ຊາວໜຸ່ມແຂວງສາລະວັນ ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນຢູ່ເມືອງຕຸ້ມລານ

ຊາວໜຸ່ມແຂວງສາລະວັນ ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ຊາວໜຸ່ມ-ເຍົາວະຊົນຢູ່ເມືອງຕຸ້ມລານ

   

ວັນທີ 1 ຕຸລາ 2025 ຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ລົງເຜີຍແຜ່ໂຄສະນາ, ໃຫ້ຄວາມຮູ້ ແລະ ປູກຈິດສຳນຶກໃຫ້ກັບຊາວໜຸ່ມ-ເຍົາວະຊົນ ຢູ່ໂຮງຮຽນມັດທະຍົມສົມບູນ (ມສ ຕຸ້ມລານ), ນໍາພາໂດຍ: ທ່ານ ສຸລິສັກ ໄຊປະເສີດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມດ້ວຍຄະນະ, ມີ ທ່ານ ນາງ ສໍາລັງ ບຸດຕະລາດບົວສີ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ທ່ານ ທະນົງຂັນ ເພັງອາໄພສີ ຮອງຜູ້ອຳນວຍການໂຮງຮຽນ ມສ ຕຸ້ມລານ ພ້ອມດ້ວຍຄູອາຈານ-ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ທ່ານສຸລິສັກ ໄຊປະເສີດ ໄດ້ກ່າວວ່າ: ການລົງເຜີຍແຜ່ເຊື່ອມຊຶມຄັ້ງນີ້ ແນໃສ່ເພື່ອສ້າງຄວາມຮູ້ເຂົ້າໃຈ ແລະ ປູກຈິດສຳນຶກໃຫ້ກັບລູກຫຼານນັກຮຽນ ຮັບຮູ້ເຖີງພາລະບົດບາດ, ໜ້າທີ່ຂອງຕົນໃນການເປັນເຍົາວະຊົນ ແລະ ສະມາ ຊິກເຍົາວະຊົນ, ຊາວໜຸ່ມ, ຄວາມສຳຄັນຂອງຕົນເອງ ທີ່ຈະກາຍເປັນໜໍ່ແໜ່ງທີ່ດີຂອງຄອບຄົວ, ຂອງສັງຄົມ ກໍຄືປະເທດຊາດ ໃນອະນາຄົດ. ໂດຍສະເພາະໃນໄລຍະການຮ່ຳຮຽນ ແມ່ນເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຕັ້ງຮ່ຳຮຽນ, ໃຫ້ກາຍເປັນຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດທີ່ດີ, ມີລະບຽບວິໄນ, ເຄົາລົບ ຄູ-ອາຈານ, ຜູ້ອາວຸໂສ ແລະ ໝູ່ເພື່ອນນັກຮຽນດ້ວຍກັນ. ເຊີ່ງບັນດາເນື້ອໃນທີ່ນຳມາເຜີຍແຜ່ຄັ້ງນີ້ ປະກອບມີ: ພາລະບົດບາດ, ສິດ ແລະ ໜ້າທີ່ຂອງເຍົາວະຊົນ, ຜົນຮ້າຍຂອງສິ່ງເສບຕິດ, ກົດລະບຽບຈະລາຈອນ, ການນໍາໃຊ້ສື່ສັງຄົມອອນລາຍ ແລະ ເອກະສານບັນຫາການປະລະການຮຽນ ແລະ ກິດຈະກຳຖາມ-ຕອບ.

ຈາກນັ້ນ, ບັນດາຄະນະຮັບຜິດຊອບຂັ້ນແຂວງ ກໍໄດ້ບັນລະຍາຍໃຫ້ຄວາມຮູ້ຕໍ່ກັບນ້ອງນ້ອຍນັກຮຽນ ໂດຍສະເພາະເນື້ອໃນຄໍາສອນ 9 ປະການຂອງທ່ານຜູ້ນຳ ຄື: 6 ຮັກ 3 ຊັງ, ຂໍ້ແຂ່ງຂັນ 3 ດີ 4 ຮູ້ ແລະ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ, ຄໍາຂວັນຂອງຊາວໜຸ່ມ, ການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ກາຍເປັນປະໂຫຍດຕໍ່ການຮ່ຳຮຽນ, ຮູ້ຈຳແນກອັນທີ່ເໝາະສົມ ແລະ ໃຫ້ປະໂຫຍດຕໍ່ຕົນເອງ, ເຊີ່ງເປັນຄັງຄວາມຮູ້ທີ່ຫຼວງຫຼາຍ, ທັງມີຄວາມບັນເທີງ, ມ່ວນຊື່ນ ແລະ ໃຫ້ສາລະຄວາມຮູ້ໄປພ້ອມໆ, ນອກຈາກນັ້ນ, ກໍຍັງໄດ້ນໍາເອົາເນື້ອໃນກ່ຽວກັບຜົນຮ້າຍຂອງສິ່ງເສບຕິດ ມາເຜີຍແຜ່ແນະນຳ, ທັງໃນຮູບແບບໃໝ່ ແລະ ແບບເກົ່າ ທີ່ມີຜົນກະທົບຕໍ່ກັບຊີວິດຂອງຕົນເອງ, ຄອບຄົວ, ສັງຄົມ ກ່ຽວພັນກັບໄປເຖີງການສຶກສາຮ່ຳຮຽນ ພ້ອມທັງໄດ້ນຳເອົາກົດລະບຽບຈະລາຈອນ ໃນການໃຊ້ລົດໃຊ້ຖະໜົນ ມາບັນລະຍາຍໃຫ້ນັກຮຽນ ໂດຍສະເພາະແມ່ນເລັງໃສ່ຄວາມປອດໄພ ໃນການຂັບຂີ່, ເຂົ້າໃຈກົດຈະລາຈອນ ຂັ້ນພື້ນຖານ ເປັນສິ່ງສຳຄັນ. ພ້ອມດ້ວຍກັນນັ້ນ ກໍໄດ້ມີການຕັ້ງຄຳຖາມ – ການຕອບ ຂອງນ້ອງນັກຮຽນ, ເຊີ່ງມີຂະບວນການຟົດຟື້ນ ແລະ ມີຄວາມກະຕືລືລົ້ນ, ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ສາມາດກ້າຄິດກ້າສະແດງອອກ, ທັງໄດ້ມອບຂອງຂວັນລາງວັນ ປະກອບມີ: ປື້ມ, ໝວກ, ບິກ-ສໍ, ເສື້ອ ແລະ ອຸປະກອນກິລາ.

ສຳລັບຈຸດໂຮງຮຽນມັດທະຍົມສົມບູນຕຸ້ມລານ ເມືອງຕຸ້ມລານ ເປັນຈຸດທຳອິດ ແລະ ສືບຕໍ່ລົງໂຄສະນາເຜີຍແຜ່ຢູ່ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ.

—————————-

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa