ຄະນະໂຄສະນາອົບຮົມແຂວງສາລະວັນ ເຂົ້າຮ່ວມສ່ອງແສງລາຍງານ ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ( ເວັບໄຊສ ) ປະຈໍາໄຕມາທີ II ປີ2025
ຕອນເຊົ້າຂອງວັນທີ 3 ກໍລະກົດ 2025, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານ ການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ II (4-5-6) ແລະ ທິດທາງແຜນການໃນຕໍ່ໜ້າ ຮ່ວມກັບຄະນະໂຄສະນາອົບຮົມທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໃຫ້ກຽດເຂົ້າຮ່ວມມີຮອງຫົວໜ້າຄະນະໂຄສະນາອົບຮົມທົ່ວປະເທດ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງຄະນະໂຄສະນາອົບຮົມທົ່ວປະເທດ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ. ສໍາລັບຄະນະໂຄສະນາອົບຮົມແຂວງສາລະວັນ ໃຫ້ກຽດເຂົ້າ ຮ່ວມຂອງທ່ານ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຮອງຂະແໜງ ສັງລວມຫາງສຽງສັງຄົມ-ຂໍ້ມູນຂ່າວສານ ເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະວອນ ສີຫາຈັກ ກໍ່ໄດ້ລາຍງານຫຍໍ້ ສະພາບລວມຂອງການຂຽນຂ່າວ, ລົງຂ່າວ, ການຈັດການບໍລິຫານໜ້າເວັບໄຊ ຂອງແຂວງສາລະວັນ ໃນໄຕມາດທີ II ( 4-5-6 ) ຂະແໜງ ສັງລວມຫາງສຽງສັງຄົມ-ຂໍ້ມູນຂ່າວສານ ຄອຂ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ມີຜົນສໍາເລັດດັ່ງນີ້: ໄດ້ມີຄວາມພະຍາຍາມສຸມສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນການຂຽນຂ່າວ, ລົງຂ່າວ, ຈັດການບໍລິການໜ້າເວັບໄຊສ ເຊິ່ງຜ່ານມາ ພວກເຮົາ ໄດ້ຂຽນຂ່າວລົງຜ່ານສື່ເວັບໄຊສ ໄດ້ທັງໝົດ 44 ບົດຂ່າວ ໃນນັ້ນ, ໃນນັ້ນ, ລົງຂ່າວຜ່ານເວັບໄຊສ 44 ບົດຂ່າວ ແລະ ເຟສບຸກ 44 ບົດຂ່າວ ເຊິ່ງປະກອບມີຂ່າວການເຄື່ອນໄຫວ ຂອງຄະນະນໍາຄະນະໂຄສະນາອົບຮົມແຂວງ, ຂ່າວພິທີປາຖະກະຖາວັນສໍາຄັນຕ່າງໆ ຂອງພັກຂອງຊາດ ຂອງສາກົນ, ຮຽນສະໜັບສະໜູນໃຫ້ແກ່ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ແລະ ຂ່າວທີ່ສໍາຄັນອື່ນໆອີກ.
– ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ລົງມາເຄື່ອນໄຫວ ແລະ ເຮັດຢູ່ແຂວງສາລະວັນ.
- ດ້ານບຸກຄະລາກອນທີ່ຮັບຜິດຊອບວຽກເວັບໄຊສ:
ຂະແໜງສັງລວມຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ ມີພະນັກງານທັງໝົດ 3 ທ່ານ, ຍິງ 1 ທ່ານ ໃນນັ້ນ, ຫົວໜ້າຂະແໜງ 1 ທ່ານ, ຮອງ 1 ທ່ານ, ວິຊາການ 1 ທ່ານ. ມີໜ້າຕົວຈິງ ປະຈຸບັນ 2 ທ່ານ, ຍິງ 1 ທ່ານ ລົງຮາກຖານ 1 ທ່ານ. ສ່ວນຜູ້ຮັບຜິດຊອບເວັບໄຊສ ປະຈຸບັນແຂວງພວກເຮົາ 1 ທ່ານ, ຕາມທັດສະນະແລ້ວ ຜູ້ຮັບຜິດຊອບເວັບໄຊສ ຄວນມີຄະນະຮັບຜິດຊອບເວັບໄຊສ 2-3 ຄົນ.
3. ການລົງທະບຽນນໍາໃຊ້ລະບົບຂໍ້ມູນຂ່າວສານອັດຕະໂນມັດ ສໍາລັບແຂວງ ແລະ ເມືອງ.
ມາຮອດປະຈຸບັນນີ້ ການລົງທະບຽນນໍາໃຊ້ລະບົບຂໍ້ມູນຂ່າວສານອັດຕະໂນມັດ ສໍາລັບແຂວງ ແມ່ນສໍາເລັດ 100%, ສໍາລັບຂັ້ນເມືອງ ສໍາເລັດ 97% ຍັງພຽງແຕ່ບັນດາເມືອງ ທີ່ຍັງຊັບຊ້ອນປ່ຽນແທນ. ການລົງທະບຽນນໍາໃຊ້ລະບົບຂໍ້ມູນຂ່າວສານອັດຕະໂນມັດ ບາງເມືອງລົງທະບຽບແລ້ວ ບໍ່ທັນໄດ້ຮັບຂໍ້ມູນ ຫຼື ບໍ່ທັນໄດ້ເຂົ້າກຸ່ມຮັບ-ສົ່ງຂໍ້ມູນອັດຕະໂນມັດ.
- ສໍາລັບແຜນການຜັນຂະຫຍາຍວຽກງານສື່ເອເລັກໂຕນິກ.
ແຂວງສາລະວັນ ຂອງພວກເຮົາ ມີແຜນການຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ນໍາໃຊ້ເວັບໄຊສ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ເມືອງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນ່ໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄອຮ.ຂ ບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໜັກບາງບັນຫາເຊັ່ນ:
ໃຫ້ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າເວັບໄຊສຂອງແຂວງຕົນ ບັນດາຄໍລຳຕ່າງໆມີເນື້ອໃນອຸດົມສົມບູນ ໂດຍສະເພາະຄໍລຳ ປະຫວັດຄວາມເປັນມາ, ທີ່ຕັ້ງພາລະບົດບາດ, ກົງຈັກການຈັດຕັ້ງ ໃຫ້ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງຂອງຕົນ.
ສືບຕໍ່ຊຸກຍູ້ຂັ້ນເມືອງໃຫ້ເຂັ້ມແຂງ ເພື່ອຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ບັນດາແອັດມິນເຮົາຕ້ອງໄດ້ຝຶກຝົນຕົນເອງ ຕັ້ງໜ້າຕິດຕາມຂ່າວສານຈາກຫຼາຍໆແຫຼ່ງ ຊອກຮູ້ຊອກອ່ານ,ຄະນະບັນດາທິການກໍ່ຕ້ອງໄດ້ໃຫ້ທິດທາງເພື່ອກໍ່ສ້າງເປັນລຸ້ນສືບທອດ.
ເອົາໃຈໃສ່ກຳແໜ້ນບັນດາເນື້ອໃນຂອງ ບົດຂ່າວ, ບົດຄວາມ, ເອກະສານຕ່າງໆ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຫຼາກຫຼາຍຂື້ນກວ່າເກົ່າ ເພີ່ມທະວີການຊອກຮູ້ບັນດາຂໍ້ມູນທີ່ເປັນປະໂຫຍດ ແລະ ມີແຜນການເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ດີຈື່ງຈະສາມາດຍາດໄດ້ຜົນສຳເລັດໃນປະຕິບັດໜ້າທີ່ວຽກງານຂອງຕົນ.