 ເທື່ອຄົນ, ສະມາຊິກພັກ 12.511 ເທື່ອສະຫາຍ, ຍິງ 4.807 ເທື່ອສະຫາຍ, ຝຶກອົບຮົມໃຫ້ທົ່ວສັງຄົມຮັບຮູ້ຕໍ່ແນວທາງ ມີຈໍານວນພົນເຂົ້າຮ່ວມທັງໝົດ: 13,451 ເທື່ອຄົນ, ຍິງ 5,697 ເທື່ອຄົນ, ສະມາຊິກພັກ 6,083 ເທື່ອສະຫາຍ, ຍິງ 2,053 ເທື່ອສະຫາຍ. ນອກນັ້ນຍັງໄດ້ປະສານງານໃນສັງຄົມ ເພື່ອຕິດຕາມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໄດ້ດໍາເນີນເປັນປົກກະຕິ ແລະ ໄດ້ຮັບຜົນດີ, ການຕອບແກ້ຫາງສຽງ ແລະ ຖ້ອຍທໍານອງທີ່ບໍ່ດີກໍ່ເຮັດໄດ້ວ່ອງໄວທັນການ ແລະ ຖືກກັບເປົ້າໝາຍກວ່າເກົ່າ.
ໂອກາດດຽວກັນນີ້, ສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ຖືໂອກາດນີ້ ເຂົ້າພົບ ແລະ ເຂົ້າອວຍພອນ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕື່ມອີກ.
#ເນື້ອໃນແລະຮູບພາບຈາກ: ວາລະສານໂຄສະນາ KSM.gov.la