ຄະນະໂຄສະນາອົບຮົມແຂວງສາລະວັນ ເປີດຮຽນສະໜັບສະໜູນ ໃຫ້ແກ່ມະຫາຊົນກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ
ຊຸດທີ V ປະຈໍາປີ 2025
ໃນວັນທີ 17 ກັນຍາ 2025, ຄະນະໂຄສະນາອົບຮົມແຂວງສາລະວັນ ໄດ້ເປີດສະຫນັບສະຫນູນ ໃຫ້ແກ່ມະຫາຊົນກ້າວໜ້າ ຊຸດທີ V ປະຈໍາປີ 2025 ທີ່ຫ້ອງປະຊຸມ ຂອງຫ້ອງການ ຄະນະໂຄສະນາອົບຮົມແຂວງ ມີບັນດາມະຫາຊົນ ຜູ້ທີ່ມີຄວາມກ້າວຫນ້າ ເຂົ້າຮ່ວມຮຽນທັງໝົດ ຈໍານວນ 12 ສະຫາຍ, ຍິງ 7 ສະຫາຍ ມາຈາກ 4 ຄະນະພັກຮາກຖານຄື: ຄະນະພັກຮາກຖານພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ມີ 6 ສະຫາຍ, ຍິງ 2 ສະຫາຍ, ຄະນະພັກຮາກຖານພະແນກການເງິນແຂວງ 1 ສະຫາຍ, ຍິງ 1 ສະຫາຍ, ຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງ 4 ສະຫາຍ, ຍິງ 3 ສະຫາຍ ແລະ ຄະນະພັກຮາກຖານທະນາຄານ ສາຂາແຂວງສາລະວັນ 1 ສະຫາຍ, ຍິງ 1 ສະຫາຍ; ໂດຍໃຫ້ກຽດເຜີຍແຜ່ເອກະສານ ອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຂອງສະຫາຍ ນາງ ໜູຄໍາ ສາຍສູນທອນ ຫົວໜ້າຂະແໜງອົບຮົມ ຄະນະໂຄສະນາອົບຮົມແຂວງ.
ໂອກາດດຽວກັນນີ້, ສະຫາຍ ນາງ ໜູຄໍາ ສາຍສູນທອນ ໄດ້ບັນຍາຍເນື້ອໃນເອກະສານທີ່ສໍາຄັນຕ່າງໆກ່ຽວກັບພັກ ເປັນຕົ້ນແມ່ນ ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ປີ 2021 ໃນນັ້ນ, ປະກອບມີ 13 ຄໍາຖາມ-ຄໍາຕອບ. ທັງນີ້, ກໍ່ເພື່ອເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງເຖິງຖອງ ແລະ ເນື້ອໃນອື່ນໆ ທີ່ສໍາຄັນ ກ່ຽວກັບພັກປະຊາຊົນປະຕິວັດລາວ ຕື່ມອີກ.
ໃນຕອນທ້າຍ, ສະຫາຍ ຈັນທະວອນ ສີຫາຈັກ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ຕໍ່ກັບມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ສະຫາຍ ກ່າວວ່າ: ມະຫາຊົນ ທີ່ໄດ້ເຂົ້າມາຮຽນໃນມື້ນີ້, ແມ່ນຜູ້ທີ່ມີຄວາມຕື່ນຕົວ ໃນການຈັດຕັ້ງປະຕິບັດວຽກງານ ຈົນໄດ້ກ້າວມາເປັນມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ແລະ ສະຫາຍ ຍັງເນັ້ນໜັກໃຫ້ມະຫາຊົນ ບາງບັນຫາ ດັ່ງນີ:
- ບັນດາສະຫາຍ ຕ້ອງເອົາໃຈໃສ່ປະກອບສ່ວນເຂົ້າໃນວຽກງານຂອງພັກ ດ້ວຍຄວາມຫ້າວຫັນ, ຄົ້ນຄວ້າ ແລະ ກໍາແໜ້ນວຽກງານທີ່ຕົນຮັບຜິດຊອບ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.
- ປັບປຸງຕົນເອງ ໃຫ້ກາຍເປັນສະມາຊິກພັກທີ່ດີເດັ່ນ ໃຫ້ສົມກັບວ່າ ເປັນມະຫາຊົນ ທີ່ມີຄວາມກ້າວໜ້າ.
- ຍົກສູງສະຕິເປັນເຈົ້າການປະຕິບັດຕາມກົດລະບຽບພັກ, ກົດໝາຍຂອງລັດ, ຫັນເອົາແນວທາງຂອງພັກ ທີ່ໄດ້ສຶກສາຄັ້ງນີ້ ນໍາໄປຈັດຕັ້ງຜັນຂະຫຍາຍ ໃຫ້ປະສົບຜົນສຳເລັດໃນຕໍ່ໜ້າ.
- ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ດ້ວຍຕົນເອງ ແລະ ໝູ່ຄະນະ ໃຫ້ຫຼາຍຂື້ນ ເພື່ອຍາດແຍ່ງເອົາບັດດາບົດຮຽນດັ່ງກ່າວ ເພື່ອນໍາໄປພັດທະນາຕົນເອງ.
- ບັນດາສະຫາຍ ຕ້ອງປະຕິບັດບັນດາຂໍ້ຫ້າມສໍາລັບສະມາຊິກພັກ ປະຊາຊົນປະວັດລາວ ຢ່າງເຂັ້ມງວດ.
ພິທີດັ່ງກ່າວ, ຍັງໄດ້ມອບ-ຮັບໃບຢັ້ງຢືນ ໃຫ້ແກ່ມະຫາຊົນທີ່ມີຄວາມຫ້າວໜ້າ ທີ່ເຂົ້າຮ່ວມຮຽນ ເຊິ່ງເປັນກຽດມອບຂອງສະຫາຍ ຈັນທະວອນ ສີຫາຈັກ ຕື່ມອີກ.