ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຝຶກອົບຮົມການເມືອງ-ແນວຄິດໃຫ້ຄູອາຈານສອນວິຊາສັງຄົມ – ການເມືອງທົ່ວເມືອງເລົ່າງາມ

ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຝຶກອົບຮົມການເມືອງ-ແນວຄິດໃຫ້ຄູອາຈານສອນວິຊາສັງຄົມ – ການເມືອງທົ່ວເມືອງເລົ່າງາມ

ວັນທີ 28 ສິງຫາ 2025,ຢູ່ທີ່ສະໂມສອນໂຮງຮຽນ ມສ ເລົ່າງາມ,ຄະນະໂຄສະນາອົບຮົມແຂວງສາລະວັນໄດ້ເປີດຝືກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານ ທີ່ສອນວິຊາສັງຄົມ-ການເມືອງທົ່ວເມືອງເລົ່າງາມ,ໂດຍການເຂົ້າຮ່ວມຂອງທ່ານ ຈັນສະໜອນ ພົມມະແສງ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄຳກອງ ທຳມະເທວາ ຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ,ທ່ານ ດຣ ສັງວານ ແສງສາຍ ຮອງເລຂາພັກເມືອງ, ມີບັນດາທ່ານກຳມະການພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ ພ້ອມດ້ວຍ ຄູ – ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

      ທ່ານ ຈັນສະໜອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ກ່າວຈຸດປະສົງໃນການຝືກອົບຮົມຄັ້ງນີ້ວ່າ: ເພື່ອເຮັດໃຫ້ຄູ-ອາຈານທີ່ສອນວິຊາສັງຄົມ-ການເມືອງ, ຢູ່ໂຮງຮຽນ ມສ ທົ່ວເມືອງເລົ່າງາມ, ວິຊາຊີບຊັ້ນຕົ້ນ, ຊັ້ນກາງ, ວິທະຍາໄລ ແລະ ອາຊິວະສຶກສາ ຮັບຮູ້, ເຂົ້າໃຈຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນີນ, ການເສີມຂະຫຍາຍມູນເຊື້ອຂອງຊາດ, ສ້າງ ແລະ ບູລະນະລະບົບປະຊາທິປະໄຕປະຊາຊົນ ຕາມຈຸດໜ່ວຍສັງຄົມນິຍົມ, ເພື່ອໃຫ້ເຂົ້າໃຈກ່ຽວກັບແນວທາງການສຶກສາ, ແນວທາງພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳສັງຄົມ ແລະ ເຂົ້າໃຈກ່ຽວກັບຈັນຍາບັນຂອງຄູ ບົນພື້ນ ຖານຄວາມຮັບຮູ້ເຂົ້າໃຈ ເພື່ຶອປັບປຸງທັດສະນະຫລັກໜັ້ນຂອງຄູ-ອາຈານໃຫ້ມີຄວາມໜັກແໜ້ນສາມາດປະຕິບັດໜ້າທີ່ໃນການສິດສອນໃຫ້ໄດ້ຮັບຜົນດີກວ່າເກົ່າ.

      ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາຄູ-ອາຈານທີ່ສອນວິຊາສັງຄົມ-ການເມືອງຕ້ອງມີຄວາມເປັນເຈົ້າການຮັບຜິດຊອບຕໍ່ການຝຶກອົບຮົມໃນຄັ້ງນີ້, ເພື່ອສ້າງຕົນເອງໃຫ້ກາຍເປັນຜູ້ທີ່ມີຄວາມຮັບຮູ້ກຳແໜ້ນຕໍ່ແນວທາງແຜນນະໂຍບາຍຂອງພັກທີ່ວາງອອກໃນແຕ່ລະໄລຍະ ເພື່ອນຳໄປສຶກສາອົບຮົມຄົນຮຸ່ນໜຸ່ມໃຫ້ຮັບຮູ້ ແລະເຂົ້າໃຈ ແລະພ້ອມກັນປົກປັກຮັກສາເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອດຸໜັ່ນຂະຫຍາຍພຽນ, ຕັ້ງໜ້າຝຶກຝົນຫລໍ່ຫລອມຄຸນສົມບັດສິນທຳປະຕິວັດ, ເພື່ອສືບທອດທີ່ດີຂອງຊາດ ແລະຖອດຖອນບົດຮຽນກ່ຽວກັບການສິດສອນກໍ່ຄືຫລັກສູດການຮຽນການສອນວິຊາສັງຄົມການເມືຶອງ

      ສໍາລັບເນື້ອໃນ, ຮູບການ ແລະ ເອກະສານທີ່ນຳມາຝຶກອົບຮົມຄັ້ງນີ້: ປະກອບມີ ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນີນ, ເສີມຂະຫຍາຍມູນເຊື້ອຂອງຊາດລາວ, ສ້າງ ແລະບູລະນະລະບົບປະຊາທິປະໄຕປະຊາຊົນຕາມທິດສັງຄົມນິຍົມ, ແນວທາງນະໂຍບາຍການສຶກສາຂອງພັກ-ລັດເຮົາ, ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທຳ-ສັງຄົມ ແລະສີ່ງແວດລ້ອມແລະຈັນຍາບັນຂອງຄູ, ການຝຶກອົບຮົມຄັ້ງນີ້ແມ່ນຈະດຳເນີນໄປເປັນເວລາສອງວັນຈິງສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa