ທະຫານແຂວງສາລະວັນ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍ ແລະ ພົນທະຫານ

ວັນທີ 20 ຕຸລາ 2025 ນີ້ ກອງບັນຊາການທະຫານແຂວງສາລະວັນ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍ ແລະພົນທະຫານ ທົ່ວກອງບັນຊາການທະຫານແຂວງສາລະວັນ, ທີ່ສະໂມສອນຂອງຕົນ, ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສາລະວັນ, ມີ ສະຫາຍ ພັນໂທ ແສງເພັດ ຫຼວງສຸລິວັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງສາລະວັນ, ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ໂຮງຮຽນ, ໂຮງໝໍ-ໜ່ວຍງານ ແລະ ບັນດາສະຫາຍທີ່ໄດ້ຮັບເລື່ອນຊັ້ນໃໜ່ເຂົ້າຮ່ວມ.

ສະຫາຍ ຮ້ອຍເອກ ອິນປອນ ອົ້ມກະສັນ ຮອງຫົວໜ້າພະແນກພະນັກງານ ທະຫານແຂວງສາລະວັນ ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍ: ການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງສາລະວັນ ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ), ໄດ້ລະບຸໄວ້ໃນພາກທີ II ໝວດ III, ມາດຕາ 22 ແລະ ມາດຕາ 23 ວາດ້ວຍການເລື່ອນຊັ້ນ ແລະເລື່ອນທຽບຊັ້ນໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້ານຳສະເໜີຂອງກົມພະນັກງານກົມໃຫຍ່ການເມືອງກອງທັບ. ສະນັ້ນຈື່ງໄດ້ເຫັນດີຕົກລົງເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງສາລະວັນ,ຈໍານວນ 110 ສະຫາຍໃນນັ້ນ:
– ເລື່ອນຊັ້ນຮ້ອຍເອກຂື້ນພັນຕີ ຈໍານວນ 14 ສະຫາຍ, ຍິງ 1 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກຂື້ນພັນຕີ ຈໍານວນ 4 ສະຫາຍ.
– ເລື່ອນຊັ້ນຮ້ອຍໂທຂື້ນຮ້ອຍເອກ ຈໍານວນ 37 ສະຫາຍ, ຍິງ 4 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທຂື້ນຮ້ອຍເອກ ຈໍານວນ 11 ສະຫາຍ.
– ເລື່ອນຊັ້ນຮ້ອຍຕີຂື້ນຮ້ອຍໂທ ຈໍານວນ 33 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີຂື້ນຮ້ອຍໂທ ຈໍານວນ 5 ສະຫາຍ.
– ປະດັບຊັ້ນຮ້ອຍໂທໃຫ້ນາຍ ແລະ ພົນທະຫານທີ່ຮຽນຈົບຈາກສາຍລັດ ຈຳນວນ 14 ສະຫາຍ, ຍິງ 5 ສະຫາຍ ແລະ ປະດັບຊັ້ນຮ້ອຍຕີ ຈຳນວນ 1 ສະຫາຍ. ຈາກນັ້ນ

ໃນພິທີຍັງໄດ້ປະກາດພະນັກງານພັກການຮັບອຸດໜູນເທື່ອດຽວ ຈໍານວນ 1 ສະຫາຍ.
ໃນຕອນທ້າຍພິທີ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງບັນດາສະຫາຍທີ່ໄດ້ຮັບຊັ້ນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ໃນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂື້ນ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ປັບປຸງແບບແຜນວິທີນໍາພາ-ບັນຊາ, ແບບແຜນວິທີເຮັດວຽກ, ການດໍາລົງຊີວິດ ແລະ ການເປັນຢູ່ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ ແລະ ແທດເໝາະກັບສະພາບຄວາມເປັນຈິງເພື່ອປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຂື້ນເລື້ອຍໆ.
ໂດຍ: ສຸຂາວພອນ ສອນນາລີ