ທ່ານລັດຖະມົນຕີຫົວໜ້າຫ້ອງວ່າການສຳນັກງານນາພົບປະພະນັກງານການນຳ,ພະນັກງານລັດຖະກອນຫ້ອງວ່າການແຂວງ

ໃນຕອນບ່າຍ ວັນທີ 17 ພະຈິກ 2025 ນີ້ ທີ່ຫ້ອງປະຊຸມສະໂມສອນແຂວງ, ທ່ານ ບົວຄົງ ນາມມະວົງ ກຳມະການສູນກາງພັກລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ພົບປະໂອລົມພະນັກງານການນຳ, ພະນັກງານລັດຖະກອນຫ້ອງວ່າການແຂວງ. ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ສາຍທຳມະວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງສາລະວັນ ພ້ອມດ້ວຍຄະນະ ແລະພະນັກງານລັດຖະກອນພາຍໃນຫ້ອງວ່າການແຂວງເຂົ້າຮ່ວມ.

#ກ່ອນການໂອ້ລົມທ່ານໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບຈັດຕັ້ງປະຕິບັດວຽກງານຂອງຫ້ອງວ່າການແຂວງ ໃນໄລຍະ 9 ເດືອນຜ່ານມາ ໂດຍສຸມໃສ່ໃນການປະຕິບັດໃນ 3 ພາລະບົດບາດ ໂດຍສະເພາະບົດບາດໃນການເປັນເສນາທິການຄົ້ນຄັ້ວາ, ເປັນເສນາທິການໃນການປະສານງານ ແລະ ເປັນຜູ້ບໍລິຫານຮັບໃຊ້, ນອກນັ້ນ ຄະນະພັກໃນຫ້ອງວ່າການຍັງໄດ້ຖືສຳຄັນ ວຽກງານດ້ານການເມືອງ-ແນວຄິດດ້ວຍການເອົາໃຈໃສ່ເຜີຍແຜ່ມະຕິ X ຂອງພັກ, ມະຕິ IX ຂອງອົງຄະນະພັກແຂວງ, ມະຕິ VII ຂອງຄະນະພັກຮາກຖານຫ້ອງວ່າການ ແລະບັນດາມະຕິຄຳສັ່ງ, ນິຕິກຳຕ່າງທີ່ຂັ້ນເທີງວາງອອກໃນແຕ່ລະໄລຍະມາ ເຊື່ອມຊຶມໃຫ້ພະນັກງານຂອງຕົນໄດ້ຮັບຮູ້ຢ່າງທົ່ວເຖີງເຮັດໃຫ້ພະນັກງານລັດຖະກອນມີຄວາມອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ກຳໄດ້ມິດ ແລະສັດຕູຢ່າງຈະແຈ້ງ, ປະຈຸບັນ ໄດ້ສຳເລັດການມອບ-ຮັບວຽກລະຫວ່າງຂະແໜງການຂອງພະແນກພາຍໃນກັບຫ້ອງວ່າການແຂວງເຊິ່ງມີ 7 ທ່ານໃນນັ້ນbຄະນະພະແນກ 02 ທ່ານ ຊັບຊ້ອນແຕ່ງຕັ້ງເປັນຮອງຫົວໜ້າາຫ້ອງວ່າການແຂວງ, ນອກນັ້ນ ມີຫົວໜ້າຂະແໜງ 01 ທ່ານ ແລະຮອງຫົວໜ້າຂະແໜງ 03 ທ່ານ ພ້ອມວິຊາການ, ສ່ວນຢູ່ບັນດາເມືອງກໍໄດ້ມີການຊັບຊ້ອນຍົກຍ້າຍໃນ 8 ຕົວເມືອງ, ມີ 2 ຕົວເມືອງທີ່ຍັງຮັກສາຫົວໜ້າຫ້ອງວ່າການຜູ້ເກົ່າຄື:ເມືອງລະຄອນເພັງແລະເມືອງຕຸ້ມລານແລະວຽກອື່ນໆທີ່ປິ່ນອ້ອມເຫັນວ່າມີຜົນສຳເລັດ.

#ໃນຕອ້ນທ້າຍຂອງພິທີທ່ານລັດຖະມົນຕີ ຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີຍັງໄດ້ໃຫ້ກຽດໂອ້ລົມ ເຊີ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມນຳຜົນງານຂອງຫ້ອງວ່າການແຂວງທີ່ຍາດມາໄດ້ໃນຜ່ານມາແລະເພື່ອເປັນທີດທາງໃນຕໍ່ໜ້າທ່ານໄດ້ເນັ້ນບາງບັນຫາໂດຍສະເພາະສືບຕໍ່ເອົາໃຈໃສ່ບັນຫາດ້ານການເມືອງ-ແນວຄິດໃຫ້ພະນັກງານລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ເປັນປົກກະຕິ-ຕໍ່ເນື່ອງ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ເອົາໃຈໃສ່ເປັນເສນາທິການໃຫ້ການນຳ, ຊ່ວຍການນຳ, ກ້າຄິດກ້າເຮັດ, ກ້າຮັບຜິດຊອບເພື່ອເຮັດໃຫ້ວຽກງານໄດ້ຮັບການພັດທະນາດີຂື້ນກວ່າເກົ່າ.
#ໂດຍ:ຄຳສອນ ແກ້ວບຸນທະວົງ