ຄະນະໂຄສະນາອົບຮົມ ແຂວງສາລະວັນໂອ້ລົມພະນັກງານລັດຖະກອນຂອງຕົນ.

ຄະນະໂຄສະນາອົບຮົມ ແຂວງສາລະວັນໂອ້ລົມພະນັກງານລັດຖະກອນຂອງຕົນ.

 

ໃນຕອນເຊົ້າຂອງວັນທີ 25 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຮັບຟັງການມີຄໍາເຫັນໂອ້ລົມ ຂອງທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ,ມີບັນດາທ່ານ ໃນຄະນະນໍາ,ພະນັກງານສະມາຊິກພັກ,ພະນັກງານລັດຖະກອນພາຍໃນເຂົ້າຮ່ວມ.

ໂດຍປະຕິບັດຕາມມະຕິຂອງຄະນະບໍລິຫານສູນກາງພັກ ສະບັບເລກທີ 03/ຄບສພ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ .ໂດຍສະເພາະໂອນວຽກຖະແຫລງຂ່າວ-ສື່ມວນຊົນ ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກພະແນກຖະແຫລ່ງ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄປຂື້ນກັບຄະນະໂຄສະນາອົບຣົມແຂວງ ເຊີ່ງວຽກທີ່ຈະໂອນປະກອບມີ: ດ້ານກົງຈັກການຈັດຕັ້ງລັດ ມີ 1 ຂະແໜງ ແລະ 2 ກອງວິຊາການຄື: ຂະແໜງຖະແຫຼ່ງຂາວ, ກອງວິຊາການສື່ສິງພິມ ແລະ ກອງວິຊາການວິທະຍຸ-ໂທລະພາບ; ດ້ານບຸກຄະລາກອນຍົກຍ້າຍ ພ້ອມ ໂອນ ມີ 26 ທ່ານ ຍິງ 10 ທ່ານ ໃນນັ້ນ, ມີຮອງຫົວໜ້າພະແນກ, ຜູ້ຊີ້ນຳວຽກງານຖະແຫຼງຂ່າວ-ສື່ມວນຊົນ 1 ທ່ານ ຄື: ທ່ານ ຄໍຳໄຫວ ໂພສີ; ດ້ານກົງຈັກການຈັດຕັ້ງພັກ: ໂອນໜ່ວຍພັກຖະແຫຼ່ງຂ່າວ-ສື່ມວນຊົນ, ມີສະມາຊິກພັກທັງໝົດ 20 ສະຫາຍ, ຍິງ 7 ສະຫາຍ, ໃນນັ້ນ ມີສະມາຊິກພັກສົມບູນ 18 ສະຫາຍ ຍິງ 7 ສະຫາຍ, ສຳຮອງ 2 ສະຫາຍ, ຍິງ 0 ສະຫາຍ;

ທ່ານຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ໃຫ້ກຽດໂອ້ລົມເຊີ່ງທ່ານໄດ້ເນັ້ນໜັກເປັນຕົ້ນ: ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ຢູ່ບັນດາຂະແໜງການ ທີ່ຖືກໂຮມພະແນກ ແລະ ໂອນວຽກຂອງພະແນກການວັດທະນະທໍາ ແລະການທ່ອງທ່ຽວ ມາຂື້ນກັບຄະນະໂຄສະນາອົບຮົມແຂວງ.ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ອຸ່ນອ່ຽນທຸ່ນທ່ຽງ ຕໍ່ການນຳພາຂອງພັກ.ປະສານກັບກະຊວງສາຍຕັ້ງ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອເປັນບ່ອນອີງໃຫ້ພະແນກການ-ອົງການ ໃນການຂຽນພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ເພື່ອຮ່າງເປັນຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກການທີ່ໂຮມເຂົ້າກັນ, ສືບຕໍ່ສະຫຼຸບຕີລາຄາການປະຕິບັດໜ້າທີ່, ຂອບເຂດສິດ ຂອງບັນດາຂະແໜງ ທີ່ຂຶ້ນກັບພະແນກການຂອງແຂວງຜ່ານມາ ມີດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ແນວໃດ; ຄົ້ນຄວ້າຍົກໃຫ້ເຫັນແຈ້ງຕື່ມວ່າສິດ ແລະ ໜ້າທີ່ ຂອງໜ່ວຍງານດັ່ງກ່າວມີວຽກໃດທີ່ຊໍ້າຊ້ອນກັບວຽກຂອງໜ່ວຍງານອື່ນ ທີ່ສັງ ກັດໃນຫ້ອງການຂອງຕົນ ຫຼື ສັບຊ້ອນກັບສິດ ແລະ ໜ້າທີ່ ຂອງໜ່ວຍງານອື່ນ ທີ່ຂຶ້ນກັບຫ້ອງການທີ່ຈະຖືກໂຮມເຂົ້າກັບຕົນ,ສືບຕໍ່ສົມທົບກັບຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງ ຈາກກະຊວງ-ອົງການ ເພື່ອຄົ້ນຄວ້າ ສັບຊ້ອນການນໍາຂອງພະແນກ ແລະ ສືບຕໍ່ສັບຊ້ອນພະນັກງານ-ລັດຖະກອນ ແລະ ຄົ້ນຄວ້າເອກະພາບກ່ຽວກັບການກໍານົດພາລະບົດບາດ, ຫນ້າທີ່ ແລະ ຂອບເຂດສິດ ລວມທັງກົງຈັກການຈັດຕັ້ງທີ່ຂຶ້ນກັບພະແນກການ-ອົງການ (ໃຫມ່).

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa