ຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ໄລຍະ 5 ປີ ( 2020-2025) ແລະທິດທາງແຜນການ 5 ປີ ( 2026-2030)

ຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ໄລຍະ 5 ປີ ( 2020-2025) ແລະທິດທາງແຜນການ 5 ປີ ( 2026-2030)
#ຄະນະໂຄສະນາອົບຮົມແຂວງສາລະວັນ ສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ໄລຍະ 5 ປີ ( 2020-2025) ແລະທິດທາງແຜນການ 5 ປີ ( 2026-2030), ໃນວັນທີ 25 ທັນວາ 2025 ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ ແນວຄິດ, ວຽກພັກ-ພະນັກງານ, ທ່ານ ມະໄລວອນ ສີປະເສີດ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຫົວໜ້າ-ຮອງຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ 8 ເມືອງ, ພະນັກງານຫຼັກແຫຼ່ງພາຍໃນຄະນະໂຄສະນາອົບຮົມແຂວງ-ພະນັກງານລັດຖະກອນເຂົ້າຮ່ວມ.
#ໃນພິທີ ທ່ານ ມະໄລວອນ ສີປະເສີດ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມ ທົ່ວແຂວງ 5 ປີ ແລະ ວາງທິດທາງແຜນການ 5 ປີ ໄດ້ໄຂຂຶ້ນໃນທາມກາງທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະ ແມ່ນທົ່ວແຂວງສາລະວັນ, ຢູ່ໃນໄລຍະເອົາໃຈໃສ່ ຈັດຕັ້ງປະຕິບັດບັນດານິຕິກໍາຕ່າງໆ ຂອງພັກ ແລະ ຂອງລັດ ເປັນຕົ້ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ເພື່ອກະກຽມດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະພາປະຊາຊົນແຂວງ ຊຸດທີ V ຢ່າງເປັນຂະບວນຟົດຟື້ນ, ກອງປະຊຸມຄັ້ງນີ້ ເພື່ອຕີລາຄາ ແລະ ຢັ້ງຢືນຄືນເຖິງຜົນງານ ແລະ ຜົນສໍາເລັດຕ່າງໆ ທີ່ຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ, ພ້ອມກັນຄົ້ນຄວ້າປະກອບຄໍາຄິດ, ຄໍາເຫັນຕີລາຄາດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມທັງກໍານົດທິດທາງ ແລະ ວິທີແກ້ໄຂໃນຕໍ່ໜ້າ ຊອກໃຫ້ເຫັນບົດຮຽນທີ່ດີ ໃນການນໍາພາຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີຄຸນນະພາບໃໝ່ທີ່ດີຂຶ້ນເລື້ອຍງໆ.
#ຈາກນັ້ນ ທ່ານ ເປັງ ລາດຄຳພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາທົ່ວແຂວງ 5 ປີຜ່ານມາ ໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຢ່າງແຂງແຮງ ເຂົ້າໃນການເຄື່ອນໄຫວນໍາພາ ຕິດພັນກັບການຊຸກຍູ້ເສີມຂະຫຍາຍມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມ ຂອງຊາດ-ຂອງເຜົ່າ, ຕັ້ງໜ້າເຜີຍແຜ່, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຢ່າງແຂງແຮງທັງມີການຕິດຕາມຊຸກຍູ້ ແລະ ຊີ້ນໍາຢ່າງແທດເຖິງຈາກຄະນະພັກຂັ້ນເທິງແຕ່ລະຂັ້ນ ອັນໄດ້ເຮັດໃຫ້ພື້ນຖານ ແມ່ນມີຄວາມສະຖຽນລະພາບ ສັງຄົມມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ. ໄດ້ເຊື່ອມຊຶມ, ອົບຮົມເອກະສານຕ່າງໆ ໄດ້ທັງໝົດ 613 ຄັ້ງ ເຊິ່ງມີຈໍານວນພົນ ເຂົ້າຮ່ວມ 252.465 ເທື່ອຄົນ, ຍິງ 109.946 ເທື່ອຄົນ, ສະມາຊິກພັກ 108.454 ເທື່ອສະຫາຍ, ຍິງ 23.625 ເທື່ອສະຫາຍ, ໄດ້ປະສານຊຸກຍູ້, ສົມທົບກັບພະແນກການ, ບັນດາເມືອງ ຈັດຕັ້ງໂຄສະນາ-ປາຖະກະຖາ ເນຶ່ອງໃນວັນ ສໍາຄັນຂອງຊາດຂອງພັກ ແລະ ຂອງຊາດ, ຂອງສາກົນ, ວັນເກີດຂອງບັນດາທ່ານຜູ້ນຳ, ມູນເຊື້ອອັນສຳຄັນຂອງພັກ, ຂອງຊາດ, ເຫດການສຳຄັນທາງດ້ານປະຫວັດສາດ ແລະ ເຫດການພົ້ນເດັ່ນສາກົນ ໄດ້ 572 ຄັ້ງ ເຊິ່ງມີຜູ້ເຂົ້າຮ່ວມຮັບຟັງທັງຫມົດ 330.171 ເທື່ອຄົນ, ຍິງ 192.926 ເທື່ອຄົນ, ໄດ້ຕິດຕາມ, ເກັບກໍາສະພາບແນວຄິດຫາງສຽງສັງຄົມ ຈາກຄະນະໂຄສະນາອົບຮົມເມືອງ 8 ຕົວເມືອງ ແລະ ພະແນກການອອ້ມຂ້າງແຂວງໄດ້ 163 ຄັ້ງ ໂດຍສະເພາະຫາງສຽງການໃສ່ຮ້າຍປ້າຍສີ, ຢາເສບຕິດ, ຂີ້ລັກງັດແງະ, ອຸປະຕິເຫດ, ລາຄາສິນຄ້າສູງ, ໄຟເງິນເຟີ້, ລາຄານໍ້າມັນ ແລະ ອື່ນໆ, ວຽກງານສື່ມວນຊົນ ( ຖະແຫຼງຂ່າວ) ນັບແຕ່ໄດ້ໂອນວຽກສື່ມວນຊົນມາຂຶ້ນກັບໂຄສະນາແຕ່ວັນທີ 15 ສິງຫາຜ່ານມາ ໄດ້ເອົາໃຈໃສ່ປະຕິບັດວຽກວິຊາສະເພາະ ເປັນຕົ້ນ: ວຽກງານວິທະຍຸ, ໂທລະພາບ ແລະໜັງສືືພິມ ໄດ້ເກັບກຳຂ່າວ ແລະຜະລິດຂ່າວ ໄດ້ທັງໝົດ 891 ຂ່າວ, ບົດ 16 ບົດ, ອອກອາກາດທາງວິທະຍຸໄດ້ທັງໝົດ 393 ຊົ່ວໂມງ, ຖ່າຍທອດສົດວິທະຍຸກະຈາຍສຽງແຫ່ງຊາດໄດ້ 72 ຊົ່ວໂມງ ແລະວຽກງານອື່ນກໍ່ມີຜົນສຳເລັດ. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມດີຂຶ້ນໃນເທື່ອລະກ້າວ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa