ຄະນະໂຄສະນາອົບຮົມ ເມືອງລະຄອນເພັງ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ III ໃຫ້ເລຂາໜ່ວຍພັກ-ນາຍບ້ານ.
ໃນຕອນເຊົ້າ ວັນທີ 1 ກັນຍາ 2025 ຄະນະໂຄສະນາອົບຮົມເມືອງ ຮ່ວມກັບຄະນະຈັດຕັ້ງເມືອງ ແລະ ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ III ໃຫ້ເລຂາໜ່ວຍພັກ-ນາຍບ້ານທົ່ວເມືອງ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງລະຄອນເພັງ ໂດຍການເປັນປະທານຮ່ວມ ຂອງ ສະຫາຍ ທອງດີ ຈັນທະວົງ ຄະນະປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ແລະ ສະຫາຍ ນາງ ໄກສອນ ຝ້າຍພົມມະວົງໄຊ ເລຂາໜ່ວຍພັກ ຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງສາລະວັນ, ມີຮອງເລຂາຄະນະບໍລິຫານງານພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ອົງການທຽບເທົ່າອ້ອມຂ້າງເມືອງ, ຄູຝຶກ ແລະ ນັກເຝິກອົບຮົມ ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານ ຂໍ້ຕົກລົງຂອງຫົວໜ້າໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງສາລະວັນ ວ່າດ້ວຍການອະນຸດມັດໃຫ້ເມືອງລະຄອນເພັງ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ (5ວັນ) ໃຫ້ເລຂາໜ່ວຍພັກ-ນາຍບ້ານຊຸດທີ III, ຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາເປົ້າໝາຍບຸກຄະລາກອນເຂົ້າຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ ຊຸດທີ III, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄູ-ອາຈານຂຶ້ນຫ້ອງຝຶກອົບຮົມ, ແຜນເຄື່ອນໄຫວການຝຶກອົບຮົມ ແລະ ກົດລະບຽບຄຸ້ມຄອງຊຸດຝຶກອົບຮົມ. ເຊິ່ງຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ ຊຸດທີ III ຄັ້ງນີ້ ເປົ້າໝາຍນັກຝຶກອົບຮົມ ແມ່ນເລຂາໜ່ວຍພັກ-ນາຍບ້ານ 75 ບ້ານທົ່ວເມືອງ ຈໍານວນ 75 ສະຫາຍ, ມີຄູຝຶກມາຈາກໂຮງການເມືອງ-ການປົກຄອງແຂວງສາລະວັນ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ ຜັດປ່ຽນກັນຂຶ້ນສິດສອນ, ໄລຍະຝຶກອົບຮົມ 5 ວັນ ( ເລີ່ມແຕ່ວັນທີ 1-5 ກັນຍາ 2025 ), ຈໍານວນ 32 ຊົວໂມງ, ລວມມີ 11 ບົດຮຽນ.
ໃນໂອກາດມີຄໍາເຫັນກ່າວໄຂຊຸດຝຶກອົບຮົມ ສະຫາຍ ທອງດີ ຈັນທະວົງ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງລະຄອນເພັງ ໄດ້ສະແດງຄວາມຊົມເຊີຍ ແລະ ສະແດງຄວາມຂອບໃຈ ໂຮງຮຽນການເມືອງ-ການປົກຄອງ ກໍຄືຄະນະຮັບຜິດຊອບ ທີ່ໄດ້ມີການກະກຽມ ປະສານສົມທົບເຮັດໃຫ້ຊຸດຝຶກອົບຮົມຄັ້ງນີ້ເກີດຂຶ້ນ, ຊົມເຊີຍນັກຝຶກອົບຮົມທີ່ມີຄວາມຕື່ນຕົວ ຕັດສິນໃຈສູງເຂົ້າຮ່ວມຊຸດຝຶກອົບຮົມ, ເຫັນໄດ້ບົດຮຽນທີ່ນຳມາສິດສອນ-ຮ່ຳຮຽນຄັ້ງນີ້ ລ້ວນແລ້ວແຕ່ມີຄວາມແທດເໝາະ ເຊິ່ງມີຄວາມສຳຄັນຫຼາຍໃນການສ້າງສາພັດທະນາປະເທດຊາດໃນໄລຍະໃໝ່, ເຖິງແມ່ນຈະເປັນເວລາທີ່ສັ້ນພຽງ 5 ວັນ ແຕ່ກໍເນັ້ນໃສ່ອັນທີ່ສຳຄັນ ເພື່ອໃຫ້ບັນດາສະຫາຍນຳເອົາບົດຮຽນໄປໝູນໃຊ້ໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍອີງໃສ່ເງື່ອນໄຂ ທ່າແຮງບົ່ມຊ້ອນຂອງແຕ່ລະບ້ານເພື່ອໃຫ້ເກີດປະໂຫຍດສູງສຸດ; ພ້ອມນີ້ ກໍຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບຈົ່ງໄດ້ຕິດຕາມການຮຽນ-ການສອນ ໃຫ້ເປັນໄປຕາມແຜນທີ່ວາງໄວ້ ພ້ອມທັງສ້າງກິດຈະກຳ ສ້າງຂະບວນການໃຫ້ມີບັນຍາການຟົດຟື້ນ, ຄູ-ອາຈານສອນ ຕ້ອງໄດ້ກະກຽມບົດສອນທີ່ມີປະໂຫຍດຕໍ່ກັບຕົວຈິງ, ນັກຝຶກອົບຮົມຕ້ອງປະຕິບັດຕາມລະບຽບ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ ສອບຖາມ ແລະຖອດຖອນບົດຮຽນ ສູ້ຊົນອົດທົນ ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບັນດາຂະແໜງການຂອງເມືອງຕ້ອງຊ່ວຍຊຸກຍູ້ ອຸປະຖໍາດ້ານຕ່າງໆ. ເພື່ອເຮັດໃຫ້ຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.