ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2025 ທີ່ເມືອງສາລະວັນໃນມື້ທຳອິດໄດ້ເປີດຂື້ນຢ່າງເປັນທາງການດ້ວຍບັນຍາກາດຄືກຄືນມ່ວນ

ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2025 ທີ່ເມືອງສາລະວັນໃນມື້ທຳອິດໄດ້ເປີດຂື້ນຢ່າງເປັນທາງການດ້ວຍບັນຍາກາດຄືກຄືນມ່ວນ

   

ງານບຸນຊ່ວງເຮືອປະເພນີ ປະຈໍາປີ 2025ທີ່ເມືອງສາລະວັນໃນມື້ທຳອິດ ໄດ້ຂື້້ນຢ່າງເປັນທາງການດ້ວຍບັນຍາກາດຄຶກຄືນມ່ວນຊື່ນ ທີ່ ຝາມໄຊ ບ້ານເຕົ້າປູນ (ຝັ່ງຊຽງຍືນ), ວັນທີ 6 ກັນຍາ 2025 ໂດຍການເປັນປະທານຂອງທ່ານຈັນສີລອນ ສີສົມບູນເລຂາພັກເມືອງສາລະວັນໃຫ້ກຽດເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາການນໍາຂັ້ນສູງຂອງແຂວງ, ອາດີດການນໍາ ຂອງແຂວງ,ການນຳເມືອງ,ມີບັນດາ ນັກທຸລະກິດຜູ້ປະກອບການພາຍໃນ-ຕ່າງ ປະເທດ, ພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດ, ສີພາຍເຮືອຊ່ວງ ແລະມວນຊົນເຂົ້າ ຮ່ວມຢ່າງຫຼວງຫຼາຍ.

ທ່ານ ຈັນສີລອນ ສີສົມບູນ ເລຂາພັກເມືອງ ປະທານຈັດງານບຸນເຮືອ ຊ່ວງປະຈໍາປີ 2025 ໄດ້ກ່າວເປີດງານຢ່າງເປັນທາງການ ໃນຄັ້ງນີ້ວ່າ:ຈຸດປະສົ່ງ ເພື່ອເປັນການສືບທອດ ອະນຸ ລັກຮັກສາ, ສົ່ງເສີມ, ອະນຸລັັັກທາງດ້ານວັດທະນະທຳ, ອະລິຍະທຳ, ຮີດຄອງປະເພນີຂອງຄົນລາວມາ ແຕ່ດຶກດໍາບັນ ເວົ້າລວມ ເວົ້າສະເພາະ ແມ່ນຊາວເມືອງ ແລະ ແຂວງສາລະວັນພວກເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການຈົນເຖີງປັດຈຸບັນ,ວັນບຸນຫໍ່ເຂົ້າສະຫຼາກ ຕິດພັນກັບບຸນຊ່ວງເຮືອປະເພນີປະຈຳປີຂອງທຸກໆປີ ເຊິ່ງປີນີ້ແມ່ນໄດ້ຈັດຂຶ້ນ ລະຫວ່າງວັນທີ 6 – 7 ກັນຍາ 2025, ຊຶ່ງເປັນງານບຸນໃຫຍ່ປ່າງໜື່ງທີ່ມີຄວາມໝາຍຄວາມສໍາຄັນທາງດ້ານ ວັດທະນະທໍາ, ຮີດຄອງປະເພນີ ແລະຂະນົບທໍານຽມອັນດີງາມ ແລະສ່ອງແສງເຖິງກ້ອນກໍາລັງມະຫາ ສາມັກຄີຂອງຄົນໃນຊາດກໍ່ຄືຂອງທ້ອງຖິ່ນ,ການຈັດງານຄັ້ງນີ້ ທັງເປັນການປະກອບສ່ວນກະຕຸກຊຸກຍູ້ບັນຍາກາດການຊື້ ຂາຍ-ຈໍລະຈອນສິນຄ້າ, ສ້າງບັນຍາກາດການທ່ອງທ່ຽວພາຍໃນແຂວງໃຫ້ມີບຸນຍາກາດຄຶກຄື່ນຟົດຟື້ນ ດຶງດູດການທ່ອງທ່ຽວພາຍ ໃນເມືອງກໍ່ຄືແຂວງສາລະວັນ ເປັນການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງີນໃຫ້ດີຂື້ນ.ຈາກນັ້ນໃນພິທີ ກໍ່ໄດ້ມີພິທີຕັດແຖບຜ້າ, ລັ່ນຄ້ອງ ເປີດງານບຸນຊ່ວງເຮືອ ປະຈຳປີ 2025 ຢ່າງເປັນທາງການ.

ສຳລັບການແຂ່ງຂັນຊ່ວງເຮືອປີ 2025 ນີ້, ແມ່ນເປັນການແຂ່ງຂັນເປີດກວ້າງ ມີເຮືອເຂົ້າຮ່ວມ ທັງພາຍໃນ, ພາຍນອກ ແລະ ຕ່າງເມືອງ, ຕ່າງແຂວງ ມີທັງໝົດ 39 ລຳ ມີ 64 ຄະນະ, ເຊິ່ງໄດ້ ແບ່ງອອກເປັນ 2 ສາຍຄື: ສະເພາະເຮືອປະເພນີພາຍໃນເມືອງມີ: ເຮືອ 12 ສີພາຍ ຊາຍ-ຍິງ ແລະ 25-29 ສີພາຍ ຊາຍ-ຍິງ , ສາຍເປີດກ້ວາງຕ່າງເມືອງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດມີ: ເຮືອ 12ສີພາຍ ຊາຍ-ຍິງ, 25-29 ສີພາຍຊາຍ-ຍິງ ແລະ 35ສີພາບຊາຍ. ການແຂ່ງຂັນໄດ້ແບ່ງ ອອກເປັນ 2ວັນ ຄື: ວັນທີ 6 ກັນຍາ 2025 ແມ່ນແຂ່ງຂັນເຮືອຊ່ວງປະເພດເຮືອປະເພນີພາຍໃນເມືອງ 12 ສີພາຍ ຊາຍ-ຍິງ ແລະ 25-29 ສີພາຍ ຊາຍ-ຍິງ ພ້ອມຊີງຊະນະເລີດ ແລະ ວັນທີ 7 ກັນຍາ 2025 ສືບຕໍ່ແຂ່ງຂັນເຮືອເປີດກວ້າງ 12ສີພາຍ ຊາຍ-ຍິງ, 25-29 ສີພາຍຊາຍ-ຍິງ ແລະ 35ສີ ພາຍຊາຍ. ພ້ອມທັງຊິງຊະນະເລີດ ແລະ ມອບລາງວັນທຸກປະເພດ.

ພາບ,ຂ່າວໂດຍ: ຄຳສອນ ແກ້ວບຸນທະວົງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa