ຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມ ທົ່ວແຂວງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍ 2025 ຜ່ານແອັບກອງປະຊຸມທາງໄກ.
ມາໃນວັນທີ 2 ກໍລະກົດ 2025 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມ ທົ່ວແຂວງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍ 2025 ຜ່ານແອັບກອງປະຊຸມທາງໄກ. ກອງປະຊຸມຄັ້ງນີ້ ໂດຍການໃຫ້ກຽດເປັນປະທານ ຂອງທ່ານ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີບັນດາທ່ານຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ຫົວໜ້າ ແລະ ຮອງຫົວໜ້າ, ພະນັກງານຫຼັກແຫຼ່ງ ຄະນະໂຄສະນາອົບຮົມ 8 ເມືອງ ເຂົ້າຮ່ວມຜ່ານແອັບກອງປະຊຸມທາງໄກ ແລະ ພະນັກງານຫຼັກແຫຼ່ງ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.
ໃນພິທີ ທ່ານ ຈັນທະວອນ ສີຫາຈັກ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມ. ຫຼັງຈາກນັ້ນ, ທ່ານ ເປັງ ລາດຄໍາພູມີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມ ທົ່ວແຂວງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງມີຜົນສໍາເລັດໃນການເຄື່ອນໄຫວວຽກງານ 6 ເດືອນຜ່ານມາຄື: ວຽກງານອົບຮົມ:
- 1. ໄດ້ເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງໃນທົ່ວພັກ ( ເອກະສານ 3 ຫົວຂໍ້ ), ມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆ ໃຫ້ບັນດາພະແນກການອ້ອມຂ້າງແຂວງ ແລະ ເມືອງ 8 ເມືອງ ມີຈໍານວນພົນເຂົ້າຮ່ວມທັງໝົດ: 2.383 ສະຫາຍ, ຍິງ 535 ສະຫາຍ.
- ໄດ້ເປີດຮຽນສະໜັບສະໜູນ ພ້ອມທັງອອກໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວຫນ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ໄດ້ 3 ຄັ້ງ ຈໍານວນພົນເຂົ້າຮ່ວມທັງໝົດ: 23 ສະຫາຍ, ຍິງ 12 ສະຫາຍ.
- ສໍາເລັດການຈັດອົບຮົມພະສົງສາມະເນນໃນເທດສະບານແຂວງ ມີຈໍານວນພົນທັງໝົດ: 50 ອົງ.
- ສໍາເລັດຈັດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນຢູ່ລຽບຕາມຊາຍແດນ ທີ່ບ້ານ ນາໂພສີ ເມືອງລະຄອນເພັງ ແຂວງສາລະວັນ ເຊິ່ງຈໍານວນພົນເຂົ້າຮ່ວມທັງໝົດ: 49 ທ່ານ, ຍິງ 9 ທ່ານ.
ວຽກງານໂຄສະນາ-ປາຖະກະຖາ.
- ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາໄດ້ 3 ຄັ້ງ: ວັນສ້າງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ ຄົບຮອບ 64 ປີ ມີຈໍານວນພົນເຂົ້າຮ່ວມທັງໝົດ: 734 ເທື່ອຄົນ, ຍິງ 298 ເທື່ອຄົນ, ສະມາຊິກພັກ 625 ເທື່ອສະຫາຍ, ຍິງ 252 ເທື່ອສະຫາຍ.
- ໄດ້ຕິດຕາມ, ເກັບກໍາຕົວເລກການຈັດຕັ້ງການຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງສາກົນ ແລະ ວັນເກີດຂອງທ່ານຜູ້ນໍາ ຈາກພະແນກການອ້ອມຂ້າງແຂວງ ແລະ ເມືອງ ເຊິ່ງມີຈໍານວນພົນເຂົ້າຮ່ວມທັງໝົດ: 3.600 ເທື່ອຄົນ, ຍິງ 1.671 ເທື່ອຄົນ, ສະມາຊິກພັກ 2.316 ເທື່ອສະຫາຍ, ຍິງ 1.000 ເທື່ອສະຫາຍ.
- ໄດ້ຕິດຕາມ, ເກັບກໍາຕົວເລກການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນຄັ້ງ 16-17-18 ສະໄໝທີ IX ຈາກບັນດາພະແນກການອ້ອມຂ້າງແຂວງ ແລະ ຄະນະໂຄສະນາອົບຮົມ 8 ຕົວເມືອງ. ມີຈໍານວນພົນເຂົ້າຮ່ວມທັງໝົດ: 1.120 ເທື່ອຄົນ, ຍິງ 387 ເທື່ອຄົນ, ສະມາຊິກພັກ 409 ເທື່ອສະຫາຍ, ຍິງ 182 ເທື່ອສະຫາຍ.
ສັງລວມຈໍານວນພົນເຂົ້າຮ່ວມທັງໝົດ: 5.454 ເທື່ອຄົນ, ຍິງ 2.356 ເທື່ອຄົນ, ສະມາຊິກພັກ 3.377 ເທື່ອສະຫາຍ, ຍິງ 1.434 ເທື່ອສະຫາຍ ແລະ ວຽກອື່ນກໍ່ມີຜົນສໍາເລັດ.
ຫຼັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນ ຢ່າງເປັນຂະບວນການຟົດຟື້ນ.
ໃນຕອນທ້າຍກອງປະຊຸມທ່ານ ຈັນທະວອນ ສີຫາຈັກ ກໍ່ໄດ້ມີຄໍາເຫັນດັ່ງນີ້:
- ຄະນະພັກ, ຄະນະນໍາແຕ່ລະພະແນກການ ກໍ່ຄະນະນໍາຂອງເມືອງ ຕ້ອງຖືສໍາຄັນວຽກງານການເມືອງ-ແນວຄິດ ຖືໄດ້ວ່າເປັນສະໜາມຮົມແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່ແນວຮົບນີ້ມັນຕ້ອງສອດຫ້ອຍເຂົ້າໄປໝົດທຸກການເຄື່ອນໄຫວຂອງພັກ, ຂອງລັດ ຂອງອົງການຈັດຕັ້ງມະຫາຊົນ ແລະ ຂອງທຸກຊັ້ນຄົນໃນສັງຄົນ.
- ເພີ່ມທະວີການສຶກສາອົບຮົມ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງຕໍ່ວຽກງານໂຄສະນາອົບຮົມ.
- ສ້າງການຫັນປ່ຽນຢ່າງແຂງແຮງທາງດ້ານເນື້ອໃນ ແລະ ຮູບການໃນການເຄື່ອນໄຫວໂຄສະ ນາອົບຮົມເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນການເຜີຍແຜ່ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງ.
- ຢາກເຮັດວຽກງານໂຄສະນາອົບຮົມໄດ້ດີ ແລະ ໃຫ້ມີຄຸນນະພາບບັນດາສະຫາຍຕ້ອງກໍ່ໄດ້ແນວຄິດຈິດໃຈ, ຈິດຕະສາດ ຈາກນັ້ນ, ປັບປຸງເນື້ອໃນ, ຮູບແບບສຶກສາອົບຮົມແຕ່ລະເປົ້າໝາຍໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງເປົ້າໝາຍນັ້ນໆ ແລະ ຕ້ອງຮູ້ນໍາໃຊ້ຮູ້ວຽກງານ 3 ຕໍເປັນຕົວແບບ.
- ຈັດຕັ້ງໂຄສະນາ-ປາຖະກະຖາ ວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ວັນເກີດຂອງທ່ານຜູ້ນໍາ ແລະ ວັນສາກົນ ໃຫ້ເປົ້າໝາຍຕ່າງໆຢ່າງກວ້າງຂວາງ ເຮັດໃຫ້ມະຫາຊົນຂອງພັກ ແລະ ປະຊາຊົນບັນດາເຜົ່າ ມີທັດສະນະການເມືອງຖືກຕ້ອງ, ຄຸນທາດການເມືອງໜັກແໜ້ນ ແລະ ມີຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຕົວຈິງ.
- ຄົ້ນຄ້ວາ, ປັບປຸງກົນໄກປະສານງານ, ລະບອບການສ່ອງແສງລາຍງານ ແລະ ດ້ານເນື້ອໃນການສຶກສາອົບຮົມໃຫ້ແກ່ເປົ້າຫມາຍຕ່າງໆ ໂດຍສະເພາະແມ່ນພະນັກງານທີ່ເຮັດວຽກງານຕິດຕາມ, ເກັບກຳຫາງສຽງສັງຄົມ ໃຫ້ແທດເຫມາະກັບລະດັບຄວາມຮູ້, ຄວາມສາມາດ ແລະ ສະ ພາບເງື່ອນໄຂໃນແຕ່ລະໄລຍະ.
- ປັບປຸງການຈັດຕັ້ງ, ການເຄື່ອນໄຫວຂອງການຈັດຕັ້ງທີ່ມີແລ້ວ ແລະ ສ້າງຕັ້ງຕາຫນ່າງເພື່ອນຮ່ວມງານໃນວຽກງານໂຄສະນາໃຫ້ກວ້າງຂວາງທົ່ວເຖິງ ໃນທຸກຂະແຫນງການຂອງທ້ອງຖິ່ນ.