ຄະນະໂຄສະນາອົບຮົມແຂວງສາລະວັນ ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໂຄສະນາອົບຮົມສູນກາງພັກ ຢູ່ແຂວງສາລະວັນ

    ຄະນະໂຄສະນາອົບຮົມແຂວງສາລະວັນ ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະໂຄສະນາອົບຮົມສູນກາງພັກ ຢູ່ແຂວງສາລະວັນ

 

 

ໃນວັນທີ 11 ມິຖຸນາ 2025 ຄະນະໂຄສະນາອົບຮົມແຂວງສາລະວັນ ນໍາໂດຍສະຫາຍ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມຄະນະ ຕ້ອນຮັບການລົງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມຄະນະ.

ໃນພິທີທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ກ່າວຕ້ອນຮັບ. ຫຼັງຈາກນັ້ນ, ທ່ານ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນລາຍງານສະພາບລວມ ແລະ ການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕນິກໃນໄລຍະຜ່ານມາ ນັບທັງຜົນສໍາເລັດ, ດ້ານດີ, ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ, ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ບົດຮຽນກ່ຽວກັບການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຜ່ານສື່ແບບໃໝ່ ຈາກທ່ານວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານແລະຝຶກອົບຮົມ, ໃນຕອນທ້າຍ ທ່ານ ນ ວິລະວອນ ພັນທະວົງ ກໍຍັງໄດ້ໃຫ້ກຽດໂອ້ລົມ ເພື່ອເປັນທິດສໍາລັບການເຄື່ອນໄຫວວຽກງານໂຄສະນາອົບຮົມ ກໍ່ຄືວຽກງານຂໍ້ມູນຂ່າວສານໃນຕໍ່ໜ້າ ເພື່ອການຫັນເປັນທັນສະໄໝ.

 

ການລົງເຄື່ອນໄຫວວຽກ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຢູ່ແຂວງສາລະວັນໃນຄັ້ງນີ້ ກໍເພື່ອແນະນຳ, ກວດກາການເຮັດວຽກງານໂຄສະນາເຜີຍແຜ່ບັນດາຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມໃນການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມ, ເປັນຕົ້ນແມ່ນເພື່ອສ້າງບາດກ້າວຫັນປ່ຽນໃໝ່ ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບວຽກງານວິຊາສະເພາະ ແລະ ຫັນວຽກງານໂຄສະນາອົບຮົມ ໃຫ້ເປັນທັນສະໄໝເທື່ອລະກ້າວ ແລະ ແທດເໝາະກັບຍຸກ 4.0 ແນໃສ່ເຮັດໃຫ້ພະນັກງານ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ມີຄວາມຮູ້, ຄວາມສາມາດທາງດ້ານວຽກງານສື່ທີ່ທັນສະໄໝ ເຊັ່ນ: ການພັດທະນາເວັບໄຊ, ການຄຸ້ມຄອງລະບົບເວັບໄຊ, ການຍົກລະດັບຄວາມຮູ້ໃຫ້ກັບພະນັກງານວິຊາການໂຄສະນາ ຫຼື ຜູ້ເຮັດວຽກງານສື່ ຂອງຄະນະໂຄສະນາອົບຮົມແຂວງ, ເມືອງໃຫ້ມີຄວາມເຂັ້ມແຂງໃນການນຳໃຊ້ສື່ທີ່ທັນສະໄໝທັງສາມາດຜັນຂະຫຍາຍລົງສູ່ຮາກຖານ ກໍຄືບັນດາເມືອງ ໃຫ້ນັບມື້ນັບສູງຂຶ້ນ ແລະ ມີຄວາມເຂົ້າໃຈເລີກເຊິ່ງ ເຖິງບົດບາດຂອງເຕັກໂນໂລຊີຂໍ້ມູນຂ່າວສານໃນປັດຈຸບັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa